ວິທີເຮັດທຸລຽນເຊື່ອມ

117

ເນື່ອງຈາກວ່າທຸລຽນເປັນໝາກໄມ້ທີ່ມີນ້ຳຕານສູງ ແລະ ຍັງອຸດົມໄປດ້ວຍໄຂມັນ. ສະນັ້ນ, ໝາກໄມ້ຊະນິດນີ້ຈຶ່ງບໍ່ເໝາະສົມກັບຜູ້ທີ່ເປັນພະຍາດເບົາຫວານ ເພາະອາດຈະເຮັດໃຫ້ລະດັບນ້ຳຕານໃນເລືອດເພີ່ມຂຶ້ນສູງ ເຮັດໃຫ້ຮູ້ສຶກບໍ່ສະບາຍຕົວ ຫຼື ອາດເກີດອາການຮ້ອນໃນຮ່ວມນຳ.

ສ່ວນບຸກຄົນທຳມະດາທີ່ບໍ່ໄດ້ເປັນພະຍາດກໍຕ້ອງບໍລິໂພກໃນປະລິມານທີ່ເໝາະສົມ ແລະ ແມ່ຖືພາກໍຄວນລະວັງຖ້າບໍລິໂພກຫຼາຍ ອາດເຮັດໃຫ້ເກີດພະຍາດຄວາມດັນເລືອດລະຫວ່າງຖືພາໄດ້ ທີ່ສຳຄັນແມ່ນບໍ່ຄວນກິນທຸລຽນຮ່ວມກັບເຄື່ອງດື່ມແອລ ກໍຮໍ ແລະ ກາເຟ ເພາະເປັນປະເພດຮ້ອນທັງສອງຈຶ່ງອາດເກີດອັນຕະລາຍຕາມມາໄດ້.

ສ່ວນປະສົມ:

1 ທຸລຽນ 1 ໜ່ວຍ.

2 ນ້ຳປູນໃສ 1 ຖ້ວຍໃຫຍ່.

3 ນ້ຳສະອາດ 1 – 2 ຖ້ວຍໃຫຍ່.

4 ນ້ຳຕານ 200 ກຣາມ.

ວິທີປຸງແຕ່ງ:

ແກະເອົາແກ່ນອອກໃຫ້ໝົດແລ້ວນຳໄປແຊ່ໃນນ້ຳປູນໃສປະມານ 30 ນາທີ ແລ້ວລ້າງອອກດ້ວຍນ້ຳສະອາດປະໄວ້ໃຫ້ສະເດັດນ້ຳດີ. ຈາກນັ້ນ, ເອົານ້ຳພ້ອມນ້ຳຕານໃສ່ໝໍ້ຄ້າງໄຟແຮງ ຕົ້ມປະມານ 15 ນາທີ ແລ້ວຜ່ອນໄຟລົງຈຶ່ງເອົາທຸລຽນລົງເຊື່ອມໃນນ້ຳຕານດ້ວຍໄຟອ່ອນໆຈົນທຸລຽນສຸກດີ ແລະ ຕັກໃສ່ຈານ ເທົ່ານີ້ກໍພ້ອມເສີບ ຫຼື ຈະເອົານ້ຳກະທິມາລາດເພີ່ມຕື່ມອີກກໍໄດ້ຕາມໃຈມັກ.

( ຂໍ້ມູນຈາກ: cookpad.com )

( ຮຽບຮຽງ: ນຸ້ມນິ້ມ )