“ນ້ຳຂີງປະສົມນ້ຳເຜິ້ງ” ຊ່ວຍເພີ່ມຄວາມອົບອຸ່ນໃຫ້ຮ່າງກາຍ ພ້ອມທັງສາມາດປ້ອງກັນພະຍາດໄຂ້ຫວັດໄດ້ອີກ

93

ເມື່ອອາກາດມີການປ່ຽນແປງເລື່ອຍໆ ບຶດຮ້ອນບຶດເຢັນລອງຫາເຄື່ອງດື່ມອຸ່ນໆໄວ້ດື່ມ ແລະ ຊ່ວຍເພີ່ມອຸນຫະພູມໃນຮ່າງກາຍໄດ້ນຳ. ສະນັ້ນ, ມື້ນີ້ ພວກເຮົາ ໄດ້ນຳເອົາເຄື່ອງດື່ມທີ່ດີຕໍ່ສຸຂະພາບມາຝາກໃຫ້ຫຼາຍຄົນທົດລອງເຮັດ ແລະ ຍັງຊ່ວຍປ້ອງກັນພະຍາດໄຂ້ຫວັດໄດ້ເປັນຢ່າງດີ.

ສ່ວນປະສົມ:

1 ຂີງແກ່ຂູດ ຫຼື ຊອຍບາງໆ 1 ບ່ວງແກງ.

2 ໝາກກ້ຽງ ຫຼື ໝາກນາວ 1 ໜ່ວຍ.

3 ນ້ຳເຜິ້ງ 1 ບ່ວງກາເຟ.

4 ນ້ຳສະອາດ 1 ຈອກ.

5 ເກືອໜ້ອຍໜຶ່ງ.

ວິທີປຸງແຕ່ງ:

ເອົານ້ຳໃສ່ໝໍ້ຄ້າງໄຟປານກາງເມື່ອນ້ຳຟົດເອົາຂີງລົງຕົ້ມຈົນໃຫ້ມີກິ່ນຂີງອອກມາ ຫຼື ປະມານ 5 – 10 ນາທີ ປົງລົງໃສ່ນໍ້າເຜິ້ງ ແລະ ເກືອ ຄົນໃຫ້ເຂົ້າກັນ ສຸດທ້າຍຈຶ່ງໃສ່ນ້ຳໝາກກ້ຽງ ຫຼື ນໍ້າໝາກນາວລົງໄປຄົນໃຫ້ເຂົ້າກັນຖອກໃສ່ຈອກພ້ອມເສີມອຸ່ນໆແກ້ອາການເຈັບຄໍ.

 

( ຂໍ້ມູນຈາກ: thairath.co.th )