ທ່ານ ວີເພັດ ສີຫາຈັກຣ ຖືກເລືອກຕັ້ງໃຫ້ເປັນປະທານ ສຕລ ອີກສະໄໝ (2020-2024)

244

ໃນຕອນເຊົ້າຂອງວັນທີ 29 ກຸມພາ 2020 ທີ່ໂຮງແຮມແລນມາກ ໄດ້ມີພິທີຈັດກອງປະຊຸມໃຫຍ່ສະໄໝ ວິສາມັນ ສະຫະພັນບານເຕະແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ, ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ພ້ອມດ້ວຍຄະນະສະຫະພັນ ແລະ ຕົວແທນແຕ່ລະສະຫະພັນບານເຕະແຕ່ລະແຂວງທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ເນື້ອໃນກອງປະຊົມດັ່ງກ່າວແມ່ນການສະຫຼຸບວຽກງານຕ່າງໆຂອງ ສະຫະພັນບານເຕະແຫ່ງຊາດລາວ ໃນສະໄໝທີ່ຜ່ານທີ່ໄດ້ປະຕິບັດລະຫວ່າງປີ 2015-2019 ຫຼັງທີ່ທີ່ໝົດວາລະ ແລະ ໃນວັນດັ່ງກ່າວໄດ້ມີການເລືອກຕັ້ງເອົາປະທານ ແລະ ຄະນະບໍລິຫານຊຸດໃໝ່ ວາລະ 4 ປີລະຫວ່າງ 2020-2024 ໂດຍເນື້ອກອງປະຊຸມໄດ້ຕົກລົງແຕ່ງຕັ້ງດັ່ງນີ້:
-ທ່ານ ວີເພດ ສີຫາຈັກຣ ປະທານ ສຕລ ຜູ້ເກົ່າໃຫ້ມາຮັບໜ້າທີ່ຕໍ່ໃນອີກສະໄໝ

-ຮອງປະທານປະກອບມີ 4 ທ່ານຄື: ທ່ານ ປະສາດໄຊ ພິລາພັນເດຊ, ທ່ານ ຄໍາໄຜ່ ປຣະເສີດ, ທ່ານ ຄໍາແພງ ວົງຂັນຕີ ແລະ ທ່ານ ປະສິດ ສຸພາບ

-ຕໍາແໜ່ງຄະນະກໍາມະການບໍລິຫານ ສຕລ ປະກອບມີ 6 ທ່ານຄື: ທ່ານ ດຣ.ໄຊຊະນະ ທອງຄໍາຈັນ, ທ່ານ ດຣ. ບຸນຍູ້ ສີສານ, ທ່ານ ນາງ ພູໄຊ ແພງພົງ, ທ່ານ ພັນໂທ ຖາວອນ ຫຼວງຈັນດາວົງ, ທ່ານ ພັກເອກ ທອງເພັດ ມະນີສະຫວັນ ແລະ ທ່ານ ດຣ.ຫວັນແກ້ວ ລາດສະບຸດ.