ໂລມີ້ ນັກຮ້ອງອິດສະຫຼະໄດ້ພິສູດຄວາມສາມາດຈົນກາຍເປັນທີ່ຍອມຮັບຂອງສັງຄົມ

95

ໜຸ່ມໂລມີ້ ເປັນສິລະປິນອິດສະຫຼະ ແລະ ຮັບຮ້ອງເພງທົ່ວໄປ ພ້ອມທັງເປັນແອັດມິນເພຈ໌ໜັງ Superhero ອັນດັບຕົ້ນໆຂອງປະເທດລາວ ຢ່າງເພຈ໌ Marvel&DC Laos Fanpage. ຍ້ອນ ຄວາມສາມາດໃນຫຼາຍໆດ້ານທີ່ ໂລມີ້ ເຄີຍໄດ້ເຮັດມາຈົນມີຜົນງານເພງ “ ທໍາໃຈບໍ່ໄດ້ ” ແລະ ໄດ້ປ່ອຍໃຫ້ສັງຄົມໄດ້ຕິດຕາມຜົນງານ.

ທ້າວ ໂລມີ້ ພະທິດມີໄຊ ອາຍຸ 25 ປີ ໃຫ້ສໍາພາດວ່າ: ເມື່ອກັບໄປໃນຕົ້ນປີ 2019 ຕົນເອງໄດ້ເຫັນສິລະປິນອິດສະຫຼະຂອງລາວເຮົາພາກັນປ່ອຍເພງອອກມາຫຼາກຫຼາຍຜົນງານເພງ ແລະ ທຸກໆເພງກໍມີຜົນຕອບຮັບຂ້ອນຂ້າງດີຈຶ່ງຄິດອອກວ່າການທີ່ເຮົາຢາກມີເພງເປັນຂອງຕົນເອງ ຫຼື ຈະປະສົບຄວາມສຳເລັດໃນຍຸກນີ້ບໍ່ຈຳເປັນຕ້ອງມີຄ້າຍສັງກັດ.

ປັດຈຸບັນທຸກຄົນມີສື່ຢູ່ໃນມືຢູ່ແລ້ວນັ້ນກໍຄືໂລກໂຊຊຽວ ເຊິ່ງຕົນເອງກໍມີປະສົບການໃນການເຮັດເພຈ໌ ແລະ ການຕະຫຼາດ online ໃນລະດັບໜຶ່ງກໍຄິດວ່າອາດຈະສາມາດສ້າງສັນ ແລະ ຊຸກຍູ້ໃຫ້ເພງຂອງຕົນເອງປະສົບຄວາມສຳເລັດໄດ້. ສະນັ້ນ, ຕົນເອງກໍຕັດສິນໃຈລົງທຶນສ້າງສັນຜົນງານເພງຂອງຕົນເອງອອກມາສູ່ສັງຄົມຈົນອອກຜົນງານເພງທຳອິດນັ້ນ ກໍຄືເພງ “ ທຳໃຈບໍ່ ໄດ້ ”.

ຫຼັງຈາກປ່ອຍເພງ “ ທຳໃຈບໍ່ໄດ້ ” ກະແສຕອບຮັບຖືວ່າດີພໍສົມຄວນ ສາເຫດອາດຈະເປັນຍ້ອນວ່າເພງມີທຳນອງທີ່ຕິດຫູງ່າຍ, ມີເນື້ອຫາທີ່ຄົນສ່ວນ      ໃຫຍ່ມັກເປັນແນວເພງທີ່ຄົນລາວມັກຟັງ ແລະ ຄອມເມັ້ນສ່ວນໃຫຍ່ກໍບອກວ່າເຂົ້າກັບຊີວິດໃນຕອນນີ້, ສິ່ງທຳອິດທີ່ຄຳນຶງໃນການເຮັດຜົນງານອອກມາຄືເນື້ອເພງ ເພາະຕົນເອງພະຍາຍາມຫຼີກລຽງຄຳທີ່ບໍ່ສຸພາບ.

ຄວາມໝາຍຂອງເພງກໍເປັນການເວົ້າເຖິງຄົນຮັກທີ່ເຄີຍຮັກກັນຫຼາຍແຕ່ຕ້ອງມາເລີກລາກັນ ອີກຄົນກັບເລີ່ມຕົ້ນຊີວິດໃໝ່ໄດ້ແຕ່ເຮົາກັບເລີ່ມຊີວິດໃໝ່ບໍ່ໄດ້ ແລະ ຄິດຮອດວັນເກົ່າໆຕອນທີ່ຍັງຄົບກັນ. ລວມທັງຄິດຮອດວັນເວລາທີ່ເຄີຍມີຄວາມສຸກຮ່ວມກັນ ແຕ່ທຸກມື້ນີ້ຕ້ອງໂດດດ່ຽວຢູ່ຄົນດຽວ ເຊິ່ງມັນ “ ທຳໃຈບໍ່ໄດ້ ” ກັບສິ່ງທີ່ເປັນຢູ່ແຕ່ຊີວິດກໍຕ້ອງກ້າວຕໍ່ໄປ.

ສາມາດຕິດຕາມຜົນງານເພງ “ ທຳໃຈບໍ່ໄດ້ ” ຂອງ ໜຸ່ມໂລມີ້ ຮັບຮອງວ່າມ່ວນອິນກິນໃຈ    ທຸກຄົນແນ່ນອນ ແລະ ສາມາດຕິດຕາມຄວາມເຄື່ອນໄຫວຂໍ້  ມູນ – ຂ່າວສານຕ່າງໆໄດ້ທີ່ Facebook Fanpage: LOMY ໂລມີ້, YouTube: LOMY Channel ແລະ Instagram: lomy_phathitmexay.

[ ຂ່າວ: ນຸ້ມນິ້ມ; ຮູບ: LOMYໂລມີ້ ]