Miss Crystal Angel International 2019 ມອບທຶນການສຶກສາໃຫ້ໂຮງຮຽນປະຖົມບ້ານໂພນໝີ

110

ນາງງາມສາຍບຸນອີກຄົນ ທີ່ທັງງາມ ແລະ ໃຈດີ ລັດ ລັດດາພອນ ພົມສຸວັນ ນາງງາມທີ່ສ້າງປະຫວັດສາດໃຫ້ກັບປະເທດລາວຄືຄວ້າມົງກຸດຈາກນາງງາມໂລກ ເປັນມົງກຸດທໍາອິດຂອງລາວເລີຍໃນການປະກວດ Miss Crystal Angel International 2019 ເວທີຕ້ານ ແລະ ສະກັດກັດຄວາມຮຸນແຮງແມ່ຍິງ ແລະ ເດັກນ້ອຍ ທີ່ຈະຈັດຂຶ້ນປະເທດມຽນມາ

.

ຫຼັງຈາກທີ່ສາວລັດ ໄດ້ຮັບຕໍາແໜ່ງ ກໍ ປະຕິບັດໜ້າທີ່ນາງງາມ ໃນງານສໍາຄັນຕ່າງໆ ລວມທັງຊ່ວຍເຫຼືອເດັກນ້ອຍ ແລະ ຜູ້ດ້ອຍໂອກາດມາຕະຫຼອດ

.

ດັ່ງຫຼ້າສຸດ ໃນວັນທີ 2 ມີນາ 2020 ສາວລັດໄດ້ມີໂອກາດໄປຢ້ຽມຍາມບ້ານແມ່ ທີ່ກາສີ ແຂວງ ໄຊຍະບູລີ ກໍຖືໂອກາດນີ້ມອບທຶນການສຶກສາ, ອຸປະກອນການຮຽນໃຫ້ເດັກນ້ອຍ ຈໍານວນປະມານ 3 ລ້ານກີບ

.

ສາວລັດ ໄດ້ໂພສພາບ ແລະ ຂໍ້ຄວາມສຸດປະທັບໃຈໃນຄັ້ງນີ້ວ່າ:

.

ມີໂອກາດໄດ້ໄປຢ້ຽມຢາມບ້ານແມ່ ເລີຍຖືວາລະໂອກາດນີ້ໄປມອບທຶນການສຶກສາ, ອຸປະກອນການຮຽນ ແລະ ອຸປະກອນກິລາໃຫ້ແກ່ ໂຮງຮຽນ ປະຖົມບ້ານໂພນໝີ ເມືອງກາສີ ແຂວງວຽງຈັນ Support our children, Miss Crystal Angel International, Miss Crystal Angel International Laos