ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ຕັ້ງເປົ້າສົ່ງອອກກາເຟ 9 ພັນກວ່າໂຕນ

186

ເນື້ອທີ່ປູກກາເຟໃນທົ່ວປະເທດມີຢູ່ 10 ແຂວງ, ໃນນີ້ 80% ແມ່ນຢູ່ເຂດພູພຽງບໍລະເວນ, ຕະຫຼາດກາເຟໂລກ ນັບແຕ່ທ້າຍປີ 2019 ຈົນເຖິງປັດຈຸບັນເຫັນວ່າມີບັນຍາກາດກໍາລັງຄຶກຄັກຫຼາຍສົມຄວນ ເຮັດໃຫ້ມີ ຄວາມຕ້ອງການເພີ່ມຂຶ້ນໃນຕະຫຼາດອາຊີ ແລະ ເອີຣົບ ສົ່ງຜົນດີຕໍ່ກັບຜູ້ປະກອບການຂອງລາວທີ່ເປັນຜູ້ຜະລິດ ແລະ ສົ່ງອອກ, ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ກໍເປັນໜຶ່ງໃນບໍລິສັດຜູ້ສົ່ງອອກລາຍໃຫຍ່ຂອງລາວ ໄດ້ຕັ້ງເປົ້າສົ່ງອອກກາເຟທັງໝົດ 9.500 ໂຕນ ໃນປີ 2020.

ທ່ານ ສີສຸກ ວົງພັກດີ ຜູ້ອໍານວຍການ ບໍລິສັດ ເພັດສະຫວ່າງ ຮ່ວມພັດທະນາກາເຟ ທັງເປັນຄະນະບໍລິຫານງານສະມາຄົມກາເຟລາວ ໃຫ້ສໍາພາດວ່າ: ປັດຈຸບັນກາເຟລາວເປັນທີ່ຕ້ອງການຫຼາຍຈາກຕ່າງປະເທດ ເຊິ່ງຄົນລາວເຮົາກໍສາມາດຜະລິດກາເຟທີ່ມີຄຸນນະພາບສາມາດຈຳໜ່າຍໃນຕະຫຼາດໂລກໄດ້ ເນື່ອງຈາກມີຕະຫຼາດຮອງຮັບຢູ່ແລ້ວ. ແຕ່ສໍາລັບການລົງທຶນໃສ່ການປູກກາເຟອາດຈະໃຊ້ເວລາ 3 ປີເປັນຢ່າງຕໍ່າ ຈຶ່ງສາມາດເກັບຂາຍໄດ້, ເວົ້າສະເພາະສວນກາເຟຂອງບໍລິສັດພວກເຮົາ ມີເນື້ອທີ່ທັງໝົດ 300 ເຮັກຕາ ແລະ ມີເນື້ອທີ່ຂອງປະຊາຊົນທີ່ເຮົາສົ່ງເສີມປູກອີກຫຼາຍຮ້ອຍເຮັກຕາ.

ໃນປີ 2019 ສາມາດສົ່ງອອກກາເຟໄດ້ທັງໝົດ 1.721 ໂຕນ ຄິດເປັນມູນຄ່າປະມານ 3,3 ລ້ານໂດລາສະຫະລັດ. ໃນນີ້, ສົ່ງອອກໄປກໍາປູເຈຍ 1.220 ໂຕນ ມູນຄ່າ 2,4 ລ້ານໂດລາ, ສົ່ງອອກໄປ ສສ ຫວຽດນາມ 467 ໂຕນ ມູນຄ່າ 752.300 ໂດລາ, ສົ່ງອອກໄປ ສ.ເກົາຫຼີ ຈໍານວນ 34 ໂຕນ ມູນຄ່າ 94 ພັນໂດລາ.

ສໍາລັບປີ 2020 ເປັນປີທີ່ມີຄວາມສໍາຄັນຫຼາຍຕໍ່ທຸລະກິດກາເຟໃນບ້ານເຮົາ ເພາະຄວາມຕ້ອງການຂອງຕະຫຼາດຕ່າງປະເທດເພີ່ມຂຶ້ນ ຈຶ່ງເຮັດໃຫ້ພວກເຮົາປັບຕົວເລກສົ່ງອອກສູງຂຶ້ນ, ຕາມແຜນແລ້ວຈະສົ່ງອອກໄປກໍາປູເຈຍ ແລະ ສສ ຫວຽດນາມ ເປັນປະເພດກາເຟກາງ 6 ພັນໂຕນ ມູນຄ່າ 8,2 ລ້ານ ໂດລາ, ສ່ວນປະເພດກາເຟນ້ອຍຈະສົ່ງໄປເອີຣົບ ຈໍານວນ 3.500 ໂຕນ ມູນຄ່າ 8 ລ້ານໂດລາ ຫາກລວມຍອດສົ່ງອອກທັງໝົດຢູ່ທີ່ 9.500 ໂຕນ ຄິດເປັນເງິນມູນຄ່າປະມານ 16,2 ລ້ານໂດລາ.

ເວົ້າສະເພາະຕົວເລກສົ່ງອອກແລ້ວນັບແຕ່ເດືອນມັງກອນ ຫາ ວັນທີ 25 ກຸມພາ 2020 ຜ່ານມານີ້, ທາງບໍລິສັດໄດ້ສົ່ງອອກກາເຟແລ້ວ 2.758 ໂຕນ ມູນຄ່າ 3,8 ລ້ານໂດລາ. ໃນນີ້, ສົ່ງອອກໄປກໍາປູເຈຍ ແລະ ສສ ຫວຽດນາມ 2.638 ໂຕນ ແລະ ເອີຣົບ 120 ໂຕນ.

ອີງຕາມຂໍ້ມູນໃນປີ 2019 ຂອງສະມາຄົມກາເຟລາວ ໃຫ້ຮູ້ວ່າ: ເນື້ອທີ່ປູກກາເຟໃນທົ່ວປະເທດມີຢູ່ 10 ແຂວງ, ໃນນີ້ 80% ແມ່ນຢູ່ເຂດພູພຽງບໍລະເວນ ແລະ ມີສະມາຊິກທັງໝົດ 57 ຫົວໜ່ວຍທຸລະກິດ; ສໍາລັບເນື້ອທີ່ປູກກາເຟໃນ 4 ແຂວງພາກໃຕ້ ມີທັງໝົດ 73.255 ເຮັກຕາ ແລະ ເນື້ອທີ່ໃຫ້ໝາກ 66.838 ເຮັກຕາ. ຕະຫຼາດກາເຟລາວສົ່ງອອກສ່ວນໃຫຍ່ແມ່ນ ສສ ຫວຽດນາມ ກວມ 80%, ຮອງລົງມາແມ່ນໄທ, ກໍາປູເຈຍ, ບັນດາປະເທດໃນອາຊີ ແລະ ເອີຣົບຕາມລໍາດັບ.

[ ໂດຍ: ສົມສະຫວິນ ]