ຜະລິດຕະພັນສະໝຸນໄພຄອບຄົວຕົວແບບເມືອງໄຊເສດຖາ

218

ຖ້າເວົ້າເຖິງຜະລິດຕະພັນສິນຄ້າໃນບ້ານເຮົາກໍມີຫຼາຍ ແຕ່ການຕໍ່ຍອດພັດທະນາຜະລິດຕະພັນເຫຼົ່ານັ້ນໃຫ້ມີ ຄວາມຫຼາກຫຼາຍ ແລະ ເຂົ້າເຖິງລູກຄ້າກໍຄືຜູ້ຊົມໃຊ້ໄດ້ນັ້ນຍັງມີໜ້ອຍ. ສະນັ້ນ, ຄໍລຳຕະຫຼາດວັນນີ້ຈະນຳພາທ່ານໄປຮູ້ຈັກກັບຜະລິດຕະພັນສະໝຸນໄພຄອບຄົວຕົວແບບເມືອງໄຊເສດຖາ ເຊິ່ງສາມາດຜະລິດສິນຄ້າໄດ້ເກືອບ 10 ຜະລິດຕະພັນ ທີ່ສາມາດໃຊ້ສອຍໃນຊີວິດປະຈຳວັນແທ້.

ທ່ານ ນາງ ມ໋ອງ ບົວຄຳດີ ເຈົ້າຂອງຜະລິດຕະພັນສະໝຸນໄພລາວ ຫຼື MONG Enzyme ເຊິ່ງເປັນສິນຄ້າຄອບຄົວຕົວແບບ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ຜະລິດຕະພັນທີ່ຄອບຄົວເຮົາຜະລິດໄດ້ປັດຈຸບັນມີປະມານ 10 ຜະລິດຕະພັນ ເຊັ່ນ: ນໍ້າຊີວະພາບລ້າງອາຫານ, ນໍ້າໝາກຂາມປ້ອມ, ຢາສະຜົມສະໝຸນໄພ, ຄີມນວດຜົມສະໝຸນໄພ, ນ້ຳຢາຖູພື້ນ, ເຄື່ອງດື່ມສະໝຸນໄພກະຊາຍດຳຜົງ, ສະບູ, ສະໝຸນໄພຢາກາລະມ໋ອງ ແລະ ໂລຊັນບຳລຸງຜິວ ໂດຍໄດ້ລິເລີ່ມເຮັດການຜະລິດແຕ່ປີ 2011 ມາຮອດປີ 2014 ໄດ້ຮັບເປັນຄອບຄົວຕົວແບບ.

ໃນການເລີ່ມຕົ້ນເຮັດທຳອິດນັ້ນແມ່ນມີຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກເປັນໄລຍະທົດລອງໃໝ່ ຜະລິດສິນຄ້າອອກມາແລ້ວກໍໄດ້ລອງໃຊ້ເອງ ພ້ອມທັງໃຫ້ໝູ່ເອົາໄປໃຊ້ນຳ ແລະ ໄດ້ມີການພັດທະນາມາຕະຫຼອດ, ຈົນມາຮອດປີ 2017 ເຫັນວ່າຜະລິດຕະພັນເລີ່ມມີລູກຄ້າຫຼາຍຂຶ້ນເນື່ອງຈາກຜູ້ຄົນຮູ້ຈັກ, ຜູ້ທີ່ຊື້ສິນຄ້າໄປໃຊ້ແລ້ວເຫັນຜົນຈຶ່ງເກີດມີການບອກຕໍ່ໆກັນໄປ ເຊິ່ງຜະລິດຕະພັນສ່ວນໃຫຍ່ທີ່ໄດ້ຂາຍດີແມ່ນຢາສະຜົມ, ນ້ຳມັນຄັ້ນເສັ້ນ ແລະ ຜະລິດຕະພັນຕົວອື່ນນຳ.

ດ້ານການຕະຫຼາດ: ປັດຈຸບັນພວກເຮົາຍັງບໍ່ທັນມີໜ້າຮ້ານຈຳໜ່າຍ, ມີແຕ່ຜະລິດຢູ່ໃນເຮືອນ, ຂາຍຢູ່ໃນເຮືອນ ແລະ ຖ້າມີງານວາງສະແດງສິນຄ້າ ຫຼື ງານຕະຫຼາດນັດ ຈຶ່ງຈະໄດ້ອອກມາວາງສະແດງເພື່ອເຮັດໃຫ້ຜູ້ຄົນຮູ້ຈັກ. ສ່ວນໃນຕະຫຼາດອອນລາຍປັດຈຸບັນກໍຍັງບໍ່ໄດ້ເຮັດ ຫຼື ລົງໂຄສະນາຂາຍທາງອອນລາຍເທື່ອ ເນື່ອງຈາກຍັງບໍມີຄວາມຮູ້ດ້ານນີ້ແດ່, ແຕ່ກໍມີລູກຄ້າເອົາໄປຂາຍຕໍ່ທາງອອນລາຍຢູ່ ແລະ ຜູ້ທີ່ມາຊື້ໂດຍລວມ 80% ຈະເປັນລູກຄ້າເກົ່າທີ່ຊື້ແລ້ວນຳມາຊື້ອີກ, ຜະລິດຕະພັນຂອງພວກເຮົາມີລາຄາເລີ່ມຕົ້ນແຕ່ 15.000 – 250.000 ກີບ.

ສ່ວນແຜນການພັດທະນາໃນອະນາຄົດ ກໍຄາດວ່າຈະມີການປັບປຸງດ້ານການອອກແບບ, ການຫຸ້ມຫໍ່ຜະລິດຕະພັນໃຫ້ງົດງາມ, ມີລັກສະນະໂດດເດັ່ນ, ປັບປຸງດ້ານຄຸນນະພາບ ແລະ ການຕະຫຼາດກໍມີແຜນຈະຂະຫຍາຍຕື່ມ ແລະ ທ່ານໃດສົນໃຈຜະລິດຕະພັນສາມາດຕິດຕໍ່ທາງ  ເຟສບຸ໊ກແຟນເພຈ໌: MONG Enzyme ຜະລິດຕະພັນສະໝຸນໄພລາວ.

( ໂດຍ: ສັນຕິ, ຮູບ: ສຸກສະຫວັນ )