ຄບຕ ອອກແຈ້ງການ ຫ້າມຈອດລົດເທິງທາງຍ່າງ ແລະ ເຂດທາງການກໍານົດໄວ້ເດັດຂາດ

189

ບັນຫາການຈອດລົດຊະຊາຍຕາມສະຖານທີ່ຕ່າງໆ ເປັນຕົ້ນເຂດທາງຍ່າງ, ບໍລິເວນຫ້າມຈອດ ແລະ ເຂດອື່ນໆ ຍັງເປັນສິ່ງທີ່ພົບເຫັນໄດ້ທົ່ວໄປເປັນຈໍານວນຫຼາຍ, ເຊິ່ງຜ່ານມາພາກສ່ວນກ່ຽວຂ້ອງກໍ່ໄດ້ແກ້ໄຂບັນຫາດ້ວຍວິທີທາງຕ່າງໆທີ່ເຫັນໄດ້ຢ່າງຊັດເຈນ, ຫຼ້າສຸດ ຫ້ອງການຄຸ້ມຄອງ ແລະ ບໍລິຫານຕົວເມືອງວຽງຈັນ (ຄບຕ) ອອກແຈ້ງການຫ້າມເອົາລົດໃຫຍ່ຂຶ້ນຈອດເທິງທາງຍ່າງ ແລະ ຊ່ອງຈະລາຈອນທາງເດີນຂອງລົດ ບ່ອນທີ່ທາງການໄດ້ກໍານົດເປັນເຂດຫ້າມຈອດ.

ອີງຕາມແຈ້ງການດັ່ງກ່າວ ທີ່ລະບຸວ່າ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຂໍຮຽນແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍຮັບຊາບທົ່ວເຖິງກັນແລະປະຕິບັດດັ່ງນີ້:

1 ຫ້າມເອົາລົດໃຫ່ຍຂື້ນຈອດເທີງທາງຍ່າງແລະຊ່ອງຈະລາຈອນທາງເດີນຂອງລົດຕາມຖະຫນົນໃນຕົວເມືອງ ທີ່ທາງການໄດ້ກຳນົດເປັນເຂດຫ້າມຈອດ.

2 ກໍລະນີພົບເຫັນ ເຈົ້າຫນ້າທີ່ພະນັກງານຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຮ່ວມກັນ ເຈົ້າຫນ້າທີ່ຕຳຫຼວດຈະລາຈອນ ແມ່ນຈະໄດ້ຕັກເຕືອນ, ສຶກສາອົບຮົມ ແລະ ພ້ອມທັງປັບໃໝຕາມລະບຽບກົດຫມາຍທີ່ໄດ້ກຳນົດໄວ້ຢ່າງເຂັ້າງວດ.

3 ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ດັ່ງນັ້ນ, ຈື່ງແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍໄດ້ຮັບຊາບແລະປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.