ຝຶກອົບຮົມການນຳໃຊ້ລະບົບການນັບຄະແນນສຽງເລືອກຕັ້ງ ( E – Voting ) ໃຫ້ແກ່ແຂວງບໍລິຄໍາໄຊ

92

ກົມເຕັກໂນໂລຊີດິຈິຕອລ ( ກຕດ ) ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມຝຶກອົບຮົມໃນຫົວຂໍ້ “ ການນຳໃຊ້ລະບົບຄອມພິວເຕີຊັອຟແວຣ໌ເຂົ້າໃນການຄຸ້ມ ຄອງ – ບໍລິຫານລັດແບບທັນສະໄໝ ເພື່ອຍົກປະສິດທິພາບຂອງການປະຕິບັດວຽກງານ ” ໃຫ້ກັບພະແນກວິທະຍາສາດ ແລະ ເຕັກໂນໂລຊີ ( ພວຕ ) ແຂວງບໍລິຄຳໄຊ ເພື່ອຍົກລະດັບຜູ້ເຂົ້າຮ່ວມຝຶກອົບຮົມກ່ຽວກັບການນຳໃຊ້ “ ລະບົບການນັບຄະແນນສຽງເລືອກຕັ້ງ ( E – Voting ) ” ທັງເປັນການຍົກສູງປະສິດທິພາບຂອງການປະຕິບັດວຽກງານຂອງທ້ອງຖິ່ນ ໂດຍການນໍາໃຊ້ລະບົບເຕັກໂນໂລຊີດິຈິຕອລເຂົ້າໃນການຄຸ້ມຄອງບໍລິຫານຫ້ອງການແບບທັນສະໄໝ.

ໃນນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວິທີການຕິດຕັ້ງລະບົບ, ການຈັດການຂໍ້ມູນ, ການນໍາໃຊ້ລະບົບ ແລະ ການຕັ້ງຄ່າ ແລະ ໄດ້ລົງມືປະຕິບັດຕົວຈິງ, ແລກປ່ຽນຄຳຄິດເຫັນ, ມີສ່ວນຮ່ວມໃນການຕັ້ງບັນຫາ, ເຈາະຈີ້ມ, ຖາມ – ຕອບ, ແລກປ່ຽນບົດຮຽນກັບວິທະຍາກອນ ແລະ ສຳມະນາກອນດ້ວຍກັນ ເພື່ອໃຫ້ເຂົ້າໃຈກ່ຽວກັບລະບົບດັ່ງກ່າວ.

ຊຸດຝຶກອົບຮົມດັ່ງກ່າວຈັດຂຶ້ນໃນອາທິດຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍລິຄຳໄຊ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ ຮອງຫົວໜ້າ ກວຕ ແລະ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

[ ຂ່າວ: ສົມສະຫວິນ; ຮູບ: ກົມເຕັກໂນໂລຊີດິຈິຕອລ ]