ກຳນົດແລ້ວ! ມື້ພັກຊົດເຊີຍ ວັນແມ່ຍິງສາກົນປີນີ້

422

ວັນແມ່ຍິງສາກົນ ທີ 8 ມີນາ ເປັນວັນສຳຄັນຄັນຕໍ່ແມ່ຍິງທົ່ວໂລກ ເຊິ່ງໃນທຸກໆປີພວກເຮົາໄດ້ພ້ອມກັນສະເຫຼີມສະຫຼອງວັນສຳຄັນດັ່ງກ່າວຢ່າງມີເນື້ອໃນຄວາມໝາຍ, ເຊິ່ງປີນີ້ວັນແມ່ຍິງຖືກມື້ວັນອາທິດ (ວັນພັກລັດຖະການ) ສະນັ້ນ ລັດຖະບານ ຈິ່ງກຳນົດເອົາວັນທີ 09 ມີນາ 2020 (ກົງກັບວັນຈັນ) ເປັນມື້ພັກຊົດເຊີຍ.

ໂດຍອີງຕາມແຈ້ງການ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ 293 ລົງວັນທີ 3 ມີນາ 2020 ເຖິງ: ບັນດາທ່ານ ລັດຖະມົນຕີກະຊວງ, ຫົວຫນ້າອົງການທຽບເທົ່າກະຊວງ, ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ເຈົ້າແຂວງ ໃນທົ່ວປະເທດ ແລະອີງໃສ່ຫນັງສືສະເຫນີ ສະບັບເລກທີ 125/ສສບລ, ລົງວັນທີ 26 ກຸມພາ 2020 ຂອງສູນກາງສະຫະພັນແມ່ຍິງລາວ, ອີງຕາມດໍາລັດວ່າດ້ວຍວັນພັກ ສະບັບເລກທີ 386/ລບ, ລົງວັນທີ 15 ທັນວາ 2017, ອີງຕາມການຕົກລົງ ຂອງທ່ານ ນາຍົກລັດຖະມົນຕີ ໃນວັນທີ່ 02 ມິນາ 2020.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ຂອງທ່ານ ນາຍົກລັດຖະມົນຕີ ມາຍັງ ທ່ານຊາບ ດັ່ງນີ້ : ເນື່ອງຈາກວ່າ ວັນແມ່ຍິງສາກົນ ວັນທີ 8 ມີນາ 2020 ກົງກັບວັນອາທິດ ເຊິ່ງເປັນວັນພັກປະຈໍາອາທິດ, ສະນັ້ນ, ຈຶ່ງເຫັນດີກໍານົດເອົາວັນທີ 9 ມີນາ 2020 (ກົງກັບວັນຈັນ) ເປັນວັນພັກຊົດເຊີຍວັນແມ່ຍິງສາກົນ.

ນີ້ເປັນໂອກາດດີໆໃຫ້ແມ່ຍິງທັງຫຼາຍໄດ້ມີເວລາພັກຜ່ອນແກ່ຍາວໄປອີກ1 ມື້ ໃຫ້ແມ່ຍິງທັງຫຼາຍໄດ້ໄປປະກອບກິດຈະກຳຮ່ວມກັນ ແລະ ຢູ່ນຳຄອບຄົວໃນວັນສຳຄັນຂອງຕົນ.