Monthly Archives: February, 2020

ໂຮງຮຽນລຽວໂຕວ໌ ກວດກາ ແລະ ເຝົ້າລະວັງພະຍາດໂຄວິດ-19 ຢ່າງເຄັ່ງຄັດ

ເພື່ອເປັນການປ້ອງກັນ ແລະ ເຜົ້າລະວັງການແຜ່ລະບາດພະຍາດອັກເສບປອດ ໂຄວິດ19 ທີ່ກຳລັງກຳລັງລະບາດຢູ່ປັດຈຸບັນ ໃນວັນທີ 28 ກຸມພາ 2020, ພໍ່ແມ່ຜູ້ປົກຄອງເດັກນັກຮຽນໄດ້ຍ້ອງຍໍ ແລະ ຊົມເຊີຍຄະນະນໍາໂຮງຮຽນລຽວໂຕວ໌ທີ່ເອົາໃຈໃສ່ ແລະ ໃຊ້ມາດຕະການເຂັ້ມງວດກວດຂັນສໍາລັບຄົນເຂົ້າ-ອອກໂຮງຮຽນຢ່າງເຄັ່ງຄັດເພື່ອກວດກາ ແລະ ກັ່ນຕອງບຸກຄົນທີ່ມີຄວາມສ່ຽງທີ່ກ່ຽວຂ້ອງກັບພະຍາດອັກເສບປອດ ເຊິ່ງການກວດກາດັ່ງກ່າວເພື່ອສືບຕໍ່ຜັນຂະຫຍາຍການເຝົ້າລະວັງ ແລະ ຕີຖອຍພະຍາດອັນຕະລາຍດັ່ງກ່າວ ນອກຈາກນັ້ນຍັງເປັນການຮັບປະກັນໃຫ້ນ້ອງໆນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງເດັກນັກຮຽນຫມັ້ນໃຈວ່າໂຮງຮຽນດັ່ງກ່າວເຮັດແທ້ທໍາຈິງ. ນາງ ລັດສະຫມີບອກກັບນັກຂ່າວສໍານັກຂ່າວສານປະເທດລາວວ່າທຸກໆມື້ຕົນເອງມາສົ່ງລູກເຂົ້າຮຽນຕ້ອງໄດ້ຢືນລໍຖ້າຢູ່ແຖວຍາວ 80...

ຄບຕ ອອກແຈ້ງການ ຫ້າມຈອດລົດເທິງທາງຍ່າງ ແລະ ເຂດທາງການກໍານົດໄວ້ເດັດຂາດ

ບັນຫາການຈອດລົດຊະຊາຍຕາມສະຖານທີ່ຕ່າງໆ ເປັນຕົ້ນເຂດທາງຍ່າງ, ບໍລິເວນຫ້າມຈອດ ແລະ ເຂດອື່ນໆ ຍັງເປັນສິ່ງທີ່ພົບເຫັນໄດ້ທົ່ວໄປເປັນຈໍານວນຫຼາຍ, ເຊິ່ງຜ່ານມາພາກສ່ວນກ່ຽວຂ້ອງກໍ່ໄດ້ແກ້ໄຂບັນຫາດ້ວຍວິທີທາງຕ່າງໆທີ່ເຫັນໄດ້ຢ່າງຊັດເຈນ, ຫຼ້າສຸດ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ) ອອກແຈ້ງການຫ້າມເອົາລົດໃຫຍ່ຂຶ້ນຈອດເທິງທາງຍ່າງ ແລະ ຊ່ອງຈະລາຈອນທາງເດີນຂອງລົດ ບ່ອນທີ່ທາງການໄດ້ກໍານົດເປັນເຂດຫ້າມຈອດ. ອີງຕາມແຈ້ງການດັ່ງກ່າວ ທີ່ລະບຸວ່າ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຂໍຮຽນແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍຮັບຊາບທົ່ວເຖິງກັນແລະປະຕິບັດດັ່ງນີ້: 1 ຫ້າມເອົາລົດໃຫ່ຍຂື້ນຈອດເທີງທາງຍ່າງແລະຊ່ອງຈະລາຈອນທາງເດີນຂອງລົດຕາມຖະຫນົນໃນຕົວເມືອງ ທີ່ທາງການໄດ້ກຳນົດເປັນເຂດຫ້າມຈອດ. 2 ກໍລະນີພົບເຫັນ...

ຮູບເງົາ “ Mulan ” ທີ່ຫຼາຍຄົນລໍຖ້າກຽມເຂົ້າສາຍໃນເດືອນມີນານີ້

ຜູ້ກໍາກັບທີ່ມີສີມື Niki Caro ໄດ້ເນລະມິດຮູບເງົາເລື່ອງເລົ່າຂອງນັກຮົບຜູ້ເປັນຕໍານານຂອງຈີນ ໃຫ້ມີຊີວິດຂຶ້ນມາໃນຮູບເງົາ “ Mulan ” ເຊິ່ງເປັນເລື່ອງລາວຂອງຍິງສາວຜູ້ກ້າຫານ, ຜູ້ຍອມສ່ຽງທຸກຢ່າງດ້ວຍຄວາມຮັກທີ່ມີຕໍ່ວົງຕະກູນ ແລະ ປະເທດຊາດ ເພື່ອເປັນໜຶ່ງໃນນັກຮົບຜູ້ຍິ່ງໃຫຍ່ທີ່ປະເທດຈີນເຄີຍຮູ້ຈັກ. ຫຼັງຈາກໄດ້ເປີດເຜີຍຕົວຢ່າງທໍາອິດຂອງຮູບເງົາ “ Mulan ” ໃນທ້າຍປີ 2019 ຫຼາຍຄົນກໍລໍຖ້າທີ່ຈະເບິ່ງໃນຮູບແບບໃຊ້ຄົນສະແດງ ແລະ ໄດ້ສ້າງຈາກບົດກະວີເລື່ອງເລົ່າ “ The Ballad...

ວິທີປຸງຊ໋ອດປ້ຽວຫວານ

ສູດນີ້ມີປະໂຫຍດຫຼາຍສຳລັບຜູ້ທີ່ບໍ່ມີເວລາ ແລະ ຢູ່ໃນຊົ່ວໂມງຮີບດ່ວນແຕ່ຢາກຈະເຮັດປ້ຽວຫວານໝູ, ປ້ຽວຫວານໄກ່ ຫຼື ປ້ຽວຫວານປາ ແລະ ບໍ່ຕ້ອງເສຍເວລາປຸງນ້ຳຊ໋ອດໃໝ່ເລື້ອຍໆ. ມື້ນີ້ເຮົາໄດ້ນຳເອົາສູດປຸງຊ໋ອດມາຝາກ ເພື່ອຈະໄດ້ໃຊ້ປຸງສະດວກເວລາຈະປຸງແຕ່ງ ເຊິ່ງສາມາດເກັບໄວ້ໃນຕູ້ເຢັນໄດ້ກວ່າ 2 ອາທິດ ພຽງແຕ່ມີສ່ວນປະກອບເຮັດປ້ຽວຫວານຄົບກໍສາມາດຂົ້ວໃສ່ນ້ຳຊ໋ອດ ເທົ່ານີ້ລາຍການອາຫານຈານເດັດຂອງທ່ານກໍພ້ອມເສີບແລ້ວ. ສ່ວນປະສົມ: 1 ນ້ຳຕານ 2 ຖ້ວຍນ້ອຍ. 2 ນ້ຳສົ້ມສາຍຊູ 1/2 ຖ້ວຍນ້ອຍ. 3 ເກືອ 2 ບ່ວງກາເຟ. 4...

ຈີນກັບແຜນສ້າງເມືອງທັນສະໄໝຮອງຮັບການຂະຫຍາຍຕົວ

ຈາກການແຜນການສ້ງເຂດເສດຖະກິດພິເສດແຫ່ງທໍາອິດຂອງຈີນທີ່ເລີ່ມຂຶ້ນເມື່ອຫຼາຍທົດສະວັດກ່ອນເພື່ອເປີດຮັບການລົງທຶນຂອງຕ່າງປະເທດ,ຈາກເມືອງເຂດຫ່າງໄກສອກຫຼີກທີ່ງຽບເຫງົາກາຍເປັນສະຖານທີ່ຕັ້ງຂອງໂຮງງານ ແລະ ຮ້ານຄ້າຂອງເອກະຊົນຈົນຕໍ່ມາກາຍເປັນເມືອງຢ່າງເຕັມຕົວເຊັ່ນ ເສິນເຈິ້ນ ແລະ ເມືອງອີກຫຼາຍແຫ່ງຖືເປັນຕົ້ນແບບຢ່າງດີໃນການພັດທະນາເມືອງຂອງຈີນ. ໂດຍສະເພາະ ເສິນເຈິ້ນໃນຕອນນີ້ມີປະຊາກອນ12ລ້ານຄົນເປັນໜຶ່ງໃນເມືອງທີ່ໃຫຍ່ທີ່ສຸດບໍລິເວນສາມຫຼ່ຽມປາກແມ່ນໍ້າຈູຈຽງຫຼືແມ່ນໍ້າເພິນ,ເສິນເຈິ້ນພັດທະນາກາຍເປັນເມືອງແຫ່ງໂລກອະນາຄົດພາຍໃນເວລາພຽງ30ປີ. ປັດຈຸບັນປະຊາກອນຈີນທີ່ອາໄສຢູ່ໃນເມືອງຫຼາຍກວ່າ58%ຂອງປະຊາກອນທັງໝົດເພີ່ມຂຶ້ນຈາກ18%ໃນປີ1980 ແລະ ຄາດຄະເນວ່າໃນປີ2050ປະຊາກອນຈີນທີ່ອາໄສຢູ່ໃນຕົວເມືອງຈະເພີ່ມຂຶ້ນອີກ292ລ້ານຄົນ. ລັດຖະບານຈີນລາຍງານວ່າ:ຈີນມີເມືອງຢູ່ທັງໝົດ662ແຫ່ງ,ໃນຈໍານວນນີ້ກວ່າ160ເມືອງມີປະຊາກອນຫຼາຍກວ່າ1ລ້ານຄົນຂຶ້ນໄປ. ທັງນີ້ຈີນສ້າງເມືອງໃໝ່ຫຼາຍແຫ່ງໃນອັດຕາທີ່ວ່ອງໄວຫຼາຍໂດຍລັດຖະບານຈີນມີແຜນການສ້າງເມືອງຂະໜາດໃຫຍ່19ແຫ່ງ ແລະ ສຸດຍອດເມືອງແຫ່ງທໍາອິດຂອງໂລກທີ່ມີປະຊາຊົນອາໄສຢູ່ຫຼາຍກວ່າ40ລ້ານຄົນ. ການພັດທະນາເມືອງໃຫຍ່ລະດັບໂລກຂະໜາດນີ້ຈໍາເປັນຕ້ອງຄໍານຶງເຖິງປະສິດທິພາບຂັ້ນສູງສຸດໃນທຸກມິຕິ,ຕ້ອງມີການຄວບຄຸມການຈະລາຈອນເພື່ອຫຼີກເວັ້ນລົດຕິດເປັນເວລາຍາວນານ ແລະ ການຂົນສົ່ງຈະຕ້ອງເປັນມິດກັບສິ່ງແວດລ້ອມເພືອ່ບໍ່ໃຫ້ເກີດການປ່ອຍອາຍພິດເຮືອນແກ້ວອອກມາສົ່ງຜົນກະທົບຕໍ່ປະຊາຊົນພາຍໃນເມືອງ. ແຕ່ປະຊາຊົນພາຍໃນເມືອງເອງກໍຈໍາເປັນຕ້ອງມີຄຸນນະພາບຊີວິດທີ່ດີຂຶ້ນນໍາອີກເຊັ່ນການຖິ້ມຂີ້ເຫຍື້ອຊະຊາຍ,ການເປີດເພງສຽງດັງເດີນໄປ,ການຜ່າໄຟແດງຂ້າມຖະໜົນໂດຍເລື່ອງເຫຼົ່ານີ້ຈະບໍ່ໃຫ້ມີອີກຕໍ່ໄປ. ຕັ້ງແຕ່ປີ2014ເປັນຕົ້ນມາ,ມີການນໍາລະບົບຄວາມໜ້າເຊື່ອຖືທາງສັງຄົມມາໃຊ້ເຊິ່ງເປັນການໃຫ້ລາງວັນພົນລະເມືອງດີທີ່ມີພຶດຕິກໍາດີ ແລະ ລົງໂທດພົນລະເມືອງທີ່ມີພຶດຕິກໍາບໍ່ດີໂດຍໃນປີກ່ອນມີປະຊາຊົນຫຼາຍຄົນຖືກລົງໂທດດ້ວຍການຫ້າມໃຊ້ບໍລິການເຮືອບິນຫຼືລົດໄຟເນື່ອງຈາກມີຄວາມປະພຶດບໍ່ດີເຊັ່ນແອບໃຊ້ປີ້ໝົດອາຍຸແລ້ວຫຼືສູບຢາໃນລົດໄຟ. ຂະນະດຽວກັນຍັງບໍ່ມີລະບົບການໃຫ້ຄະແນນຄວາມໜ້າເຊື່ອຖືທາງສັງຄົມທີ່ເປັນລະບົບດຽວກັນ,ການນໍາແຕ່ລະແຂວງຈະໃຊ້ລະບົບນີ້ໃນແບບທີ່ແຕກຕ່າງກັນເຊິ່ງບາງຄັ້ງອາດຈະສົ່ງຜົນກະທົບທາງອ້ອມຕໍ່ຄົນຕ່າງປະເທດທີ່ເດີນທາງເຂົ້າມາໃນຈີນ. ດ້ານເອກະຊົນຈີນເຊັ່ນອາລີບາບາທີ່ມີສໍານັກງານໃຫຍ່ຕັ້ງຢູ່ໃນເມືອງ ຫັງໂຈວທາງຕາເວັນອອກຂອງຈີນໄດ້ໃຊ້ເວລາ2ປີໃນການພັດທະນາສິ່ງທີ່ຮຽກວ່າສະໝອງຂອງເມືອງເຊິ່ງຈະຊ່ວຍວິເຄາະຂໍ້ມູນຈາກກ້ອງຕ່າງໆ ແລະ ຕໍາແໜ່ງພິກັດຂອງລົດ ແລະ ລົດເມ ແລະ ຍັງຖືກໃຊ້ເພື່ອຄວບຄຸມສັນຍານໄຟຈະລາຈອນຫຼາຍກວ່າ1.000ແຫ່ງເພື່ອບໍ່ໃຫ້ເກີດການຈະລາຈອນໜາແໜ້ນ. ອາລີບາບາໃຫ້ຮູ້ວ່າ:ທາງບໍລິສັດໄດ້ຊ່ວຍເຮັດໃຫ້ການຈະລາຈອນຂອງປະຊາຊົນໃນເມືອງເຊິ່ງມີປະຊາກອນ7ລ້ານຄົນດີຂຶ້ນຈາກທີ່ເຄີຍໜາແໜ້ນຕິດອັນດັບເມືອງທີ່ມີການຈະລາຈອນໜາແໜ້ນຫຼາຍທີ່ສຸດອັນດັບ5ຂອງຈີນ,ຂະນະນີ້ຫຼຸດລົງມາຢູ່ທີ່ອັນດັບ57ແລ້ວ. ສ່ວນທາງການເມືອງ ເສິນເຈິ້ນຫາກໍມອບດິນທີ່ເກີດຈາກຖົມທະເລຂະໜາດ809ຕາແມັດໃຫ້ກັບບໍລິສັດ ເທັນເຊັນ...

ແຂ້ວແມງອາດສ່ຽງເປັນພະຍາດອື່ນໆຮ່ວມນໍາ

ອາການແຂ້ວແມງຖືເປັນບັນຫາສຸຂະພາບຊ່ອງປາກທີ່ເບິ່ງແລ້ວບໍ່ໄດ້ຮ້າຍແຮງ ຫຼື ເປັນອັນຕະລາຍ ແຕ່ຈະມີຄວາມຮູ້ສຶກເຈັບປວດເມື່ອມີການຫຼົກແຂ້ວທີ່ມີແມງອອກກໍຈະເຊົາ ດ້ວຍເຫດຜົນນີ້ຈຶ່ງສົ່ງຜົນໃຫ້ຫຼາຍຄົນບໍ່ໄດ້ໃສ່ໃຈໃນເລື່ອງດັ່ງກ່າວ ແຕ່ເບື້ອງຫຼັງຂອງອາການແຂ້ວແມງອາດຈະເປັນໄດ້ຫຼາຍກວ່າທີ່ຄິດ ເພາະນອກຈາກຈະທຳລາຍຮາກແຂ້ວໃຫ້ເສຍຫາຍແລ້ວຍັງສ່ຽງຕໍ່ພະຍາດອີກດ້ວຍ ເປັນຕົ້ນແມ່ນ: 1 ພະຍາດເບົາຫວານ. 2 ພະຍາດຫົວໃຈ. 3 ມີຄວາມສ່ຽງເກີດລູກກ່ອນກຳນົດ ແລະ ມີພັດທະນາການທີ່ຜິດປົກກະຕິ. 4 ປອດຕິດເຊື້ອ. 5 ພະຍາດກະດູກຜ່ອຍ. 6 ມະເຮັງຕັບອ່ອນ. 7 ພະຍາດຕຸ້ຍ. ອາການແຂ້ວແມງຮ້າຍແຮງກວ່າທີ່ຄິດ ເມື່ອຮູ້ວ່າມັນສາມາດກໍ່ໃຫ້ເກີດ ຄວາມສ່ຽງຂອງພະຍາດຕ່າງໆ. ດັ່ງນັ້ນ, ຄວນໃສ່ໃຈ ແລະ ໃຫ້ຄວາມສຳຄັນກັບສຸຂະພາບຊ່ອງປາກໃຫ້ຫຼາຍຂຶ້ນພ້ອມເບິ່ງແຍງສຸຂະພາບໃນດ້ານອື່ນໆຮ່ວມນຳ. ( ຂໍ້ມູນຈາກ:...

ເຕັກນິກການປູກຜັກບົ່ວໃນແຕະໄຂ່

ຫອມບົ່ວແດງເປັນພືດຊະນິດໜຶ່ງທີ່ນິຍົມບໍລິໂພກແຜ່ຫຼາຍໃນລາວເຮົາ. ຂະນະດຽວກັນກໍນິຍົມປູກໄວ້ເປັນພືດສວນຄົວ ເພື່ອນໍາມາເປັນສ່ວນປະກອບປຸງແຕ່ງອາຫານໃຫ້ມີກິ່ນຫອມໜ້າຮັບປະທານໄດ້ຫຼາກຫຼາຍຊະນິດ ເຊິ່ງວິທີການປູກກໍມີຫຼາຍແບບທັງການປູກຢູ່ໜ້າດິນທົ່ວໄປ, ປູກໃສ່ກະຕຸກນໍ້າລ້ວນແລ້ວແຕ່ເຮັດໄດ້ທັງໝົດ ແຕ່ມື້ນີ້ຜູ້ຂຽນຂໍນໍາສະເໜີວິທີໃໝ່ນັ້ນຄືການປູກໃສ່ແຕະໄຂ່ປູກງ່າຍ, ປອດໄພໄຮ້ສານເຄມີ ແລະ ທຸກຄົນສາມາດເຮັດຕາມໄດ້ແບບງ່າຍໆ. ອຸປະກອນທີ່ຕ້ອງກະກຽມ: 1 ແຕະໄຂ່ທີ່ເປັນແຕະເຈ້ຍ. 2 ຫົວຜັກບົ່ວຈໍານວນ 30 ຫົວຕໍ່ 1 ແຕະ. ວິທີການປູກ: 1 ນໍາແຕະໄຂ່ທີ່ກຽມໄວ້ມາຊ້ອນກັນ 5 ແຕະ ແລ້ວຫົດນໍ້າໃຫ້ທົ່ວຈົນຊຸ່ມ ( ສາເຫດທີ່ຕ້ອງຊ້ອນກັນ 5 ຊັ້ນ ເພາະວ່າແຕະໄຂ່ຊັ້ນທໍາອິດຈະຊ່ວຍເກັບກັກນໍ້າທີ່ຫົດໄວ້ໄດ້...

ມາເບີ່ງ! ວິທີການກຽມຕົວຂອງບັນດານັກແຂ່ງຂັນກ່ອນເຂົ້າສອບເສັງນັກຮຽນເກັ່ງ

ອີກບໍ່ພໍເທົ່າໃດມື້ກໍຈະຮອດບັ້ນແຂ່ງຂັນນັກຮຽນເກັ່ງລະດັບຊາດແລ້ວ, ພວກເຮົາຈຶ່ງໄດ້ນຳເອົາບົດສຳພາດນ້ອງໆທີ່ກຳລັງເສັງຄັດເລືອກເປັນຕົວແທນຂອງນະຄອນຫຼວງວຽງຈັນ ແລະ ຜູ້ທີ່ເປັນຕົວແທນຂອງແຂວງສະຫວັນນະເຂດ ກ່ຽວກັບການກະກຽມຄວາມພ້ອມກ່ອນເຂົ້າແຂ່ງຂັນນັກຮຽນເກັ່ງ. ທ້າວ ຫວາ ຊົ່ງຈົ່ງດົວ ນັກຮຽນຊັ້ນ ມ 7 ຕົວແທນນັກຮຽນເກັ່ງວິຊາຟີຊິກສາດ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ມຊ ໃຫ້ສຳພາດວ່າ: ນ້ອງເອງຖືກຄັດເລືອກເປັນຕົວແທນຂອງຂັ້ນໂຮງຮຽນພອນສະຫວັນ ເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງວິຊາຟີຊິກສາດ ຂັ້ນເມືອງໄຊທານີ ແລະ ຜົນການແຂ່ງຂັນນ້ອງສາມາດຍາດໄດ້ອັນດັບ 1 ຂອງເມືອງ ແລະ...

“ ກະຮູ້ຢູ່ ” ເພງໃໝ່ຂອງ ໜຸ່ມໂຊນ່ານ ແຈັກເກັດ

ພາຍຫຼັງທີ່ ໜຸ່ມໂຊນ່ານ ແຈັກເກັດ ໄດ້ອອກເພງຄູ່ໄປໃນຕົ້ນປີ 2020 ເຊິ່ງໄດ້ຮັບກະແສຕອບຮັບເປັນຢ່າງດີ. ຫຼ້າສຸດ, ກໍໄດ້ປ່ອຍເພງໃໝ່ອອກມາໃຫ້ໄດ້ຮັບຟັງກັນໄປເປັນທີ່ຮຽບຮ້ອຍແລ້ວ ຕາມຄໍາຮຽກຮ້ອງຕ້ອງການຂອງແຟນເພງທີ່ລໍຖ້າເພງດ່ຽວທີ່ມີເນື້ອຫາຊຶ້ງໆເອົາໃຈຄົນຜິດຫວັງໃນຄວາມຮັກໃນປີນີ້ກັບຜົນງານເພງທີ່ມີຊື່ວ່າ: “ ກະຮູ້ຢູ່ ”. ໂຊນ່ານ ແຈັກເກັດ ໃຫ້ສໍາພາດກັບທີມຂ່າວ ເສດຖະກິດ - ການຄ້າວ່າ: ເພງ “ ກະຮູ້ຢູ່ ” ເປັນອີກຜົນງານເພງໜຶ່ງທີ່ຕົນເອງຕັ້ງໃຈເຮັດອອກມາ ບໍ່ວ່າຈະເປັນການແຕ່ງເນື້ອຮ້ອງ ແລະ...

ນິສສັນ ນາວາຣ່າ ນະວັດຕະກຳດີໆ ທີ່ທ່ານ ຄວນຮູ້

ສະບາຍດີ ມື້ນີ້ຈະມາຮູ້ຈັກກັບລົດ ນິສສັນ ນາວາຣ່າ ພີມຽ້ມ ມັນມີດີຫລາຍຢ່າງທີ່ທ່ານຄວນຮູ້ ຂໍເຊີນທ່ານມາຮູ້ຈັກກັນເລີຍ. ອັນດັບ1  ຮູບຊົງດ້ານໜ້າ ຂອງລົດນິສສັນນາວາຣ່າພີມຽ້ມ ກະຄື ໄຟຕາ ໄຟຕາໜ້າເປັນ ໄຟແບບ LED ແລະ ເປັນຫລອດ projector ມັນຈະເຮັດໃຫ້ແຈ້ງ ແລະ ເຫັນທາງດີຂຶ້ນ ແມ່ນກະທັງຕອນຝົນຕົກທ່ານກໍ່ສາມາດເຫັນໄດ້ຊັດເຈນ ຊຶ່ງມີຄວາມປອດໄພໃນການຂັບຂີ່ ແລະ ໄຟເຍືອງທາງຕອນກາງເວັນ...
- Advertisment -
Slide
Slide

Most Read

error: Content is protected !!