ກຽມຫຼາຍບັນຫາທີ່ຈະເອົາເຂົ້າສະເໜີໃນກອງປະຊຸມໃຫຍ່ຄະນະພັກຮາກຖານກົມພາສີ

77

ກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກຮາກຖານກົມພາສີ ກະຊວງການເງິນ ຈະເປີດຂຶ້ນໃນເດືອນເມສາ 2020 ທີ່ຈະມາເຖິງນີ້ ເຊິ່ງຮອງລັດຖະມົນຕີກະຊວງການເງິນ ໄດ້ເນັ້ນໜັກໃຫ້ພ້ອມກັນບຸກທະລຸທາງດ້ານແນວຄິດ, ການຈັດຕັ້ງ ແລະ ບຸກຄະລາກອນ, ມີແຜນປະຕິຮູບອົງກອນໃນຂົງເຂດພາສີ ເພື່ອໃຫ້ມີການປ່ຽນແປງໃໝ່ ແລະ ສອດຄ່ອງກັບຄວາມເປັນຈິງ.

ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ໄດ້ລາຍງານສະພາບການຊີ້ນໍາ – ນໍາພາວຽກງານຂອງຄະນະພັກຮາກຖານກົມພາສີ ໃນໄລຍະຜ່ານມາ ແລະ ການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກຮາກຖານກົມພາສີ ເມື່ອບໍ່ດົນມານີ້ວ່າ: ການກະກຽມກອງປະຊຸມໃຫຍ່ຄະນະພັກຮາກຖານກົມພາສີ, ປັດຈຸບັນໄດ້ສໍາເລັດການອອກມະຕິຕົກລົງຂອງຄະນະພັກຮາກຖານກົມພາສີ ສະບັບເລກທີ 034/ຄພຮ.ກພສ ລົງວັນທີ 18 ກຸມພາ 2020 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບກະກຽມກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກຮາກຖານກົມພາສີເພື່ອພ້ອມກັນກະກຽມ ໂດຍອະນຸກໍາມະການຕ່າງໆໄດ້ມີການກະກຽມ ແລະ ກໍານົດແຜນການດໍາເນີນງານ ຄື: ການຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດການນໍາພາ ແລະ ຮ່າງບົດໂອ້ລົມຂອງຄະນະພັກຂັ້ນເທິງ ແມ່ນໃຫ້ສໍາເລັດສັງລວມຂໍ້ມູນໃນວັນທີ 27 ກຸມພາ 2020 ແລະ ໃຫ້ສໍາເລັດຮ່າງບົດດັ່ງກ່າວໃນວັນທີ 4 ມີນາ 2020 ແລະ ເປີດກອງປະຊຸມຜ່ານເນື້ອໃນວັນທີ 5 ຫຼື 6 ມີນາ 2020.

ສ່ວນກອງປະຊຸມເປີດກວ້າງ ແລະ ທາບທາມບຸກຄະລາກອນລົງສະໝັກເລືອກຕັ້ງຄະນະພັກຮາກຖານຊຸດໃໝ່ ຮອບທີ 1 ກໍານົດເອົາວັນທີ 23 ມີນາ 2020 ແລະ ທາບທາມຮອບທີ 2 ກໍານົດເອົາວັນທີ 3 ເມສາ 2020 ແລະ ເປີດກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກຮາກຖານກົມພາສີ ວັນທີ 22 ເມສາ 2020.

ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ ກໍໄດ້ສະເໜີໃຫ້ມີການກະກຽມດໍາເນີນກອງປະຊຸມໃຫຍ່ຂອງຄະນະພັກຮາກຖານກົມພາສີ ຄັ້ງທີ VI ທີ່ຈະມາເຖິງນີ້ ເຊິ່ງທ່ານໄດ້ມີການແລກປ່ຽນບົດຮຽນຫຼາຍບັນຫາໃນການຈັດຕັ້ງປະຕິບັດວຽກງານການຈັດຕັ້ງພັກ ໂດຍອີງຕາມທິດຊີ້ນໍາຂອງສູນກາງພັກ ແລະ ເພື່ອໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດ, ແຕ່ສິ່ງສໍາຄັນແມ່ນຕ້ອງໄດ້ມີການກະກຽມບົດລາຍງານການເມືອງ ໃຫ້ມີລັກສະນະຈຸດພິເສດຂອງຂະແໜງການຕົນເອງ ເພື່ອກໍານົດເຂົ້າໃນບົດລາຍງານການເມືອງ ໂດຍຕີລາຄາການຈັດຕັ້ງປະຕິບັດຮ່ວມກັນ.

ນອກນັ້ນ, ແມ່ນໃຫ້ສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ III ທີ່ຜ່ານມາ ມີສິ່ງໃດທີ່ສໍາເລັດ ແລະ ບໍ່ທັນສໍາເລັດ ອີງໃສ່ມະຕິຂອງອົງຄະນະພັກແຕ່ລະຂັ້ນ ໂດຍລົງເລິກຂໍ້ຄົງຄ້າງ ພ້ອມທັງຕີລາຄາການຈັດຕັ້ງໃຫ້ມີຄວາມສອດຄ່ອງ ໂດຍສະເພາະການຊີ້ນໍາບັນຊາວຽກງານພາສີໃນແຕ່ລະຂັ້ນ, ປະກອບຄໍາເຫັນໃສ່ບົດລາຍງານການເມືອງໃຫ້ຕີລາຄາການຈັດຕັ້ງ ແລະ ກໍານົດແຜນການໃນຕໍ່ໜ້າ ໂດຍວາງທິດທາງທີ່ຕິດພັນໃຫ້ແທດເໝາະກັບຄວາມເປັນຈິງ ໃຫ້ສາມາດແກ້ໄຂໄດ້ຕາມນະໂຍບາຍທີ່ວາງໄວ້.

ພ້ອມນັ້ນ, ໄດ້ເນັ້ນໃຫ້ພ້ອມກັນບຸກທະລຸທາງດ້ານແນວຄິດ, ການຈັດຕັ້ງ ແລະ ບຸກຄະລາກອນ, ມີແຜນປະຕິຮູບອົງກອນໃນຂົງເຂດພາສີ ໃຫ້ກົນໄກການບັງຂັບບັນຊາໄປໃນລວງດຽວກັນ, ມີການປັບປຸງພາລະບົດບາດກົມໃຫ້ມີການປ່ຽນແປງໃໝ່, ປະຕິບັດໄດ້ສໍາເລັດຕາມແຜນການທີ່ວາງໄວ້ ແລະ ສອດຄ່ອງກັບຄວາມເປັນຈິງ.

[ ຂ່າວ: ສົມສະຫວິນ, ຮູບ: ປ່ຽນນິສາ ]