ສຸດຍອດສາວ ເອ Aezy Red ແຣັບລາວໃນເວທີ The Rapper 2020 “Civil War” (ໄທ)

109

ເພງ ເຈົ້າບໍ່ແມ່ນອາກາດ ໃນເວທີ The Rapper 2020 “Civil War” ໂດຍ Aezy Red,

ເປັນທີ່ຕື່ນຕາຕື່ນໃຈກັບສໍານຽງ, ສຽງຮ້ອງໂດຍສະເພາະເມື່ອໄດ້ຍິນເພງ ເຈົ້າບໍ່ແມ່ນອາກາດ ທີ່ທ່ອນແຣັບເປັນພາສາໄທ ແລະ ລາວປະສານກັນ ຜ່ານຄໍາແຣັບຂອງສາວ ເອ ສຸດາ ເດດວົງສາ ອາຍຸ 19 ປີ ຫຼື Aezy Red ຊື່ໃນການປະກວດໃນລາຍການ The rapper 2020.

The rapper 2020 ເປັນເວທີການປະກວດເພງແຣັບທີ່ເປັນລາຍການໃຫຍ່ໜຶ່ງມີຜູ້ຊົມ ແລະ ນິຍົມກັນຫຼາຍໃນປະເທດໄທ ເປີດໂອກາດໃຫ້ທຸກຄົນເຂົ້າປະກວດໄດ້ຂໍພຽງເປັນຄົນທີ່ມີຄວາມສາມາດກໍສາມາດເຂົ້າມາປະກວດໃນເວທີນີ້ໄດ້.

ຄັ້ງນີ້ສາວລາວໄດ້ຄໍາຍ້ອງຍໍຫຼາຍ ນັບວ່າເປັນການເປີດກວ້າງວົງການເພງແຣັບລາວ, ວົງການບັນເທີງລາວໃຫ້ເປັນທີ່ຮູ້ຈັກກັນຫຼາຍຂຶ້ນ ໃຫ້ຮູ້ວ່າລາວເຮົາກໍມີຄວາມສາມາດບໍ່ນ້ອຍໄປກວ່າໃຜ.

ຊົມຄຣິບສາວ ເອໄດທາງເພຈ໌  TheRapper ລອງຟັງເດີ້ວ່າມ່ວນສໍ່າໃດ, ທຸກໆທ່ອນແຣັບເຮັດໃຫ້ກໍາມະການຕ້ອງລຸກຂຶ້ນຕົບມື, ອຶງກັບພາສາທີ່ປະສົມກັນເຂົ້າກັນຢ່າງລົງໂຕ, ແຖມເນື້ອຂອງບາ ຫຼື ເນື້ອທີ່ສາວ Aezy Red ແຣັບອອກມາມັນຖືກໃຈເອົາໃຈສາຍແຣັບໄປເຕັມໆ.

ສາວ Aezy Red ເປັນລູກທີມຂອງ ປູຈ່ານ ລອງໄມ ຮອບນີ້ Aezy Red ເຮັດຜົນງານໄດ້ດີ ແລະ ປະທັບໃຈຫຼາຍຕໍ່ກໍາມະການ ສາມາດຍາດຫມວກຈາກDreamhight ແຕ່ສຸດທ້າຍຖືກk6y ຍາດໄປຕໍ່

ແຕ່ຮອບ8ບາຮ໌ ນ້ອງສາມາດໄຫວຕົວ ແລະຜ່ານເຂົ້າຮອບໄດ້ ແລະ ຖ້າຕິດຕາມຕໍ່ໄປ ສາມາດຕິດຕາການແຂ່ງຂັນ ແລະ ເຊຍສາວ Aezy Red ໄດ້ ໃນລາຍການ The Rapper 2020 “Civil War” ທາງເພຈ໌ TheRapper.