4 ເມືອງເປົ້າໝາຍ ສືບຕໍ່ເຊັນບົດບັນທຶກຄວາມເຂົ້າໃຈໄລຍະ 2 ໂຄງການອະນຸລັກຊີວະນາໆພັນ

160

ກະຊວງກະສິ ກໍາ ແລະ ປ່າໄມ້ ຕາງໜ້າໂດຍພະແນກກະສິກໍາ ແລະປ່າໄມ້ແຂວງສະຫວັນນະເຂດ ໄດ້ຮ່ວມ ເຊັນບົດບັນທຶກຄວາມເຂົ້າ ໃຈກັບອົງການອະນຸລັກສັດປ່າປະຈໍາ ສ.ປ.ປ ລາວ ໃນໂຄງການອະນຸລັກຊີວະນາໆພັນທີ່ສໍາຄັນໃເຂດດິນບໍລິເວນນໍ້າ ແບບມີສ່ວນຮ່ວມຂອງຊຸມຊົນ ໃນ 4 ເມືອງເປົ້າໝາຍແຂວງສະຫວັນນະເຂດ ໄລຍະ 2  ເມື່ອ ວັນທີ 24 ກຸມພາ 2020 ທີ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງສະຫວັນນະເຂດ,

ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບອົງການອາແອັຟເດ, ມາກກາເລັດ ( AFD, Margaret ) ແລະອົງການອະນຸລັກສັດປ່າ. ຈັດຕັ້ງປະຕິບັດໃນ 4 ເມືອງເປົ້າໝາຍຄື: ເມືອງໄຊບູລີ ຢູ່ບ້ານນາວເໜືອ; ເມືອງຈໍາພອນຢູ່ບ້ານຕານສຸມ, ກະດານ, ແກ້ງກອກດົງ, ໂພນຄໍ້, ຕາແຫຼວ ແລະບ້ານດອນແດງ; ເມືອງຊົນນະບູລີ ຢູ່ບ້ານດອນຍາໂນງ, ບ້ານດົງບູນ ແລະບ້ານໜອງຜໍາ;  ເມືອງສອງຄອນຢູ່ບ້ານດົງສະຫວ່າງ, ໂດຍຈັດຕັ້ງປະຕິບັດຈົນເຖິງວັນທີ 31 ທັນວາ 2024 ໃນງົບປະມານ1.213.862 ໂດລາສະຫະລັດ.

ເຂົ້າຮ່ວມໃນພິທີມີ ທ່ານ ວໍລະສິດ ສີວົງດາວ ຮອງຫົວໜ້າ ພະແນກກະສິກໍາ ແລະປ່າໄມ້ ແຂວງສະຫວັນນະເຂດ, ທ່ານ ສັນຕິ ໄຊປັນຍາ ຫົວໜ້າອົງການອະນຸລັກສັດປ່າປະຈໍາລາວ ແລະທ່ານ ຈັນທອນ ໂພ ຕິໄຕ ຮອງຫົວໜ້າພະແນກຄຸ້ມ ຄອງສັດນ້ຳ ແລະສັດປ່າຕາງໜ້າກົມປ່າໄມ້, ພ້ອມນັ້ນກໍ່ມີຮອງເຈົ້າເມືອງທັງ 4 ເມືອງເປົ້າໝາຍຄື: ເມືອງຈໍາພອນ, ຊົນນະບູລີ, ສອງຄອນ ແລະເມືອງໄຊບູລີ, ພ້ອມຕາງໜ້າຈາກຫ້ອງການ ແລະພະແນກທີ່ກ່ຽວຂ້ອງເຂົ້າຮ່ວມໃນກອງປະຊຸມລວມທັງໝົດ 46 ທ່ານ.

ສຳລັບໂຄງການໄລຍະ 1  ແມ່ນການອະນຸລັກແຂ້ ແລະ ປັບປຸງຊີວິດການເປັນຢູ່ ແບບມີສ່ວນຮ່ວມຂອງຊຸມຊົນ ທີ່ຈັດຕັ້ງປະຕິບັດໃນ 4 ເມືອງເປົ້າໝາຍ ແຕ່ປີ 2011 ຫາ 2014, ເພື່ອຟື້ນຟູເຂດພື້ນທີ່ດິນບໍລິເວນນ້ຳ ແລະອະນຸລັກປະຊາກອນແຂ້ພັນພື້ນເມືອງລາວ ແລະປັບປຸງສະພາບເຂດບຶງ-ໜອງໃຫ້ດີຂຶ້ນ.

ໄດ້ມີຜົນສໍາເລັດໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆຄື: ໄດ້ກໍານົດເຂດອະນຸລັກວັງສະຫງວນແຂ້ ແລະສັດນໍ້າອື່ນໆ ໄດ້ 11 ແຫ່ງ ລວມເນື້ອທີ່ 2.550 ເຮັກຕາ ໃນ 9 ບ້ານຂອງ 4.