ບໍ່ຄວນເບີ່ງຂ້າມ! ເປືອກກ້ວຍກັບສັບພະຄຸນເພື່ອຄວາມງາມ

197

ໃຜ​ຈະ​ເຊື່ອ​ວ່າ​ມີ​ໝາກໄມ້​ອີກ​ຫຼວງຫຼາຍ​ຊະນິດທີ່​ກິ​ນ​ເນື້ອ​ໄດ້​ແລ້ວ​ເປືອກ​ຂອງ​ມັນ​ກໍ່​ຍັງມີ​ປະໂຫຍດ​ທາງ​ດ້ານ​ຄວາມ​ງາມ​ສຳລັບ​ຜູ້ຍິງ​​ທີ່​​ຍັງ​ບໍ່​ຮູ້ ແລະ ​ໜຶ່ງ​ໃນ​ນັ້ນ​ກໍ​ຄື: ​ເປືອກ​ໝາກກ້ວຍທີ່​ມີ​ເນື້ອ​ເປັນປະ​ໂຫຍ​ດຕໍ່​ສຸຂະພາບ​ແລ້ວ ​ແລະ ຍັງໄດ້​ປະໂຫຍດ​ໃນ​ການຊ່ວຍ​ຂັບ​ຖ່າຍ​ຈາກ​ພາຍ​ໃນ ​ແຕ່ຈຸດ​ເດັ່ນ​ຂອງ​ມື້​ນີ້ຄືເປືອກ​ກ້ວຍ​ທີ່​ຈະຊ່ວຍ​ເຮົາ​ໄດ້.

ໂດຍ​ສູດ​ເປືອກ​ກ້ວຍ​ເພື່ອ​ຄວາມ​ງາມ​ນີ້ໄດ້​ເປີດ​ເຜີຍ​ຫຼາຍ​ຈາກ Michelle Phan ບິວ​ຕີ ທີ່​ເປັນບລັອກ​ເກີ​ຊື່​ດັງ​ວ່າ: ​​ໄດ້​ທົດລອງ​​ເຮັດມາ​ແລ້ວ ແລະ​ ເຫັນ​ໄດ້​ຊັດເຈນ​ວ່າຜະລິດຕະພັນ​ເພື່ອ​ຄວາມ​ງາມ​ນັ້ນ​ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ຂອງ​ມີ​ລາ​ຄາ​ແພງ​ສະເໝີ​ໄປລອງ​ຫັນມາ​ໃຊ້​ວິທີ​ແບບ​ທຳມະຊາດ​ກໍ່​ດີ​ຕໍ່​ຜິວ​ ແລະ ​ສຸຂະພາບ​ຂອງ​ຕົວ​ທ່ານ​ເອງ​ໄດ້​ເຊັ່ນ​ກັນ.​

ສູດເປືອກ​ກ້ວຍເພື່ອ​ຄວາມ​ງາມ​ທີ່ນຳ​ມາ​ຝາກ​ກັນ​ມື້​ນີ້ມີ 6 ວິທີ​ໃຫ້​ໄປທົດ​ລອງ​​ເຮັດ​ເບິ່ງ:

1 ຕັດ​ເປືອກ​ກ້ວຍ​ເປັນ​ຕອນ​ນ້ອຍ​ໆແລ້ວ​ນຳ​ມາ​ຖູ​ແຂ້ວແລ້ວ​ບ້ວນປາກດ້ວຍ​ນ້ຳ​ສະອາດ​ອອກເຮັດ​ເປັນ​ປະຈຳວັນ​ລະ 1-2 ເທື່ອ​ຈະເຮັດໃຫ້​ແຂ້ວ​ຂາວ​ຂຶ້ນໂດຍ​ບໍ່​ຕ້ອງ​ໃສ່ຢາ​ຖູ​ກແຂ້ວ​ເພື່ອ​ແຂ້ວ​ຂາວ​ເລີຍ.

2 ບຳ​ລຸງ​ຜິວ​ໃຫ້​ຂາວ​ຂຶ້ນ​ໄດ້ດ້ວຍ​ການ​ນຳເປືອກ​ກ້ວຍມາຖູ​ຜິວ​​ໃຫ້​ທົ່ວໂດຍ​ໃຊ້​ທາງ​ໃນ​ຂອງ​ຜິວ​ເປືອກ​ກ້ວຍແລ້ວ​ລ້າງ​ໂຕ​ດ້ວຍ​ນ້ຳ​ສະ​ອາດ.

3 ຊ່ວຍຫຼຸດ​ຮ່ອງຮອຍໂດຍ​ນຳ​ເປືອກ​ກ້ວຍ​ມາ​ທາ​ຄ່ອຍໆ​ບໍລິເວນ​ທີ່​ຕ້ອງ​ການແລ້ວ​ຖິ້ມ​ໄວ້ 30 ນາ​ທີ​​ແລ້ວ​ຈຶ່ງລ້າງ​ອອກ.

4 ປິ່ນປົວ​ສິວໃຜ​ຈະ​ຮູ້​ວ່າເປືອກ​ກ້ວຍທຳ​ດາ​ສາມາດ​ຊ່ວຍ​ເຮັດໃຫ້​ສິວ​ຍຸບ​ໄວ​ໄດ້ດ້ວຍ​ການ​ນຳ​ເປືອກ​ມາ​ຖູ​ບໍລິເວນ​ທີ່​ສິວ​ອັກ​ເສບຖິ້ມ​ໄວ້​ໄລຍະໜຶ່ງ​ແລ້ວ​ລ້າງ​ອອກ ​ເຊິ່ງໃນ​ເປືອກ​ກ້ວຍ​ນັ້ນ​ມີ​ສານ​ຕ້າ​ນອານຸ​ມູນ​ອິດສະຫຼະ​ ແລະ​ ສານ​ອາຫານ​ທີ່​ສາມາດ​ຊ່ວຍ​ຫຼຸດ​ສິວ​ອັກ​ເສບ​ໄດ້.

5 ເປືອກ​ກ້ວຍ​ຍັງ​ສາມາດ​​ເຮັດເປັນຄຣີມບຳ​ລຸງ​ຜິວ​ຊັ້ນ​ດີທີ່​ຊ່ວຍ​ໃຫ້​ຜິວ​​ນຸ້ມ​ຊຸ່ມ​ຊື່ນ​ໄດ້ນໍາ​ ​ໂດຍ​ສາມາດ​ນຳ​ມາ​ທາ​ຜິວ​​​ແລ້ວ​ຈະ​ເຮັດ​ຜົນ.

6 ຊ່ວຍຫຼຸດ​ຖົງ​ໃຕ້​ຕາ​ໄດ້​ເຊັ່ນ​ດຽວ​ກັນ​ກັບ​ໝາກແຕງ​ດ້ວຍ​ວິທີ​ການ​ນຳ​ເປືອກ​ກ້ວຍ​ວາງ​ຕິດ​ໄວ້​ບໍລິ​ເວນດ​ວງ​ຕາກໍ່ຈະ​ຊ່ວຍ​ໃຫ້​ຮ່ອງ​ຮອຍ​ຄວາມ​ເມື່ອຍ​​ຈາກ​ຖົງ​ໃຕ້​ຕາເບິ່ງ​ສົດ​ໃສ​ຂຶ້ນ.