ແອ່ນນີ້ ສຸກສະຫວັນພອນ ສາວນ້ອຍໃນເວທີນາງສາວນະຄອນຫຼວງ

124

ແອ່ນນີ້ ຖືວ່າເປັນ 1 ໃນ 20 ນາງສາວ ຈາກເວທີປະກວດນາງສາວນະຄອນຫຼວງວຽງຈັນ 2020 ທີ່ອາຍຸນ້ອຍທີ່ສຸດ, ແຕ່ດ້ວຍຄວາມຝັນທີ່ຢາກປະສົບຜົນສຳເລັດໃນຊີວິດຈຶ່ງໄດ້ມາສານຕໍ່ຄວາມສາມາດໃນເວທີນີ້ ເຖິງວ່າອາຍຸຈະນ້ອຍແຕ່ຂຶ້ນກັບການເກັບກ່ຽວເອົາປະສົບການ ແລະ ສ້າງເປັນແຮງຊຸກຍູ້ຕໍ່ໄປ.

ສຸກສະຫວັນພອນ ຫານຊະນະ ຫຼື ແອ່ນນີ້ MVT01 ອາຍຸ 16 ປີ ໃຫ້ສໍາພາດວ່າ: ປັດຈຸບັນຢູ່ບ້ານດອນກອຍ ເມືອງ  ສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ກຳລັງສຶກສາທີ່ໂຮງຮຽນ ມສ ໂພນທັນ, ເຫດຜົນທີ່ເຂົ້າມາປະກວດຍ້ອນຢາກສານຝັນໃຫ້ເປັນຈິງພ້ອມກັບພັດທະນາສັກກະຍະພາບຂອງຕົນໃຫ້ດີຂຶ້ນນໍາ.

ການທີ່ໄດ້ເຂົ້າຮອບ 20 ຄົນສຸດທ້າຍ ໃນເວທີປະກວດນາງສາວນະຄອນຫຼວງວຽງຈັນ 2020 ຖືວ່າເປັນການສ້າງປະສົບການທີ່ດີໃຫ້ກັບຕົນເອງເພື່ອພັດທະນາຕົນເອງ ແລະ ເພື່ອເປັນການຕໍ່ຍອດໃນອະນາຄົດຂ້າງໜ້າຕໍ່ໄປ ໂດຍບໍ່ໄດ້ຄາດຫວັງວ່າຈະໄດ້ ຫຼື ບໍ່ໄດ້ຕໍາແໜ່ງ. ຕົນເອງຄິດວ່າການເປັນແບບຢ່າງທີ່ດີໃຫ້ແກ່ນ້ອງເຍົາວະຊົນ, ເປັນແບບຢ່າງທີ່ດີໃຫ້ແມ່ຍິງລາວ ແລະ ນຳຄຸນຄ່າຂອງແມ່ຍິງລາວຄຽງຄູ່ກັບວັດທະນະທຳໄປເຜີຍແຜ່ສູ່ສາກົນເປັນສິ່ງສໍາຄັນທີ່ສຸດ.

ສ່ວນເຄັດລັບໃນການຮັກສາສຸຂະພາບແມ່ນການກິນອາຫານໃຫ້ຄົບ 5 ໝູ່ໃນທຸກໆມື້, ກິນຜັກ ແລະ ໝາກໄມ້ຫຼາຍໆເພື່ອຊ່ວຍໃຫ້ລະບົບການຂັບຖ່າຍສະດວກ ແລະ ໝັ່ນອອກກຳລັງກາຍໃນທຸກໆມື້, ໃນເວລາວ່າງແມ່ນມັກອ່ານປຶ້ມ.

ສາມາດຮ່ວມເຊຍ ແລະ ເປັນກໍາລັງໃຈໃຫ້ນ້ອງ ແອ່ນນີ້ MVT01 ໄດ້ໃນແຟນເພຈ໌ Miss Vientiane ນາງສາວນະຄອນຫຼວງວຽງຈັນ ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານ ໄດ້ທາງເຟສບຸ໊ກສ່ວນຕົວ: Annie Halsana.

( ຂ່າວ: ນຸ້ມນິ້ມ )

( ຮູບ: Annie Halsana )