ນາຍົກ ຊີ້ນຳໃຫ້ສຸມໃສ່ຊຸກຍູ້ການຜະລິດ ຕິດຕາມສະກັດກັ້ນ ໂຄວິດ – 19

215

ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ບັນດາຂະແໜງການກ່ຽວຂ້ອງເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ຕິດຕາມຊຸກຍູ້ການຜະລິດ ພ້ອມທັງເປັນເຈົ້າການໃນການສະກັດກັ້ນການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ( ໂຄວິດ – 19 ).

ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ຜ່ານມາ ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນຊີ້ນໍາໃຫ້ຄະນະລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມໃນເດືອນມີນາ 2020 ຫຼາຍບັນຫາສໍາຄັນ ດັ່ງນີ້:

1 ໃຫ້ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ພ້ອມທັງມີມາດຕະການລະອຽດ ແລະ ເຂັ້ມງວດ ເພື່ອເຮັດໃຫ້ບັນດາປາກົດການຫຍໍ້ທໍ້ຫຼຸດລົງເທື່ອລະກ້າວ. ພ້ອມກັນນັ້ນ, ກໍໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນແນວທາງຂອງພັກ – ລັດ.

2 ໃຫ້ຂະແໜງການກ່ຽວຂ້ອງເປັນເຈົ້າການໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ( COVID – 19 ) ແລະ ພະຍາດອື່ນໆທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນສະພາບຢ່າງໃກ້ຊິດເປັນປະຈໍາ. ພ້ອມກັນນັ້ນ, ກໍໃຫ້ຄົ້ນຄວ້າປະເມີນຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ວາງນະໂຍບາຍ ຫຼື ມາດຕະການທີ່ຈໍາເປັນເພື່ອຫຼຸດຜ່ອນຜົນກະທົບ ແລະ ສືບຕໍ່ຊຸກຍູ້ໃຫ້ເສດຖະກິດໃຫ້ຂະຫຍາຍຕົວ.

3 ໃຫ້ຄະນະຮັບຜິດຊອບກະກຽມຄວາມພ້ອມໃຫ້ທ່ານນາຍົກລັດຖະມົນຕີ ໃນການເຂົ້າຮ່ວມກອງປະຊຸມ ອາຊຽນ – ອາເມຣິກາ ສະໄໝພິເສດທີ່ສະຫະລັດອາເມຣິກາ ໃນເດືອນມີນາ 2020 ແລະ ການເຄື່ອນໄຫວວຽກງານການຕ່າງປະເທດທີ່ສໍາຄັນອື່ນໆຂອງການນໍາຂັ້ນສູງ.

ພາບປະກອບຂ່າວເທົ່ານັ້ນ

4 ໃຫ້ຂະແໜງການກ່ຽວຂ້ອງສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂສະພາບພົ້ນເດັ່ນທາງດ້ານເສດຖະກິດ ເປັນຕົ້ນ: ຄຸ້ມຄອງສະພາບອັດຕາແລກປ່ຽນ, ຮັກສາສະຖຽນລະພາບການເງິນ ແລະ ໄພເງິນເຟີ້ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້, ຄຸ້ມຄອງລາຄາສິນຄ້າບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ ພ້ອມທັງເອົາໃຈໃສ່ຕິດຕາມຊຸກຍູ້ການຜະລິດໃຫ້ທັນກັບລະດູການ.

5 ໃຫ້ຂະແໜງການກ່ຽວຂ້ອງເອົາໃຈໃສ່ໃນການຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຕ່າງໆຢ່າງໃກ້ຊິດ ໂດຍສະເພາະບັນຫາການຄຸ້ມຄອງຜົນກະທົບທາງດ້ານສິ່ງແວດລ້ອມ – ສັງຄົມ. ພ້ອມກັນນັ້ນ, ກໍໃຫ້ຄຸ້ມຄອງ ແລະ ຈໍາກັດບັນຫາການປ່ອຍມົນລະພິດ, ການຈູດຂີ້ເຫຍື້ອ ແລະ ອື່ນໆ ເພື່ອຫຼຸດຜ່ອນມົນລະພິດທາງອາກາດ PM 2.5.

6 ໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານສົມທົບກັບຂະແໜງ ແລະ ທ້ອງຖິ່ນ, ສຸມໃສ່ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ຄຽງຄູ່ກັບການສືບຕໍ່ສ້າງແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນພັດທະນາເສດຖະ ກິດ – ສັງຄົມປີ 2021 ເພື່ອກະກຽມໃຫ້ແກ່ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X ທີ່ຈະມາເຖິງ.

7 ຮີບຮ້ອນປະສານສົມທົບກັນເພື່ອປັບປຸງຮ່າງກົດໝາຍທີ່ຈະນໍາໄປສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະມາເຖິງນີ້.

8 ເນື່ອງຈາກວ່າ ປີ 2020 ເປັນປີໜຶ່ງທີ່ມີເຫດການປະຫວັດສາດສໍາຄັນຂອງຊາດ ເປັນຕົ້ນວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນສ້າງຕັ້ງພັກ ຄົບຮອບ 65 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສໍາຄັນອື່ນໆ. ສະນັ້ນ, ຈຶ່ງມອບໃຫ້ຄະນະພັກ, ຄະນະນໍາຂອງບັນດາກະຊວງທັງສູນກາງ ແລະ ທ້ອງຖິ່ນ ຈົ່ງໄດ້ເພີ່ມທະວີສ້າງຂະບວນການຮອບດ້ານ ເພື່ອລະນຶກໃຫ້ແກ່ວັນສໍາຄັນປະຫວັດສາດຂອງຊາດ ລວມທັງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນຕົ້ນປີ 2021, ລະອຽດໃຫ້ຈັດຕັ້ງປະຕິບັດຕາມຄໍາສັ່ງ 095/ກມສພ ລົງວັນທີ 22 ມັງກອນ 2020, ການກະກຽມ ແລະ ສະເຫຼີມສະຫຼອງບັນດາວັນສໍາຄັນລະດັບຊາດປີ 2020.