ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານທະນາຄານ ແຫ່ງ ສປປ ລາວ ພາກກາງ

284

ກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານທະນາຄານ ແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມໃຫຍ່ ສາຂາທະນາຄານ ແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ພາຍໃຕ້ການເປັນປະທານຂອງ ສະຫາຍ ວົງພະຈັນ ແສງສຸວັນ ເລຂາຄະນະພັກຮາກຖານທະນາຄານ ແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ບຸນເຍື້ອນ ທິດພຸດທະວົງ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ; ສະຫາຍ ພານຸສັກ ແກ່ນວົງພະຈັນ ກຳມະການພັກທະນາຄານ ແຫ່ງ ສປປ ລາວ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານທະນາຄານ ແຫ່ງ ສປປ ລາວ.

ພ້ອມນີ້, ກໍມີຜູ້ຕາງໜ້າຈາກຄະນະພັກອ້ອມຂ້າງແຂວງຈໍານວນໜຶ່ງ, ຄະນະໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ແລະ ຜູ້ແທນສົມບູນເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເມືອງຂອງຄະນະພັກຮາກຖານ ເຊິ່ງສະເໜີໂດຍ ສະຫາຍ ວົງພະຈັນ ແສງສຸວັນ ເລຂາຄະນະພັກຮາກຖານ, ວ່າການຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາໄດ້ໃນຊຸມປີຜ່ານມາ ໂດຍໄດ້ໄຈ້ແຍກໃຫ້ເຫັນຈຸດດີ, ຂໍ້ຄົງຄ້າງ ແລະ ວິທີການຈະແກ້ໄຂໃນຕໍ່ໜ້າພ້ອມທັງມີການປະກອບຄໍາຄິດເຫັນໃສ່ບົດລາຍງານການເມືອງຢ່າງກົງໄປກົງມາ, ພາວະວິໄສ ແລະ ເປັນເອກະພາບກັນຮັບຮອງເອົາບົດລາຍງານການເມືອງທີ່ໄດ້ສະເໜີຕໍ່ກອງປະຊຸມດໍາເນີນຊີວິດການເມືອງທ້າຍສະໄໝ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມນັ້ນ, ຍັງໄດ້ຮັບຟັງບົດສໍາຫຼວດການນໍາພາລວມຂອງຄະນະພັກຮາກຖານທີ່ໄດ້ຕີລາຄາຄວາມສາມາດໃນການຊີ້ນໍາ – ນໍາພາຂອງຄະນະພັກຮາກຖານເຫັນວ່າມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນຮັກສາໄດ້ ຄວາມສາມັກຄີເປັນເອກະພາບພາຍໃນຄະນະພັກຮາກຖານ ກໍຄືສະມາຊິກພັກຢ່າງແໜ້ນແຟ້ນ, ເສີມຂະຫຍາຍບົດຮຽນ ແລະ ຄວາມສາມາດຢ່າງມີຫົວຄິດປະດິດສ້າງໃນການນໍາພາຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ – ລັດ ໃນແຕ່ລະໄລຍະໃຫ້ປາກົດຜົນເປັນຈິງ ແລະ ໄດ້ຮັບໝາກຜົນເປັນກ້າວໆມາ.

ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂກໍານົດໄວ້ ເຊິ່ງສາມາດເລືອກໄດ້ຄະນະພັກຮາກຖານ ຊຸດໃໝ່ 7 ສະຫາຍ ແລະ ສະຫາຍ ວົງພະຈັນ ແສງສຸວັນ ໄດ້ຮັບການເລືອກຕັ້ງເປັນເລຂາຄະນະພັກຮາກຖານ; ສະຫາຍ ພະນາວັນ ຈູມມະນີລາດ ເປັນຮອງເລຂາຄະນະພັກຮາກຖານ ແລະ ສະຫາຍ ສຸລິສັກ ຮົ່ມໂພທິຈັກ ເປັນປະທານກວດກາຄະນະພັກຮາກຖານ, ກອງປະຊຸມຍັງໄດ້ຮັບຮອງເອົາຜູ້ແທນສົມບູນ 2 ສະຫາຍ ແລະ ສຳຮອງ 1 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງສະຫວັນນະເຂດທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

ພາບປະກອບຂ່າວເທົ່ານັ້ນ

ສະຫາຍ ນາງ ບຸນເຍື້ອນ ທິດພຸດທະວົງ ກໍາມະການປະຈໍາພັກແຂວງ, ປະທານຄະນະກວດກາພັກແຂວງ ໄດ້ໃຫ້ກຽດໂອ້ລົມ ແລະ ຕີລາຄາສູງຕໍ່ການຊີ້ນໍາ – ນໍາພາຂອງຄະນະພັກຮາກຖານ ຊຸດເກົ່າ ທີ່ສາມາດເຮັດຫຼ້ອນຕໍ່ໜ້າທີ່ການເມືອງຂອງຕົນ ສາມາດຍາດເອົາຜົນງານຫຼາຍດ້ານເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງຊາດ ກໍຄືແຂວງສະຫວັນນະເຂດ ແລະ ຈົ່ງພ້ອມກັນເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບດ້ານການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ເຮັດໃຫ້ ວຽກງານມີການຫັນປ່ຽນໃໝ່ໃນທິດທາງທີ່ຕັ້ງໜ້າຂຶ້ນ, ພາຍໃນພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນຢ່າງບໍ່ຢຸດຢັ້ງ ແລະ ໃຫ້ສືບຕໍ່ເສີມຂະຫຍາຍມູນເຊື້ອດັ່ງກ່າວ. ພ້ອມກັນນັ້ນ, ກໍແກ້ໄຂບາງຂໍ້ຄົງຄ້າງໃຫ້ໄດ້ຢ່າງຂາດຕົວ ແລະ ເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຂອງຄະນະພັກຮາກຖານຊຸດໃໝ່ ພ້ອມກັນສືບຕໍ່ຊີ້ນໍາ – ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງຕົນໃຫ້ມີຜົນງານ ແລະ ມີຜົນສໍາເລັດຍິ່ງໃຫຍ່ ກວ່າເກົ່າ.

[ ຂ່າວ: ຣັດສະໝີ ດວງສັດຈະ ]