ຜູ້ເດີນທາງມາຈາກປະເທດທີ່ມີການລະບາດໂຄວິດ-19 ຕ້ອງປະຕິບັດຕາມຄໍາແນະນໍານີ້

79

ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຄະນະສະເພາະກິດ ໄດ້ອອກແຈ້ງການສະເໜີເລື່ອນ ຫຼື ໂຈະການເດີນທາງໄປເຮັດວຽກຢູ່ປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ພ້ອມດຽວກັນນັ້ນກໍ່ໄດ້ມີຄໍາແນະນໍາສໍາລັບຜູ້ທີ່ເດີນທາງມາຈາກປະເທດທີ່ມີການລະບາດຂອງເຊື້ອພະຍາດດັ່ງກ່າວໂດຍໃຫ້ປະຕິບັດຕາມແຕ່ລະຂັ້ນຕອນຢ່າງເຄັ່ງຄັດ ຕາມຄໍາແນະນໍາຂອງກະຊວງສາທາລະນະສຸກ.

ພາບປະກອບຂ່າວເທົ່ານັ້ນ

ພາຍໃນດ່ານ ຈະມີພະນັກງານສາທາລະນະສຸກກັ່ນກອງຜູ້ເດີນທາງທຸກຄົນທີ່ມາຈາກປະເທດ/ເຂດ ທີ່ມີຜົນກະທົບຈາກພະຍາດ ໂຄວິດ-19 ໂດຍຜ່ານເຄື່ອງວັດແທກອຸນຫະພູມ, ຫາກພົບໄຂ້ຈະຖືກສອບຖາມ ເພື່ອວັດແທກອຸນຫະພູມເພີ່ມເຕີມໂດຍພະນັກງານສາທາລະນະສຸກປະຈໍາດ່ານ. ພ້ອມນີ້ຖ້າທ່ານໃດມີອາການໄອ, ເຈັບຄໍ, ນໍ້າມູກຍ້ອຍ ຫຼື ຫາຍໃຈຍາກ ກະລຸນາແຈ້ງໃຫ້ພະນັກງານແພດປະຈໍາດ່ານ ໃຫ້ຮູ້ວ່າເດີນທາງມາຈາກປະເທດໃດ ເພື່ອຈະຊ່ວຍແນະນໍາການສົ່ງຕໍ່ ແລະ ປິ່ນປົວຢ່າງເໝາະສົມ.

ພາບປະກອບຂ່າວເທົ່ານັ້ນ

ທັງນີ້ ເນື່ອງຈາກພະຍາດດັ່ງກ່າວສາມາດເກີດຂຶ້ນໄດ້ຫຼັງຈາກຕິດເຊື້ອຈົນຮອດ 14ວັນ ເມື່ອເດີນທາງມາຮອດ ສປປ ລາວ ໃຫ້ສືບຕໍ່ປະຕິບັດເບິ່ງແຍງສຸຂະພາບຕົນເອງໃຫ້ແຂງແຮງ, ຫຼີກລ່ຽງການເຮັດກິດຈະກໍາທີ່ບໍ່ຈໍາເປັນນອກສະຖານທີ່ພັກເຊົາ ແລະ ຫຼີກຫຼ່ຽງການໃກ້ຊິດກັບບຸກຄົນອື່ນໆ.

ພ້ອມນີ້ ກະຊວງສາທາລະນະສຸກແນະນໍາໃຫ້ໝັ່ນຕິດຕາມອາການຕົນເອງເຊັ່ນ: ມີໄຂ້, ໄອ, ເຈັບຄໍ ຫຼື ຫາຍໃຈຍາກ ພາຍໃນ 14ວັນ ຫຼັງເດີນທາງກັບຈາກປະເທດທີ່ມີລາຍງານພະຍາດ ໂຄວິດ-19 ແນະນໍາໃຫ້ມີການວັດແທກອຸນຫະພູມທຸກມື້ ແລະ ໃສ່ຜ້າອັດປາກ-ອັດດັງ ຖ້າຈໍາເປັນຕ້ອງອອກໄປຕາມສະຖານທີ່ສາທາລະນະ ຫຼື ຫາກມີອາການທີ່ກ່າວມາຂ້າງເທິງ ໃຫ້ໂທສອບຖາມເປີໂທ 166 ຫຼື 020 5406 6777 ແລະ ຫຼີກລ່ຽງການໃກ້ຊິດກັບບຸກຄົນອື່ນໃນຂະນະທີ່ລໍຖ້າຄໍາແນະນໍາເພີ່ມເຕີມ.

ພາບປະກອບຂ່າວເທົ່ານັ້ນ

ດ້ານຂັ້ນຕອນທີ່ສາມາດເຮັດໄດ້ເພື່ອຮັກສາຕົນເອງໃຫ້ມີສຸຂະພາບດີ ມີຄື:

1 ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມືເປັນປະຈໍາ

2 ເມື່່ອມີອາການໄອ ຫຼື ຈາມ ຕ້ອງປິດປາກ ແລະ ດັງດ້ວຍເຈ້ຍອະນາໄມ ຫຼື ກົກແຂນຂອງທ່ານ ຈາກນັ້ນຖິ້ມເຈ້ຍດັ່ງກ່າວລົງຖັງຂີ້ເຫຍື້ອ.

3 ຫຼີກລ່ຽງການສໍາຜັດກັບຄົນທີ່ມີອາການໄຂ້, ເຈັບຄໍ, ໄອ ຫຼື ຫາຍໃຈຍາກ

ພາບປະກອບຂ່າວເທົ່ານັ້ນ

4 ຫຼີກລ່ຽງການສໍາຜັດກັບສັດທີ່ເຫງົາ ຫຼື ສັດບໍ່ມີເຈົ້າຂອງ ໂດຍສະເພາະຢູ່ຕະຫຼາດສົດຖ້າຈໍາເປັນ ແມ່ນຕ້ອງລ້າງມືທຸກຄັ້ງໃຫ້ສະອາດ

5 ຫຼີກລ່ຽງການເດີນທາງໄປສະຖານທີ່ແອອັດ, ສໍາຜັດກັບບຸກຄົນອື່ນ, ບໍ່ຄວນໄປເຮັດວຽກ, ໄປໂຮງຮຽນ ຖ້າຮູ້ສຶກບໍ່ສະບາຍ

6 ຖ້າມີອາການໄຂ້, ໄອ, ເຈັບຄໍ, ຫາຍໃຈຍາກ ຄວນເບິ່ງແຍງຜູ້ມີອາການດັ່ງກ່າວໃຫ້ດີ, ສ່ວນການໃສ່ຜ້າອັດປາກ-ອັດດັງຕ້ອງຮັບປະກັນວ່າຕົນເອງຮູ້ວິທີການໃສ່ ແລະ ຖິ້ມຜ້າອັດປາກດັງຢ່າງຖືກຕ້ອງ