ນິສສັນ ນາວາຣ່າ ນະວັດຕະກຳດີໆ ທີ່ທ່ານ ຄວນຮູ້

113

ສະບາຍດີ ມື້ນີ້ຈະມາຮູ້ຈັກກັບລົດ ນິສສັນ ນາວາຣ່າ ພີມຽ້ມ ມັນມີດີຫລາຍຢ່າງທີ່ທ່ານຄວນຮູ້ ຂໍເຊີນທ່ານມາຮູ້ຈັກກັນເລີຍ.

ອັນດັບ1  ຮູບຊົງດ້ານໜ້າ ຂອງລົດນິສສັນນາວາຣ່າພີມຽ້ມ ກະຄື ໄຟຕາ ໄຟຕາໜ້າເປັນ ໄຟແບບ LED ແລະ ເປັນຫລອດ projector ມັນຈະເຮັດໃຫ້ແຈ້ງ ແລະ ເຫັນທາງດີຂຶ້ນ ແມ່ນກະທັງຕອນຝົນຕົກທ່ານກໍ່ສາມາດເຫັນໄດ້ຊັດເຈນ ຊຶ່ງມີຄວາມປອດໄພໃນການຂັບຂີ່ ແລະ ໄຟເຍືອງທາງຕອນກາງເວັນ ກໍ່ໂດດເດັ່ນທັນສະໄຫມເຮັດໃຫ້ເຮົາເບິ່ງເຫັນລົດກົງກັນຂ້າມໄດ້ງ່າຍຂຶ້ນເພື່ອຫລີກລຽງອຸບັດເຫດ.

ໄຟຕາໜ້າຂອງ ນິສສັນ ເປັນ ໄຟແບບ LED ແລະ ເປັນຫລອດ projector

ອັນດັບ2 ແມ່ນຈັກ ຂອງນາວາຣ່າ ພີມຽ້ມ (NAVARA premium) ເປັນ

-ຈັກ 2.5 L Inter-Cooler Turbo Engine

-ແຮງມ້າ 190Ps & ແຮງບິດ 450Nm

-ມາພ້ອມກັບ 190 ແຮງມ້າ and 450 ແຮງບິດ

-ໃຫ້ການຕອບສະໜອງທີ່ໄວ ໃນອັດຕາການເລັ່ງ ແລະ ແຮງບໍ່ເຄີຍຕົກໃນຂະນະທີ່ທ່ານບັນທຸກໜັກ

ອັນດັບ3 ເວົ້າເລື່ອງເກຍຫລາຍຄົນຄົງຈະຮູ້ແດ່ແລ້ວນາວາຣ່າເຮົາມີເກຍ 7 ສະປີດ ແຕ່ເປັນເກຍໂອໂຕທີ່ມີໂມດເກຍກະປຸກມາພອ້ມ

-ເກຍອໍໂຕເຮັດໃຫ້ການຂັບຂີ່ຂອງທ່ານນຸ່ມນວນ

-ກໍລະນີເກຍກະປຸກສາມາດປ່ຽນເປັນກະປຸກໄດ້ໃນເມື່ອພົບກັບເສັ້ນທາງທຸລະກັນດານຂຶ້ນພູລົງຫ້ວຍທີ່ມັນຈຳເປັນຕ້ອງໄດ້ໃຊ້ແຮງລົດຫລາຍ

ອັນດັບສຸດທ້າຍຂອງນາວາຣ່າພີມຽ້ມຄື: ຄວາມປອດໄພຊຶ່ງຄວາມປອດໄພແມ່ນໄດ້ຮັບການຢືນຢັນດ້ວຍລະບົບຄວາມປອດໄພ 5 ດາວຈາກ

ໃຫ້ຄວາມປອດໄພສູງສຸດ ສຳລັບທ່ານ ແລະ ຄອບຄົວຂອງທ່ານ!

ມີຖົງລົມນິລະໄພເຖິງ 7 ຖົງ ຄື: ດ້ານຄົນຂັບ ແລະ ຜູ້ໂດຍສານ, ຫົວເຂົ່າຂອງຜູ້ໂດຍສານ ແລະ ດ້ານຂ້າງມີທັງຖົງລົມນິລະໄພແບບຜ້າກັ້ງ, ຊ່ວຍປ້ອງໃຫ້ທຸກຄົນປອດໄພແບບຮອບດ້ານ

ເປັນແນວໃດກັບຂໍ້ມູນພື້ນຖານກຽ່ວກັບລົດ ນິສສັນນາວາຣ່າພີມຽ້ມ ຂອງສູນນິສສັນຕັນຈອງມໍເຕີ້ລາວ ຍັງບໍ່ໝົດພຽງເທົ່ານີ້ຍັງມີລາຍລະອຽດອີກຫລາຍດ້ານກຽ່ວກັບລົດກະບະນິສສັນ ນາວາຣ່າ

ຖ້າທ່ານໃດສົນໃຈສາມາດເຂົ້າມາຢ້ຽມຊົມຫ້ອງຂາຍລົດນິສສັນ Nissan Showrooms ທີ່ໃກ້ທີ່ສຸດບໍ່ວ່າຈະຢູ່

-ສາຂາ ບ້ານ ຈອມແຈ້ງ ເມືອງ ສີສັດຕະນາກ ນະຄອນຫລວງ ວຽງຈັນ

-ສາຂາ ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ

-ສາຂາ ສະຫວັນນະເຂດ ບ້ານ ນາເລົ່າ ຖະໜົນໄກສອນ

-ສາຂາ ປາກເຊ ບ້ານ ສະໜາມໄຊ ເມືອງປາກເຊ

ເພື່ອທົດລອງຂັບ ແລະ ຈອງລົດນິສສັນ Nissan ລຸ້ນຕ່າງໆ ທີ່ທ່ານມັກ.

ທ່ານໃດທີ່ສົນໃຈກໍ່ສາມາດເຂົ້າມາກວດສອບ ແລະ ສອບຖາມຂໍ້ມູນກັບພະນັກງານທີ່ປືກສາການຂາຍ ແລະ ກ່ຽວກັບໂປຣໂມຊັນຕ່າງໆເພາະຈະມີໂປຣໂມຊັນໃໝ່ໆມາອັບເດດໃຫ້ຕະຫຼອດ.

ຫລື ຂໍ້ມູນເພີ່ມເຕີມກ່ຽວກັບລົດນິສສັນ Nissan ທຸກລຸ້ນໃນປະເທດລາວ, ທ່ານສາມາດເຂົ້າເບິ່ງຂໍ້ມູນໄດ້ທີ່ເວັບໄຊທ໌ www.nissan-lao.la / ຫຼືຕິດຕາມເຟດຊ໌ບຸກຄ໌ ເພຈ໌  ຂອງປະເທດລາວ ທີ່ Nissan Laos