ມາເບີ່ງ! 8 ວິທີເຮັດໃຫ້ແອລົດເຢັນໄວ

253

ອາກາດໃນປັດຈຸບັນເລີ່ມຮ້ອນຂຶ້ນແລ້ວ ຫາກຂັບລົດທີ່ແອລົດບໍ່ເຢັນ ຫຼື ຈໍາເປັນຕ້ອງໄດ້ເປີດແວ່ນຮັບຂີ້ຝຸ່ນ ອາດເຮັດໃຫ້ອາລົມຂອງຜູ້ຂັບຂີ່ບໍ່ດີ ແລະ ເຮັດໃຫ້ເກີດອຸບັດເຫດໄດ້ງ່າຍໆ. ດັ່ງນັ້ນ, ຄໍລໍາລົດມື້ນີ້ ເຮົາມາຮຽນຮູ້ວິທີເຮັດໃຫ້ແອລົດເຢັນໄວທ່າມກາງແດດຮ້ອນໆກັນດີກວ່າ ເຊິ່ງຈະມີປະໂຫຍດຕໍ່ຜູ້ຂັບຂີ່ທຸກທ່ານ.

ວິທີເຮັດໃຫ້ແອລົດເຢັນໄວ:

1 ກ່ອນຕິດຈັກລົດທຸກຄັ້ງຄວນປິດສະວິກຄວບຄຸມຄອມເຟສເຊີແອກ່ອນ ( A/C ) ເຫດຜົນຍ້ອນວ່າ ເພື່ອບໍ່ໃຫ້ຄອມເຟສເຊີເປັນໂຕດຶງກຳລັງແຮງຂະນະທີ່ເຮົາຕິດຈັກລົດ.

2 ຫຼັງຈາກຕິດຈັກລົດຕ້ອງເປີດພັດລົມເລກສູງໄວ້ກ່ອນ ແລະ ອຸ່ນຈົນເຄື່ອງຈັກພ້ອມໃຊ້ງ່າຍ ຢ່າຟ້າວປັບອຸນນະພູມແອຖ້າເປີດແອຄວນເປີດ ໂດຍໃຊ້ຄວາມແຮງພັດລົມສູງ. ທັງນີ້, ກໍເພື່ອເປັນການໄລ່ຄວາມຮ້ອນໃນລະບົບແອໃຫ້ອອກໄປ. ຈາກນັ້ນ, ຈຶ່ງຄ່ອຍເປີດສະວິກ ( A/C ) ແລະ ປັບອຸນຫະພູມໃຫ້ເໝາະສົມຕາມຄວາມຕ້ອງການ.

3 ຫາກອາກາດເຢັນເກີນໄປໃຫ້ໃຊ້ວິທີປັບອຸນຫະພູມສູງຂຶ້ນແທນການປັບຊ່ອງລົມທິດທາງອອກຈາກຕົວເຮົາ ເຊິ່ງຖ້ານັ່ງໄປດົນ ແລະ ຮູ້ສຶກວ່າອຸນຫະພູມເຢັນເກີນໄປຢ່າຫັນຊ່ອງແອອອກໄປຈາກຕົວເຮົາ ແຕ່ໃຫ້ໃຊ້ວິທີປັບອຸນຫະພູມໃຫ້ສູງຂຶ້ນແທນ ເຊິ່ງລະບົບ ( A/C ) ຈະບໍ່ໄດ້ເຮັດວຽກໜັກໂດຍບໍ່ຈຳເປັນ.

4 ປິດແອກ່ອນເຖິງປາຍທາງທຸກຄັ້ງ ກ່ອນຈະຮອດຈຸດໝາຍປາຍທາງ ປະມານ 5 – 10 ນາທີ ໃຫ້ປິດສະວິກ ( A/C ) ແລະ ເປີດພັດລົມໄປທີ່ຄວາມແຮງສູງສຸດແທນ ເຊິ່ງຈະເປັນການຊ່ວຍຫຼຸດການເຮັດວຽກຂອງຄອມ    ເຟສເຊີ ( A/C ) ແລະ ໄລ່ ຄວາມຊຸ່ມອອກຈາກຊ່ອງລະບາຍແອ ເຊິ່ງຈະຊ່ວຍປ້ອງກັນການສະສົມຂອງເຊື້ອແບັກທີເຣຍຖ້າປະຕິບັດແບບນີ້ເລື້ອຍໆແອລົດຈະບໍ່ມີກິ່ນເໝັນອັບແນ່ນອນ. ຈາກນັ້ນ, ເມື່ອເຖິງປາຍທາງຈຶ່ງປິດພັດລົມກ່ອນມອດຈັກລົດ.

5 ບໍ່ຄວນໃຊ້ນໍ້າຫອມຊະນິດມີເອລກໍຮໍເປັນສ່ວນປະສົມ ຖ້າສຽບໄວ້ໜ້າຊ່ອງແອຈະເຮັດໃຫ້ຕູ້ແອເພໄວກ່ອນກຳນົດ.

6 ໄລ່ຄວາມຮ້ອນອອກກ່ອນສໍາລັບລົດຈອດຕາກແດດໄວ້ດົນ ຫຼື ລົດທີ່ກໍາລັງຈອດຕາກແດດຄວນເປີດລົມເປົ່າໃນລະດັບແຮງທີ່ສຸດ ປະມານ 5 ນາທີ, ຂັ້ນຕອນນີ້ຊ່ວຍໄລ່ຄວາມຮ້ອນ ຫຼື ຄວາມຊຸ່ມທີ່ຄ້າງຢູ່ໃນລະບົບແອໄດ້ ເມື່ອຄວາມຮ້ອນ ຫຼື ຄວາມຊຸ່ມຫຼຸດລົງແລ້ວຈຶ່ງຄ່ອຍເປີດຄອມເຟສເຊີ ນອກຈາກຈະຊ່ວຍຫຼຸດການເຊື່ອມຂອງເຄື່ອງຈັກລົດຍັງເຮັດໃຫ້ຕູ້ແອມີກິ່ນເໝັນອັບຫຼຸດລົງ.

7 ບໍ່ຄວນເປີດແວ່ນເລື້ອຍໆການເປີດແວ່ນລົດເລື້ອຍໆ ບໍ່ພຽງແຕ່ນໍາຄວາມຮ້ອນເຂົ້າມາເທົ່ານັ້ນ ແຕ່ຍັງຈະເຮັດໃຫ້ຝຸ່ນລະອອງຈາກພາຍນອກເຂົ້າມາຕັນໃນຕູ້ແອໄດ້ໄວຂຶ້ນ.

ແນວໃດກໍດີ, ຫາກຈຳເປັນຕ້ອງເປີດແວ່ນຄວນປິດຊ່ອງແອບໍລິເວນດ້ານໜ້າຄອນໂຊນ ຫຼື ຈຸດທີ່ແອອອກກ່ອນ ເພື່ອປ້ອງກັນບໍ່ໃຫ້ຝຸ່ນປິວເຂົ້າໃນລະບົບແອ ວິທີນີ້ຈະຊ່ວຍຍືດອາຍຸການໃຊ້ງານແອໃຫ້ດົນຂຶ້ນຢ່າງແນ່ນອນ.

8 ເມື່ອຮູ້ສຶກວ່າແອບໍ່ເຢັນໃຫ້ຮີບປິດຄອມເຟສເຊີທັນທີ ໂດຍຍັງສາມາດໃຊ້ພັດລົມເປົ່າໄດ້ຢູ່ເພື່ອເປັນການປ້ອງກັນບໍ່ໃຫ້ຄອມເຟສເຊີເພກ່ອນ. ຈາກນັ້ນ, ຈຶ່ງນຳລົດໄປກວດເຊັກຄວາມຜິດປົກກະຕິ.

ການເບິ່ງແຍງລະບົບແອລົດໃຫ້ຖືກວີທີສາມາດຊ່ວຍໃຫ້ການໃຊ້ງານລະບົບແອລົດໄດ້ດົນນານຢ່າມົວແຕ່ຄິດວ່າບໍ່ເປັນຫຍັງ ເພາະການສະສົມຂອງຄຳວ່າບໍ່ເປັນຫຍັງເທື່ອລະໜ້ອຍຍ່ອມມີຜົນໃຫ້ເກີດຄວາມເສຍຫາຍກັບລົດໃນທີ່ສຸດ.
( ທີ່ມາ WWW. VIP-GROUPS.COM )