ກົມຈັດຕັ້ງ ແລະ ພະນັກງານ ກະຊວງ ອຄ ຕີລາຄາຄືນຜົນງານ 3ປີ

231

ໃນວັນທີ 28 ກຸມພາ 2020 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການໄຂກອງປະຊຸມໃຫຍ່ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ຄັ້ງທີ V ຂຶ້ນໂດຍການເປັນປະທານຂອງ ທ່ານ ນາງ ຈັນສຸກ ແສງພະຈັນ ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີສະມາຊິກພັກສົມບູນ, ພະນັກງານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນ ເຊິ່ງຈະໄດ້ຕີລາຄາຜົນສໍາເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມສະມາຊິກພັກໃນປີ 2017-2019. ພ້ອມກັນນັ້ນ ກໍຈະໄດ້ວາງທິດທາງແຜນການໃນ 5 ປີ ຕໍ່ໜ້າ, ຈະໄດ້ຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການນໍາພາລວມຂອງຄະນະໜ່ວຍພັກ, ພ້ອມດຽວກັນນີ້ກໍຈະໄດ້ຄັດເລືອກເອົາຄະນະໜ່ວຍພັກຊຸດໃຫມ່ ເພື່ອມາເປັນຫົວຈັກຂັບເຄື່ອນການຈັດຕັ້ງປະຕິບັດແຜນການທີ່ຈະກຳນົດ ໃນ 5 ປີ ຕໍ່ໜ້າໃຫ້ປະສົບຜົນສຳເລັດ.

ທັງນີ້, ໃນກອງປະຊຸມໃຫຍ່ຄັ້ງນີ້, ຄະນະປະທານກອງປະຊຸມ ຍັງຮຽກຮ້ອງມາຍັງຜູ້ແທນກອງປະຊຸມຈົ່ງໄດ້ເຊີດຊູສະຕິປັນຍາ, ຄວາມຮັບຜິດຊອບ ແລະ ນຳໃຊ້ສິດປະຊາທິປະໄຕ ຂອງຕົນເອງຢ່າງເຕັມສ່ວນ ເຂົ້າໃນການຄົ້ນຄວ້າ ປະກອບຄຳຄິດເຫັນ ແລະ ຮັບຮອງເອົາບັນດາເອກະສານຂອງກອງປະຊຸມ ແລະ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່.