ຊົມເຊີຍ! ທີມ ຈົນເກີນ ຄວ້າລາງວັນທີ 1 ຈາກການແຂ່ງຂັນຕັດຕໍ່ວິດີໂອສ້າງລະຄອນສັ້ນ

149

ເປັນອີກເວທີໜຶ່ງ ທີ່ສ້າງໂອກາດ ໃຫ້ນັກຮຽນ-ນັກສຶກສາ ຂະແໜງໄອທີ ໄດ້ສະແດງສີມື ໃນການອອກແບບ, ດີຊາຍ, ຕັດຕໍ່ວີດີໂອລະຄອນສັ້ນ.

ໂຮງຫນັງ city plex, ໄດ້ຈັດການແຂງຂັນ ຕັດຕໍ່ວິດີໂອສ້າງລະຄອນສັ້ນ ໂດຍເລີ່ມ ເດືອນ ຕຸລາ 2019 ຫາ ເດືອນ ມັງກອນ 2020 ຜ່ານມານີ້ (ເປັນເວລາ 3 ເດືອນ) ມີຫຼາຍພາກສ່ວນເຂົ້າແຂງຂັນ ເຊັ່ນ: ມະຫາວິດທະຍາໄລແຫ່ງຊາດ(ມຊ), ຄວສ, ສະຖາປັດ ແລະ ໂຮງຮຽນເອກະຊົນອື່ນໆ.

ໃນນັ້ນ ທີມ ຈົນເກີນ ຈາກສະຖາບັນພັດທະນາສີມືແຮງງານລາວ-ເກົາຫີ້ ເຂົ້າຮວ່ມແຂ່ງຂັນຕັດຕໍວິລີໂອສ້າງຄອນສັ້ນ ແລະ ສາມາດຄວ້າລາງວັນທີ່ 1 ໃນການແຂ່ງຂັນຕັດຕໍ່ວິລີໂອສ້າງລະຄອນສັ້ນ ໄດ້ຮັບເງີນລາງວັນ ຈຳນວນ 5 ແສນກີບ.

ກ່າວມອບໂດຍທ່ານນາງ ດຣ ລະອຽດ ຈຸນລະມຸນຕຣີ ປະທານ ໂຮງຮູບເງົາ ຊິດຕີ້ເພຼັກຊ໌ ແລະ ທ່ານ ນາງ ຈິນດາວັນ ຈັນດາລາ ຜູ້ຈັດການ ໂຮງຮູບເງົາ ຊິດຕີ້ເພຼັກຊ໌ , ຕາງໜ້າກ່າວຮັບ ໂດຍ ທ່ານ ບຸນຍົງ ແກ້ວບົວພັນ ຮອງອຳນວຍການສະຖາບັນພັດທະນາສີມືແຮງງານລາວເກົາຫລີ , ພ້ອມດວ້ຍນ້ອງນັກຮຽນ ທີມຈົນເກີນ ແລະ ຄູອາຈານເຂົ້າຮວ່ມ.

ທີ່ມາ: ຮສສ