ເມືອງຫາດຊາຍຟອງ ມີສິນຄ້າໂອດ໋ອບ 6 ຫົວໜ່ວຍ

213

ເມືອງຫາດຊາຍຟອງ ຖືເປັນ 1 ໃນ 9 ຕົວເມືອງຂອງນະຄອນຫຼວງວຽງຈັນ ເປັນເມືອງອູ່ເຂົ້າອູ່ປາ, ປະຊາຊົນສ່ວນໃຫຍ່ເຮັດອາຊີບກະສິກຳປູກຝັງ ແລະ ລ້ຽງສັດ. ປັດຈຸບັນມີສິນຄ້າໄດ້ຮັບກາໝາຍສິນຄ້າໂອດ໋ອບແຫ່ງຊາດແລ້ວ 6 ຫົວໜ່ວຍ.

ທ່ານ ວັນທະນູສິນ ອິນທະສີນາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກ່່າວໃນພິທີເປີດງານວາງສະແດງສິນຄ້າໂອດ໋ອບຂອງເມືອງ ເມື່ອວັນທີ 26 ກຸມພາ 2020 ຜ່ານມາວ່າ: ສະພາບທີ່ຕັ້ງ ແລະ ຈຸດພິເສດຂອງເມືອງຫາດຊາຍຟອງ ແມ່ນຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງນະຄອນຫຼວງວຽງຈັນ, ທິດໃຕ້ຕິດກັບແມ່ນໍ້າຂອງ ຄວາມຍາວ 50 ກິໂລແມັດ ມີຊາຍແດນຕິດກັບປະເທດໄທ

ທິດຕາເວັນອອກຕິດກັບເມືອງປາກງື່ມ ແລະ ເມືອງໄຊທານີ, ທິດເໜືອຕິດກັບເມືອງໄຊເສດຖາ ແລະ ເມືອງສີສັດຕະນາກ ມີເນື້ອທີ່ທັງໝົດ 25.800 ເຮັກຕາ. ໃນນັ້ນ, ເນື້ອທີ່ຜະລິດກະສິກໍາ ກວມ 11.691 ເຮັກຕາ ສະພາບພື້ນທີ່ທັງໝົດເປັນທົ່ງພຽງ, ມີພົນລະເມືອງທັງໝົດ 102.632 ຄົນ ຍິງ 51.945 ຄົນ, ມີ 60 ບ້ານ, ມີ 1.706 ໜ່ວຍ, 21.864 ຄອບຄົວ.

ເມືອງຫາດຊາຍຟອງ ມີລັກສະນະເປັນ 2 ເຂດທີ່ແຕກຕ່າງກັນ ຄື: ເຂດຕົວເມືອງ ມີ 9 ບ້ານ, ເຂດຊານເມືອງ ມີ 51 ບ້ານ; ປະຊາຊົນສ່ວນໃຫຍ່ມີອາຊີບເຮັດການຜະລິດກະສິກໍາປູກຝັງ – ລ້ຽງສັດ ກວມ 70%, ສ່ວນທີ່ເຫຼືອ 30% ປະກອບອາຊີບກໍາມະກອນ, ຄ້າຂາຍ, ພະນັກງານລັດຖະກອນ ແລະ ອື່ນໆ. ເປັນເມືອງທີ່ມີດ່ານຂາເຂົ້າ – ຂາອອກສູ່ຕ່າງປະເທດ 2 ແຫ່ງ ຄື: ດ່ານສາກົນຂົວມິດຕະພາບ 1 ແລະ ດ່ານທ້ອງຖິ່ນທ່າເດື່ອ.

ມີເຂດເສດຖະກິດສະເພາະດົງໂພສີ ແລະ ລອງແທ່ງ – ວຽງຈັນ, ມີສະຖານີລົດໄຟທ່ານາແລ້ງ, ມີແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ, ປະຫວັດສາດ ຄື: ກໍາແພງເມືອງບູຮານຊັ້ນ 3, ສວນວັດທະນະທຳຊຽງຄວນ, ສວນວັດທະນະທຳບັນດາເຜົ່າດົງໂພສີ, ສວນຜູ້ໄທທີລະ ແລະ ວັດວາອາຮາມຕ່າງໆທີ່ສະແດງເຖິງຄວາມເປັນເມືອງເກົ່າຊາຍຟອງມາແຕ່ດັ້ງເດີມ.

ດ້ານຫົວໜ່ວຍທຸລະກິດພາຍໃນເມືອງທີ່ຄຸ້ມຄອງ ມີທັງໝົດ 1.389 ຫົວໜ່ວຍ ມີທຶນຈົດທະບຽນ 138,7 ຕື້ກວ່າກີບ. ໃນນັ້ນ, ອຸດສາຫະກໍາ – ຫັດຖະກໍາ ທີ່ເມືອງຄຸ້ມຄອງ 226 ພື້ນຖານ ມີທຶນທັງໝົດ 23,1 ຕື້ກີບ ມີແຮງງານທັງໝົດ 685 ຄົນ ( ຍິງ 274 ຄົນ ).

ນອກຈາກນີ້, ເມືອງຍັງມີສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ສິນຄ້າໂອດ໋ອບ ( ODOP ) ຕາມທິດຂອງເມືອງແມ່ນກຳນົດໃຫ້ໄດ້ໜຶ່ງບ້ານ ໜຶ່ງຜະລິດຕະພັນ ໜຶ່ງເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນ ແລະ ມາຮອດປັດຈຸບັນທາງເມືອງມີສິນຄ້າໄດ້ຮັບກາໝາຍສິນຄ້າໂອດ໋ອບແຫ່ງຊາດແລ້ວ 6 ຫົວໜ່ວຍ, ປະກອບມີຜະລິດຕະພັນຫັດຖະກຳແຜ່ນແພ ແລະ ຕໍ່າຫູກ 1 ຫົວໜ່ວຍ, ຜະລິດຕະພັນຫັດຖະກຳແກະສະຫຼັກຈາກໄມ້ 1 ຫົວໜ່ວຍ, ຜະລິດຕະພັນຊາສະໝຸນໄພບໍາລຸງຮ່າງກາຍ 1 ຫົວໜ່ວຍ ແລະ ຜະລິດອາຫານ ແລະ ເຄື່ອງດື່ມ 3 ຫົວໜ່ວຍ.