ປັດຈຸບັນແຂວງບໍລິຄໍາໄຊ ມີທາງທຽວໄດ້ 2 ລະດູ ກວມ 244 ບ້ານ

343

ມາຮອດປັດຈຸບັນ ແຂວງບໍລິຄໍາໄຊ ມີເສັ້ນທາງທີ່ສາມາດທຽວໄດ້ 2 ລະດູ ຈໍານວນ 244 ບ້ານ ກວມ   83, 56%, ທຽວໄດ້ລະດູດຽວມີ 48 ບ້ານ ກວມ 16,43% ຂອງຈໍານວນບ້ານທັງໝົດ 292 ບ້ານ.

ທ່ານ ໄຂທອງ ຄໍາສູນທອນ ຫົວໜ້າຂະແໜງຂົວທາງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ ໃຫ້ສຳພາດຕໍ່ໜັງສືພິມເສດຖະກິດ – ການຄ້າ ເມື່ອມໍ່ໆມານີ້ວ່າ: ມາຮອດປັດຈຸບັນໃນທົ່ວແຂວງບໍລິຄໍາໄຊ ມີຕານ່າງເສັ້ນທາງທັງໝົດ 2.316,04 ກິໂລແມັດ ໃນນັ້ນປະກອບມີ:

ທາງຫຼວງແຫ່ງຊາດ 477,85 ກິໂລແມັດ.

ທາງຫຼວງແຂວງ 596,90 ກິໂລແມັດ.

ທາງຫຼວງເມືອງ 376,91 ກິໂລແມັດ.

ທາງເຂດຊົນນະບົດ 86,36 ກິໂລແມັດ.

ທາງເທດສະບານ 733,02 ກິໂລແມັດ.

ທາງສະເພາະມີ 45 ກິໂລແມັດ.

ແບ່ງເປັນແຕ່ລະປະເພດຂອງເສັ້ນທາງລະອຽດ ດັ່ງນີ້: ທາງເບຕົງ 19,91 ກິໂລແມັດ, ທາງປູອັດສະຟານ 6,25 ກິໂລແມັດ, ທາງປູຢາງ 2 ຊັ້ນ 684,81 ກິໂລແມັດ, ທາງປູແຮ່ 839,93 ກິໂລແມັດ ແລະ ທາງທະລຸ 711,45 ກິໂລແມັດ.

ມາຮອດປັດຈຸບັນທົ່ວແຂວງບໍລິຄຳໄຊ ມີເສັ້ນທາງເຂົ້າເຖິງໝົດທຸກບ້ານ ( 292 ບ້ານ ). ໃນນີ້, ສາມາດທຽວໄດ້ 2 ລະດູ ຈໍານວນ 244 ບ້ານ ກວມ 83,56%, ທຽວໄດ້ລະດູດຽວມີ 48 ບ້ານ ກວມ 16,43%.

ໃນປີຜ່ານມາ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄໍາໄຊ ໄດ້ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ: ໄດ້ສຸມໃສ່ໃນການສ້ອມແປງທາງຫຼວງແຫ່ງຊາດ, ທາງຫຼວງຂອງແຂວງ ແລະ ທາງຫຼວງຂອງເມືອງ ສາມາດຮັບປະກັນໄດ້ໃນການສັນຈອນໄປ – ມາມີຄວາມໂລ່ງລ່ຽນ, ໂຄງການກໍ່ສ້າງເສັ້ນທາງກໍໄດ້ເອົາໃຈໃສ່ຊຸກຍູ້, ຕິດຕາມກວດກາຢ່າງໃກ້ຊິດຕິດແທດ ເປັນຕົ້ນແມ່ນໂຄງການກໍ່ສ້າງເສັ້ນທາງປາກກະດິງ – ນານໍ້າ ໄລຍະທີ 1 ລວງຍາວ 27 ກິໂລແມັດ ມາຮອດປັດຈຸບັນຈັດຕັ້ງປະຕິບັດໄດ້ 95%; ໂຄງການກໍ່ສ້າງປັບປຸງເສັ້ນທາງປູອັດສະຟານເທສະບານປາກຊັນ 1 ລວງຍາວ 11.196 ແມັດ ຈັດຕັ້ງປະຕິບັດໄດ້ 69% ຄາດວ່າຈະໃຫ້ສໍາເລັດ 100% ໃນທ້າຍເດືອນມີນາທີ່ຈະມາເຖິງ.

ໂຄງການກໍ່ສ້າງປັບປຸງເສັ້ນທາງວຽງທອງ – ໄຊຈໍາພອນ ລວງຍາວ 65,45 ກິໂລແມັດ ສັນຍາມີມູນຄ່າ 253,63 ຕື້ກີບ ມາເຖິງປັດຈຸບັນສາມາດຈັດຕັ້ງປະຕິບັດສໍາເລັດແລ້ວ 93% ຄາດວ່າຈະໃຫ້ສໍາເລັດ 100% ໃນທ້າຍເດືອນເມສາທີ່ຈະມາເຖິງນີ້.