ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ອອກມາຢຶນຢັນ ຈະເລື່ອນຈັດຊຽງຂວາງເກມ

261

ພາຍຫຼັງທີ່ກະຊວງສາທາລະນະສຸກ ໄດ້ລາຍງານການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່(ໂຄວິດ-19) ຕໍ່ກົມການເມືອງສູນກາງພັກ ເມື່ອວັນທີ 27 ກຸມພາ 2020 ຜ່ານມາ ເຊິ່ງມີຂໍ້ສະເໜີ ພິຈາລະນາໃນການເລື່ອນການຈັດງານກິລາແຫ່ງຊາດຄັ້ງທີ11 ຫລື ຊຽງຂວາງເກມອອກໄປກ່ອນ ຈົນກວ່າສະພາບການລະບາດຈະສາມາດຄວບຄຸມໄດ້ເປັນປົກກະຕິ.

ຈາກນັ້ນກໍມີຫາງສຽງຕ່າງໆນາໆວ່າຕົກລົງແລ້ວ ຊຽງຂວາງເກມຍັງຈະຈັດຂຶ້ນຕາມແຜນບໍ ຫລື ຈະເລື່ອນ. ຫຼ້າສຸດໃນຕອນເຊົ້າວັນທີ 29 ກຸມພາ 2020 ທ່ານນາງແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນໂອກາດເຂົ້າຮ່ວມກອງປະຊຸມສະໄໝວິສາມັນຂອງສະຫະພັນບານເຕະແຫ່ງຊາດລາວວ່າ: “ຄະນະຮັບຜິດຊອບຈັດງານ ໄດ້ຄົ້ນຄວ້າກັນແລ້ວ ເຫັນວ່າສະພາບການລະບາດຂອງພະຍາດ ໂຄວິດ -19 ຍັງມີຄວາມຮຸນແຮງ ແລະ ຄວາມສ່ຽງຫຼາຍ ຕາມການແນະນຳຂອງ ກະຊວງສາທາລະນະສຸກ ກໍຄືຄະນະຮັບຜິດຊອບສະເພາະກິດ ກ່ຽວກັບການແກ້ໄຂພະຍາດໂຄວິດ -19 ທີ່ເຫັນວ່າ ທົ່ວໂລກກຳລັງປະສົບວິກິດດັ່ງກ່າວຢ່າງໜັກ”.

ດັ່ງນັ້ນຂໍຢຶນຢັນວ່າການແຂ່ງຂັນກິລາແຫ່ງຊາດຄັ້ງທີ11 ຫລື ຊຽງຂວາງເກມ ແມ່ນຈະໄດ້ເລື່ອນອອກໄປ, ສຳລັບແຈ້ງການຢ່າງເປັນທາງການຈະອອກມາໃນໄວໆນີ້.

ແນວໃດກໍຕາມ, ທ່ານລັດຖະມົນຕີ ກໍໄດ້ສະແດງຄວາມເຫັນໃຈຕໍ່ຄະນະກະກຽມຈັດງານກິລາແຫ່ງຊາດ ລວມທັງຄະນະຮັບຜິດຊອບທີມ ແລະ ນັກກິລາ ແຕ່ລະພາກສ່ວນ ທີ່ກຳລັງຫ້າງຫາກະກຽມເພື່ອເຂົ້າຮ່ວມ ແລະ ລວມໄປທັງນັກທຸລະກິດ ບໍລິສັດຫ້າງຮ້ານຕ່າງໆທີ່ໄດ້ທຸ້ມເທ ແລະ ປະກອບສ່ວນທຶນຮອນ ງົບປະມານເຂົ້າໃສ່ເປັນຈຳນວນຫຼວງຫຼາຍ ເຊິ່ງພວກເຮົາຈະໄດ້ຈັດກອງປະຊຸມ ເພື່ອຄົ້ນຄວ້າຫາທາງອອກນຳກັນ.

ບົດລາຍງານຫຼ້າສຸດ ກ່ຽວກັບພະຍາດໂຄວິດ-19

.

.

.