WHO ປັບ​ລະ​ດັບ​ຄວາມ​ສ່ຽງແຜ່​ລະ​ບາດຂອງພະ​ຍາດ​ໂຄວິດ-19 ຂຶ້ນເປັນລະ​ດັບ“ສູງ​ທີ່​ສຸດ”

128
A paramedic wearing a mask gets out of a tent set up by the Italian Civil Protection outside the emergency ward of the Piacenza hospital, northern Italy, Thursday, Feb. 27, 2020. Italy is changing how it reports coronavirus cases and who will get tested in ways that could lower the country's caseload even as an outbreak centered in northern Italy spreads in Europe. (Claudio Furlan/Lapresse via AP)

ວັນ​ທີ 28 ກຸມ​ພານີ້, ທ່ານ​ເຕ​ໂດຼ​ສ ອາ​ຮາ​ໂນມ ເກ​ເບຼ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ ໂດຍ​ປະ​ກາດ​ວ່າ: ປັບ​ລະ​ດັບ​ຄວາມ​ສ່ຽງແຜ່​ລະ​ບາດ​ໃນ​ທົ່ວ​ໂລກ​ຂອງພະ​ຍາດ​ໂຄວິດ-19 ຈາກ​ລະ​ດັບ“ສູງ”ຂຶ້ນເປັນລະ​ດັບ“ສູງ​ທີ່​ສຸດ”. ແຕ່​ທ່ານ​ຍັງ​ກ່າວ​ເນັ້ນ​ວ່າ: ຖ້າ​ຝ່າຍ​ຕ່າງໆ​ໃຊ້​ມາດ​ຕະ​ການ​ຢ່າງ​ເຂັ້ມ​ແຂງ, ສະ​ພາບ​ພະ​ຍາດ​ແມ່ນ​ສາ​ມາດຖືກຄວ​ບ​ຄຸມໄວ້​ໄດ້​.

ທ່ານ​ເຕ​ໂດຼ​ສ​ຍັງ​ກ່າວ​ວ່າ: ມາ​ຮອດ​ເວ​ລາ 6 ໂມງ​ຂອງວັນ​ທີ 28 ກຸມ​ພານີ້​ຕາມ​ເວ​ລາ​ພາກ​ກາງ​ເອີ​ຣົບ, ຢູ່ນອກ​ແດນ​ຈີນ, ລວມ​ມີ 49 ປະ​ເທດ​ລາຍ​ງານ​ມີ​ກໍ​ລະ​ນີ​ເປັນ​ພະ​ຍາດໂຄວິດ-19 ຈຳ​ນວນ 4351 ກໍ​ລະ​ນີ, ໃນ​ນັ້ນ, ມີ 67 ກໍ​ລະ​ນີເສຍ​ຊີ​ວິດ. ການ​ເພີ່ມ​ຂຶ້ນຢ່າງ​ສືບ​ເນື່ອງຂອງ​ຈຳ​ນວນ​ກໍ​ລະ​ນີ​ເປັນ​ພະ​ຍາດ​ແລະ​ຈຳ​ນວນ​ປະ​ເທດ​ທີ່​ຖືກ​ກະ​ທົບ​ຍ້ອນ​ພະ​ຍາດ ເຮັດ​ໃຫ້​ທົ່ວ​ໂລກ​ໃຫ້​ຄວາມ​ສຳ​ຄັນ, ສະ​ນັ້ນ, ຈຶ່ງ​ປັບ​ລະ​ດັບ​ຄວາມ​ສ່ຽງແຜ່​ລະ​ບາດ​ໃນ​ທົ່ວ​ໂລກ​ຂອງພະ​ຍາດ​ໂຄວິດ-19 ຂຶ້ນເປັນລະ​ດັບ“ສູງ​ທີ່​ສຸດ”.

ທ່ານ​ເຕ​ໂດຼ​ສ​ກ່າວ​ຕື່ມອີກ​ວ່າ: ປະ​ຈຸ​ບັນ​ຍັງ​ບໍ່​ທັນ​ພົບ​ເຫັນ​ວ່າ ​ພະ​ຍາດ​ໂຄວິດ-19 ກຳ​ລັງ​ແຜ່​ລະ​ບາດ​ຢ່າງ​ເສ​ລີ​ໃນ​ຄຸ້ມ​ຊຸມ​ຊົນ, ສະ​ພາບ​ພະ​ຍາດ​ຍັງ​ສາ​ມາດຄວບ​ຄຸມ​ໄດ້, ນີ້​ກໍ​ແມ່ນ​ສາ​ເຫດອັນ​ໜຶ່ງ​ທີ່ WHO ບໍ່​ໄດ້​ປະ​ກາດ​ວ່າພະ​ຍາດ​ໂຄວິດ-19 ໄດ້​ແຜ່​ລະ​ບາດຢ່າງ​ຂະ​ໜາດ​ໃຫຍ່​ໃນ​ທົ່ວ​ໂລກ.

ທີ່ມາ:CRI