ຝຸ່ນຊີວະພາບມີຄວາມສຳຄັນສຳລັບຊາວກະສິກອນປູກຜັກປອດສານພິດ

279

ບໍລິສັດ ແອລວາຍພີ ອິນເຕີ ກະສິກຳ ແລະ ການຄ້າ ຈຳກັດ ເປັນໜຶ່ງໃນບັນດາບໍລິສັດຜູ້ຜະລິດຝຸ່ນຊີວະພາບໃນລາວ ໄດ້ມີການສຶກສາຄົ້ນ ຄວ້າກ່ຽວກັບການປູກຜັກປອດສານພິດມາເປັນເວລາຫຼາຍປີ ແລະ ໄດ້ມີການຜະລິດອອກຈໍາໜ່າຍ ນັບແຕ່ປີ 2015 ເປັນຕົ້ນມາ. ເປັນຝຸ່ນຊີວະພາບສຳລັບໃສ່ຜົນຜະລິດພືດຜັກຕ່າງໆ, ພືດອາຍຸສັ້ນ, ພືດລົ້ມລຸກ ແລະ ພືດໃຫ້ໝາກທຸກຊະນິດ ເພື່ອເຮັດໃຫ້ຜັກທີ່ປູກຂຽວງາມໄດ້ຜົນຜະລິດຫຼາຍ ແລະ ທີ່ສຳຄັນເປັນຜັກປອດສານພິດ.

ທ່ານ ນາງ ໄມວຽງ ເລົ່າຢ່າງປໍ ຮອງປະທານ ບໍລິສັດ ແອລວາຍພີ ອິນເຕີ ກະສິກຳ ແລະ ການຄ້າ ຈຳກັດ ໃຫ້ຮູ້ວ່າ: ຜ່ານການດໍາເນີນທຸລະກິດຕັ້ງແຕ່ປີ 2015 ຈົນມາຮອດປັດຈຸບັນເຫັນວ່າທຸລະກິດດັ່ງກ່າວໄປໄດ້ດີ ເນື່ອງຈາກຝຸ່ນຊີວະພາບຍັງເປັນທີ່ນິຍົມຂອງປະຊາຊົນຜູ້ປູກ ຜັກປອດສານພິດ ເຖິງວ່າອາດຈະໃຊ້ເວລາດົນໃນການບົວລະບັດຮັກສາກໍຕາມ, ແຕ່ ຄວາມຕ້ອງການຂອງຜູ້ບໍລິໂພກກໍສູງຂຶ້ນ ແລະ ຂາຍໄດ້ລາຄາດີຫາກທຽບໃສ່ກັບປະເພດຜັກໃສ່ຝຸ່ນປະສົມສານເຄມີທີ່ເຮົາເຄີຍເຫັນໃນທ້ອງຕະຫຼາດທົ່ວໄປ. ດຽວນີ້, ບໍລິສັດໄດ້ມີສາຂາ ຫຼື ຕົວແທນຈຳໜ່າຍຝຸ່ນຊີວະພາບ ແອລວາຍພີ ຢູ່ແຂວງວຽງຈັນ, ຫຼວງພະບາງ, ຫຼວງນ້ຳທາ, ອຸດົມໄຊ, ຜົ້ງສາລີ, ຊຽງຂວາງ, ບໍ່ແກ້ວ, ໄຊຍະບູລີ ແລະ ແຂວງ ອື່ນໆ.

ປັດຈຸບັນບໍລິສັດ ມີຝຸ່ນຊີວະພາບທັງໝົດມີ 7 ຊະນິດ ເຊິ່ງຜົນຕອບຮັບຜ່ານມາກໍເຫັນວ່າຂ້ອນຂ້າງດີສົມຄວນ, ຊາວກະສິກອນທີ່ນໍາໃຊ້ຕົວຈິງກໍມີຄວາມພໍໃຈກັບຝຸ່ນດັ່ງກ່າວ ເພາະມັນເຮັດໃຫ້ຜູ້ປະກອບການມີຜົນຜະລິດດີ, ທີ່ສຳຄັນບໍ່ເປັນພິດຕໍ່ຜູ້ນຳໃຊ້.

ສໍາລັບການຜະລິດຝຸ່ນຊີວະພາບ ແມ່ນໄດ້ຈ້າງໂຮງງານຜະລິດໃຫ້ຢູ່ປະເທດໄທ ເນື່ອງຈາກເຮົາບໍ່ມີທຶນພຽງພໍສຳລັບສ້າງຕັ້ງໂຮງງານ, ແຕ່ວ່າວັດຖຸດິບສ່ວນໜຶ່ງກໍເອົາໄປຈາກປະເທດລາວ ເພື່ອປະສົມໄດ້ຕາມມາດຕະຖານແລ້ວຈຶ່ງເຂົ້າສູ່ຂັ້ນຕອນການຜະລິດຕາມທີ່ບໍລິສັດກຳນົດ, ທ່ານ ນາງ ໄມວຽງ ເລົ່າຢ່າງປໍ ກ່າວ.

ຂະນະທີ່ຕະຫຼາດຈຳໜ່າຍຝຸ່ນຊີວະພາບໃນ ສປປ ລາວ ຄາດວ່າຍັງມີໂອກາດ ແລະ ຄວາມຕ້ອງການຫຼາຍຢູ່ ເນື່ອງຈາກບໍລິສັດໄດ້ຂະຫຍາຍສາຂາໄປແຂວງໃດ ກໍມີວິຊາການລົງໄປແນະນຳ ຫຼື ນຳພາປະຊາຊົນໃຫ້ຮູ້ເຖິງວິທີການປູກ, ການໃສ່ຝຸ່ນຈົນເຖິງວິທີການເກັບກ່ຽວ ແລະ ອື່ນໆ ເພື່ອເຮັດແນວໃດໃຫ້ເຂົາເຈົ້າສາມາດນຳໃຊ້ຝຸ່ນຊີວະພາບຖືກຕ້ອງຕາມປະລິມານ, ມີຜົນຜະລິດໄດ້ຫຼາຍ ແລະ ມີລາຍຮັບ.