ແຂວງເຊກອງ ສົ່ງອອກລື່ນແຜນ

277

ຂະບວນການຜະລິດທົ່ວແຂວງເຊກອງ ຂະຫຍາຍຕົວໄວສົ່ງຜົນເຮັດໃຫ້ການສົ່ງອອກມີທ່າອ່ຽງເພີ່ມຂຶ້ນໃນທຸກໆປີ ໂດຍໃນປີ 2019 ການສົ່ງອອກບັນລຸ 19,18 ລ້ານໂດລາ ປະມານ 153,44 ຕື້ກີບ ປະຕິບັດໄດ້ເກີນແຜນ 76,12%.

ທ່ານ ເຫຼັກໄຫຼ ສີວິໄລ ຮອງເຈົ້າແຂວງເຊກອງ ເປີດເຜີຍໃຫ້ຮູ້ເມື່ອບໍ່ດົນນີ້ວ່າ: ແຂວງເຊກອງ ກໍຄືພະແນກອຸດສາຫະກໍາ ແລະ ການຄ້າ ໄດ້ສ້າງທຸກເງື່ອນໄຂເພື່ອຊຸກຍູ້ສົ່ງເສີມການຜະລິດເສດຖະກິດທໍາມະຊາດໄປສູ່ການຜະລິດເສດຖະກິດການຄ້າໃຫ້ຫຼາຍຂຶ້ນ ເປັນຕົ້ນໂຮງງານອຸດສາຫະກໍາປຸງແຕ່ງຕ່າງໆທີ່ມີແລ້ວ, ໃຫ້ມີການດໍາເນີນທຸລະກິດໄດ້ຢ່າງຕໍ່ເນື່ອງພາຍໃຕ້ຂອບກົດໝາຍ. ພ້ອມນີ້, ກໍສ້າງສິ່ງອໍານວຍແກ່ພາກເອກະຊົນພາຍໃນລົງທຶນໃນການສ້າງຕັ້ງ ແລະ ຂະຫຍາຍທຸລະກິດໃຫ້ກວ້າງອອກ ໂດຍຕິດພັນກັບການນໍາໃຊ້ວັດຖຸດິບພາຍໃນ, ປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ.

ທັງນີ້, ກໍເພື່ອສ້າງພື້ນຖານຍູ້ແຮງການສົ່ງອອກສິນຄ້າ ໂດຍສະເພາະສິນຄ້າທີ່ເປັນທ່າແຮງຂອງແຂວງ, ຕະຫຼາດຕ່າງປະເທດຕ້ອງການ, ຫັນຕາມທິດການສ້າງມູນຄ່າເພີ່ມສົ່ງອອກ ເພື່ອເຮັດໃຫ້ການສົ່ງອອກຂອງແຂວງມີມູນຄ່າສູງຂຶ້ນ.

ຈາກເງື່ອນໄຂຕ່າງໆທີ່ເອື້ອອໍານວຍ ໄດ້ສົ່ງຜົນເຮັດໃຫ້ຕົວເລກລວມການສົ່ງອອກໃນປີ 2019 ບັນລຸເຖິງ 19,18 ລ້ານໂດລາສະຫະລັດ ຫຼື ປະມານ 153,44 ຕື້ກີບ ທຽບໃສ່ແຜນການປີສົ່ງອອກລື່ນແຜນ 76,12%. ໃນນີ້, ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນຜົນຜະລິດທາງກະສິກໍາ ເປັນຕົ້ນແມ່ນກາເຟ, ມັນຕົ້ນແຫ້ງ – ດິບ, ໝາກພິກໄທ, ກ້ວຍ, ຢາງພາລາ ແລະ ເຄື່ອງປ່າຂອງດົງ ກວມເອົາ 92,49% ຂອງມູນຄ່າການສົ່ງອອກທັງໝົດ ໂດຍສົ່ງໄປປະເທດຫວຽດນາມ ກວມເອົາ 89,97% ສ່ວນທີ່ເຫຼືອແມ່ນສົ່ງໄປປະເທດໄທ.

ທ່ານ ເຫຼັກໄຫຼ ສີວິໄລ ໃຫ້ຮູ້ຕື່ມວ່າ: ໃນປີ 2020 ແຂວງຍັງຕັ້ງເປົ້າໝາຍການສົ່ງອອກໃຫ້ບັນລຸ 233,2 ຕື້ກີບ ແລະ ຄຸ້ມຄອງການນໍາເຂົ້າໃຫ້ຢູ່ໃນລະດັບ 189,6 ຕື້ກີບ ໂດຍອະນຸຍາດໃຫ້ນໍາເຂົ້າສິນຄ້າທີ່ບໍ່ສາມາດຜະລິດໄດ້ພາຍໃນປະເທດ ຄື: ເຄື່ອງກົນຈັກທີ່ນໍາໃຊ້ເຂົ້າໃນການກໍ່ສ້າງເຂື່ອນໄຟຟ້າ ແລະ ພາຫະນະຮັບໃຊ້ການຜະລິດກະສິກໍາ.

ແນວໃດກໍຕາມ ເພື່ອເຮັດໄດ້ຕາມແຜນແຂວງຕ້ອງສຸມໃສ່ພັດທະນາຂະແໜງອຸດສາ ຫະກໍາປຸງແຕ່ງ, ການຄ້າ ແລະ ວິສາຫະກິດຂະໜາດນ້ອຍ – ກາງໃຫ້ເຕີບໃຫຍ່ຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ, ສ້າງກົນໄກປະສານງານໃນການສ້າງກອງທຶນຄໍ້າປະກັນລາຄາສິນຄ້າກະສິກໍາທີ່ເປັນທ່າແຮງຂອງແຂວງເຊກອງ, ສ້າງກຸ່ມ ຫຼື ຫົວໜ່ວຍເສດຖະກິດຮ່ວມມືຂອງປະຊາຊົນ ໂດຍນໍາໃຊ້ຮູບການບໍລິການຜູກພັນສອງສົ້ນລະຫວ່າງຜູ້ຜະລິດ ແລະ ຜູ້ເກັບຊື້, ຄຸ້ມຄອງຕະຫຼາດສິນຄ້າ ແລະ ລາຄາ ເພື່ອຮັກສາສະຖຽນລະພາບຂອງເສດຖະກິດ ແລະ ປົກປ້ອງຜູ້ຊົມໃຊ້, ນໍາໃຊ້ທຸກຮູບການສົ່ງເສີມການສົ່ງອອກໃຫ້ມີປະສິດທິຜົນ ແລະ ພັດທະນາຍີ່ຫໍ້ຂອງສິນຄ້າທີ່ມີທ່າແຮງໃຫ້ໄດ້ມາດຕະຖານຜະລິດຕະພັນໃນການສົ່ງອອກ, “ ທ່ານຮອງເຈົ້າແຂວງກ່າວ ”.