ຫົວພັນ ກຽມພ້ອມສົ່ງນັກຮຽນເກັ່ງເຂົ້າຮ່ວມສອບເສັງລະດັບຊາດ

103

ວັນທີ 22 ກຸມພາ ທີ່ສະໂມສອນໂຮງຮຽນ ມ.ປາຍ ຕົວແບບແຂວງຫົວພັນ ໄດ້ຈັດພິທີສອບເສັງຄັດເລືອກເອົານັກຮຽນເກັ່ງຊັ້ນ ມ 4 ແລະ ມ 7 ປະຈຳສົກຮຽນ 2019 – 2020 ເພື່ອເຂົ້າຮ່ວມສອບເສັງນັກຮຽນເກັ່ງໃນລະດັບຊາດທົ່ວປະເທດ. ເຂົ້າຮ່ວມເປັນປະທານສອບເສັງຄັ້ງນີ້ຂອງ ທ່ານ ມອນສິງ ເພັດວຽງສີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ, ມີຄະນະກໍາມະການທີ່ຮັບຜິດຊອບການສອບເສັງ, ຄູນໍາພາ, ນ້ອງໆນັກຮຽນເກັ່ງມາຈາກ 10 ເມືອງທົ່ວແຂວງ, ໂຮງຮຽນອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມນໍາ.

ໃນສົກຮຽນ 2019 – 2020 ນີ້ ທົ່ວແຂວງຫົວພັນ ມີນັກຮຽນເກັ່ງຊັ້ນ ມ 4 ແລະ ມ 7 ເຂົ້າຮ່ວມສອບເສັງທັງໝົດ 116 ນ້ອງ ( ຍິງ 36 ນ້ອງ ). ໃນນັ້ນ, ຊັ້ນ ມ 4 ມີ 56 ນ້ອງ ( ຍິງ 18 ນ້ອງ ); ໄດ້ແບ່ງການສອບເສັງອອກເປັນ 2 ຊັ້ນຮຽນ ຄື: ມັດທະຍົມຕອນຕົ້ນ ມ 4 ແລະ ມັດທະຍົມຕອນປາຍ ມ 7; ມີ 4 ວິຊາ ຄື: ພາສາລາວ – ວັນນະຄະດີ, ຄະນິດສາດ, ເຄມີສາດ ແລະ ຟີຊິກສາດ.

ຜ່ານການສອບເສັງຊັ້ນ      ມ 4 ວິຊາພາສາລາວ – ວັນນະຄະດີ ອັນດັບ 1 ໄດ້ແກ່ ທ້າວ ຄໍາພອນ ບຸນແພງຈັນ ມາຈາກໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງວຽງໄຊ; ອັນດັບ 2 ໄດ້ແກ່ ທ້າວ ສະຫຼອງໄຊ ສີມຸງຄຸນ ມາຈາກໂຮງຮຽນ SOS ເມືອງຊໍາເໜືອ; ອັນດັບ 3 ໄດ້ແກ່ ນາງ ຜິວ ສອນສີ ມາຈາກໂຮງຮຽນ ມສ ພັນລາ.

ວິຊາຄະນິດສາດ ອັນດັບ 1 ໄດ້ແກ່ ທ້າວ ເຮີ ເຢຍບົ່ວຫວ່າງ ມາຈາກໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງວຽງໄຊ ໄດ້ຄະແນນ; ອັນດັບ 2 ໄດ້ແກ່ ທ້າວ ສີ ເພຼນ້ອຍ ມາຈາກໂຮງຮຽນ ມສ ຊໍາໃຕ້; ອັນດັບ 3 ໄດ້ແກ່ ທ້າວ ວິໄຊ ເລົ່ານ້າວລີ ມາຈາກໂຮງຮຽນ     ມສ ຊ່ອນເໜືອ.

ວິຊາເຄມີສາດ ອັນດັບ 1 ໄດ້ແກ່ ນາງ ເມລີສາ ວິໄລວັນ ມາຈາກໂຮງຮຽນ SOS ເມືອງຊໍາເໜືອ; ອັນດັບ 2 ໄດ້ແກ່ ທ້າວ ວືມົວ ບຸນມີໄຊ ມາຈາກໂຮງຮຽນ ມສ ຈອມເພັດ ເມືອງຫົວເມືອງ; ອັນດັບ 3 ໄດ້ແກ່ ທ້າວ ເຢີມົວ ໄຊຈູມົວ ມາຈາກໂຮງຮຽນ ມສ ໜອງຄໍາ ເມືອງຊໍາໃຕ້.

ວິຊາຟີຊິກສາດ ທີ 1 ໄດ້ແກ່ ທ້າວ ສານສະກິດ ຫວ່າງ ມາຈາກໂຮງຮຽນສາມັນກິນນອນຊົນເຜົ່າເມືອງວຽງໄຊ; ອັນດັບ 2 ໄດ້ແກ່ ທ້າວ ລີເຢັ່ງ ໄຊປໍທໍ່ ມາຈາກໂຮງຮຽນ     ມສ ນາຄາວ ເມືອງວຽງໄຊ; ອັນດັບ 3 ໄດ້ແກ່ ທ້າວ ສີສຸວັນ ຊື້ຕົງປໍ່ເລົ່າ ຈາກໂຮງຮຽນ SOS ເມືອງຊຳເໜືອ ໄດ້ຄະແນນ 3,71.

ສ່ວນຊັ້ນ ມ 7 ອັນດັບ 1 ວິຊາພາສາລາວ – ວັນນະຄະດີ ໄດ້ແກ່ ທ້າວ ແປັກທິບ ຄຸນວີທອງ ມາຈາກໂຮງຮຽນ          ມ.ປາຍ ຕົວແບບແຂວງ; ອັນດັບ 2 ໄດ້ແກ່ ນາງ ເກດ ຫອມແສງເມືອງ ມາຈາກໂຮງຮຽນ ມສ ຊໍາໃຕ້; ອັນດັບ 3 ໄດ້ແກ່ ນາງ ພິລາ ທໍາມະແກ້ວ ມາຈາກໂຮງຮຽນ ມສ ພັນລາ.

>

ວິຊາຄະນິດສາດ ທີ 1 ໄດ້ແກ່ ທ້າວ ໄມຄໍາ ສໍເສັງ ມາຈາກໂຮງຮຽນ ມສ ຊໍາໃຕ້; ອັນດັບທີ 2 ໄດ້ແກ່ ທ້າວ ລາເວັນເລົ່າ ຕົງເຢັ່ງ ມາຈາກໂຮງຮຽນ ມສ ຊ່ອນເໜືອ; ອັນດັບທີ 3 ໄດ້ແກ່ ທ້າວ ອ້ວນ ອິນທະວົງ ມາຈາກໂຮງຮຽນ ມສ ເມືອງຮ້ຽມ.

ວິຊາເຄມີສາດ ທີ 1 ໄດ້ແກ່ ທ້າວ ຂັນທະລີ ລາຊະວົງ ມາຈາກໂຮງຮຽນ ມສ ພັນລາ; ອັນດັບທີ 2 ໄດ້ແກ່ ທ້າວ ພະວິໄຊ ໄຊເງິນຢ່າ ມາຈາກໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງວຽງໄຊ; ອັນດັບທີ 3 ໄດ້ແກ່ ນາງ ລວງພອນ ລໍລຽນທອງ ມາຈາກໂຮງຮຽນ ມສ ຊຽງຄໍ້.

ວິຊາຟີຊິກສາດ ອັນດັບ 1 ໄດ້ແກ່ ທ້າວ ຕູ້ ໄຊບຸນຍົງ ມາຈາກໂຮງຮຽນ ມສ ປາຄາໃຕ້ ເມືອງຫົວເມືອງ; ອັນດັບ 2 ໄດ້ແກ່ ທ້າວ ຈົ່ງຄົວ ຟາງ ມາຈາກໂຮງຮຽນ ມສ ພັນລາ; ອັນດັບທີ 3 ໄດ້ແກ່ ທ້າວ ໃຈຈ່າເຮີລີ ມາຈາກໂຮງຮຽນ ມສ ນາຄາວ.

ສໍາລັບການແຂ່ງຂັນຖາມ -ຕອບຄໍາຖາມວິທະຍາສາດ: ອັນດັບທີ 1 ໄດ້ແກ່ທີມເມືອງວຽງໄຊ, ອັນດັບທີ 2 ໄດ້ແກ່ທີມໂຮງຮຽນ ມ.ປາຍ ຕົວແບບແຂວງ ແລະ ອັນດັບທີ 3 ໄດ້ແກ່ທີມໂຮງຮຽນ SOS ເມືອງຊໍາເໜືອ ແລະ ສ່ວນທີ 4 ຕົກເປັນຂອງທີມນັກຮຽນມາຈາກທີມໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງວຽງໄຊ.

ຜູ້ທີ່ສອບເສັງໄດ້ອັນດັບທີ 1 ໃນແຕ່ລະວິຊາຈະໄດ້ເປັນຕົວແທນໃຫ້ແກ່ແຂວງຫົວພັນ ເພື່ອເຂົ້າຮ່ວມການສອບເສັງນັກຮຽນເກັ່ງລະດັບຊາດໃນທົ່ວປະເທດ ທີ່ຈະຈັດຂຶ້ນໃນເດືອນມີນາທີ່ຈະມາຮອດນີ້.

( ຂ່າວ: ສີສົມສັກ )