ເມືອງຍອດອູ ຕັ້ງເປົ້າໃຫ້ເສດຖະກິດເຕີບໂຕໃນລະດັບ 8,09% ຕໍ່ປີ

148

ອີງຕາມແຜນພັດທະນາເສດຖະກິດສັງຄົມໃນ 5ປີຕໍ່ໜ້າ 2020-2024 ເມືອງຍອດອູຕັ້ງເປົ້າໝາຍຈະສູ້ຊົນໃຫ້ເສດຖະກິດເຕີບໂຕໃນລະດັບ 8,09 % ຕໍ່ປີ, ໃນນັ້ນ ຂົງເຂດກະສີກຳ-ປ່າໄມ້ ເພີ່ມຂື້ນ 8,78 %, ອຸດສະຫະກຳ ແລະ ຫັດຖະກຳ ເພີ່ມຂື້ນ 8,31 % ແລະ ການບໍລິການເພີ່ມຂື້ນ 10,26 %.

ພາຍຫຼັງທີ່ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຍອດອູຄັ້ງທີ່ IX ມາເປັນເວລາ 2 ວັນ ຈຶ່ງໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 28 ກຸມພາ 2020 ນີ້, ທີ່ສະໂມສອນໃຫຍ່ຂອງເມືອງຍອດອູ ໂດຍການເປັນປະທານຂອງສະຫາຍ ສົມຫັວງ ສຸມວີໄລ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆຍອດອູ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳຜອຍ ວັນນະສານ ເຈົ້າແຂວງໆຜົ້ງສາລີ, ມີທ່ານ ທອງສະຫວັນ ທຳມະວົງ ປະທານແນວລາວສ້າງຊາດແຂວງ, ທັງເປັນຜູ້ຊີ້ນຳວຽກງານຮອບດ້ານຂອງເມືອງຍອດອູ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ສະຫຼູບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກເມືອງຍອດອູ ຕະຫຼອດໄລຍະ 5 ປີຜ່ານມາ, ຮັບຟັງການປະກອບຄຳຄີດເຫັນຈາກຫຼາຍພາກສ່ວນ ພ້ອມນັ້ນກໍໄດ້ເຫັນພ້ອມ ແລະ ເປັນເອກະສັນກັນຮັບຮອງແຜນພັດທະນາເສດຖະກິດ – ສັງຄົມ 5 ປີ ຕໍ່ ໜ້າ ແຕ່ປີ 2020 – 2024ໂດຍມີບາງຕອນໃຫ້ຮູ້ວ່າ: ຈະສູ້ຊົນໃຫ້ເສດຖະກິດເຕີບໂຕໃນລະດັບ 8,09 % ຕໍ່ປີ, ໃນນັ້ນຂົງເຂດກະສີກຳ – ປ່າໄມ້ ເພີ້ມຂື້ນ 8,78 %, ອຸດສະຫະກຳ ແລະ ຫັດຖະກຳ ເພີ່ມຂື້ນ 8,31 % ແລະ ການບໍລິການເພີ້ມຂື້ນ 10,26 % ເຮັດໃຫ້ໂຄງປະກອບເສດຖະກີດມີການປ່ຽນແປງເຊັ່ນ: ດ້ານກະສິກຳ – ປ່າໄມ້ ກວມ 80,39 %, ອຸດສະຫະກຳ ແລະ ຫັດຖະກຳ ກວມ 4,31 % ແລະ ການບໍລິການກວມ 15,30 %.

ລວມຍອດມູນຄ່າລາຍຮັບຮອດປີ 2024 ໃຫ້ບັນລຸ 477,39 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 12,85 ລ້ານກີບ ຫຼື ເທົ່າກັບ 1.477 ໂດລາຕໍ່ຄົນຕໍ່ປີ, ຈະສູ້ຊົນເຮັດໃຫ້ຄອບຄົວທຸກຍາກຫຼຸດລົງໃຫ້ຍັງເຫຼືອ 41,79%, ບ້ານທຸກຍາກໃຫ້ຍັງເຫຼືອ 53,94 %, ສ້າງບ້ານພັດທະນາໃຫ້ໄດ້ 7 ບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ 1 ບ້ານ ( ຕາມການປະເມີນດຳລັດ 348/ລບ).

ຂໍ້ມູນຈາກ: Media Laos ພາບ – ຂ່າວ: ແສງຄຳ ສາລີວັນ