ໂຮງຮຽນລຽວໂຕວ໌ ກວດກາ ແລະ ເຝົ້າລະວັງພະຍາດໂຄວິດ-19 ຢ່າງເຄັ່ງຄັດ

268

ເພື່ອເປັນການປ້ອງກັນ ແລະ ເຜົ້າລະວັງການແຜ່ລະບາດພະຍາດອັກເສບປອດ ໂຄວິດ19 ທີ່ກຳລັງກຳລັງລະບາດຢູ່ປັດຈຸບັນ ໃນວັນທີ 28 ກຸມພາ 2020, ພໍ່ແມ່ຜູ້ປົກຄອງເດັກນັກຮຽນໄດ້ຍ້ອງຍໍ ແລະ ຊົມເຊີຍຄະນະນໍາໂຮງຮຽນລຽວໂຕວ໌ທີ່ເອົາໃຈໃສ່ ແລະ ໃຊ້ມາດຕະການເຂັ້ມງວດກວດຂັນສໍາລັບຄົນເຂົ້າ-ອອກໂຮງຮຽນຢ່າງເຄັ່ງຄັດເພື່ອກວດກາ ແລະ ກັ່ນຕອງບຸກຄົນທີ່ມີຄວາມສ່ຽງທີ່ກ່ຽວຂ້ອງກັບພະຍາດອັກເສບປອດ ເຊິ່ງການກວດກາດັ່ງກ່າວເພື່ອສືບຕໍ່ຜັນຂະຫຍາຍການເຝົ້າລະວັງ ແລະ ຕີຖອຍພະຍາດອັນຕະລາຍດັ່ງກ່າວ ນອກຈາກນັ້ນຍັງເປັນການຮັບປະກັນໃຫ້ນ້ອງໆນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງເດັກນັກຮຽນຫມັ້ນໃຈວ່າໂຮງຮຽນດັ່ງກ່າວເຮັດແທ້ທໍາຈິງ.

ນາງ ລັດສະຫມີບອກກັບນັກຂ່າວສໍານັກຂ່າວສານປະເທດລາວວ່າທຸກໆມື້ຕົນເອງມາສົ່ງລູກເຂົ້າຮຽນຕ້ອງໄດ້ຢືນລໍຖ້າຢູ່ແຖວຍາວ 80 ແມັດເພື່ອເອົາລູກເຂົ້າແຖວກວດກາຄວາມປອດໄພໂດຍເພີ່ນເນັ້ນເປັນລາຍບຸກຄົນຢ່າງເຄັ່ງຄັດ ແລະ ບໍ່ລະເວັ້ນຮອດພໍ່ແມ່ຜູ້ປົກຄອງທີ່ເຂົ້າໄປດ້ານໃນໂຮງຮຽນ ເຊິ່ງມາດຕະການດັ່ງນີ້ເພື່ອເຮັດພໍ່ແມ່ຜູ້ປົກຮູ້ສຶກດີໃຈ ແລະ ປອດໄພທີ່ສຸດຕໍ່ລູກຕໍ່ຫລານ. ຂ້ອຍຄິດວ່າ”ໂຮງຮຽນແຫ່ງອື່ນໆຖອດຖອນເອົາບົດຮຽນນໍາໂຮງຮຽນແຫ່ງດັ່ງກ່າວເພາະເປັນສິ່ງທີ່ດີ”

ນາງລັດສະຫມີຍັງຕື່ມອີກກ່າວ: ນັບແຕ່ມີຂ່າວການລະບາດພະຍາດດັ່ງກ່າວໃນຕ່າງປະເທດເຫັນວ່າໂຮງຮຽນແຫ່ງນີ້ມີວິໄສທັດ ແລະ ວິທີເຮັດວຽກແບບສະດຸງຕື່ນຕົວໄວສຸດໂດຍສະເພາະຄະນະນໍາເຂົາເຈົ້າໄດ້ຕັດສິນໃຈລົງທຶນລົງຮອນເອງໃນການຊື້ອຸປະກອນກວດກາ ແລະ ຊອກຫາຜູ້ຕ້ອງສົງໃສທີ່ກ່ຽວຂ້ອງກັບພະຍາດອັກເສບປອດໂຄວິດ ນອກຈາກນັ້ນຍັງຮູ້ຫມູນໃຊ້ຄູອາຈານໃນໂຮງຮຽນພັດປ່ຽນຫມູນວຽນກັນກວດກາຢ່າງລຽນຕິດ.

ຫວ່າງຕົ້ນເດືອນກຸມພານີ້, ໂຮງຮຽນແຫ່ງດັ່ງກ່າວກໍໄດ້ມອບເງິນຊ່ວຍເຫລືອຈໍານວນ 100 ລ້ານກີບຊ່ວຍປະຊາຊົນຈີນໂດຍສະເພາະຊາວເມືອງອູ່ຮັນທີ່ພວມປະເຊີນຫນ້າກັບພະຍາດດັ່ງກ່າວ ເຊິ່ງຈໍານວນເງິນຊ່ວຍເຫລືອເຫລົ່ານັ້ນໄດ້ມາຈາກການລະດົມທຶນນໍາພໍ່ແມ່ຜູ້ປົກຄອງນັກຮຽນ, ຄູອາຈານ,ໂຮງຮຽນ ແລະ ອື່ນໆ.

ໂຮງຮຽນລ້ຽວໂຕຣພາຍໃຕ້ການຮ່ວມມືສອງຝ່າຍລາວ-ຈີນ ເຊິ່ງໄດ້ສ້າງຕັ້ງຂຶ້ນແຕ່ປີ 1937 ໂດຍມີການຮຽນການສອນທັງພາສາຈີນ ແລະ ພາສາລາວ.

ໂດຍ: ເກີດຂວັນໃຈ ມາລີຈັນສີ