ສໍາເລັດຊຸດອົບຮົມນັກເດີນສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ໃຫ້ 7 ແຂວງພາກເໜືອ

79

ພິທີປິດຊຸດອົບຮົມການສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ຂອງ 7 ແຂວງພາກເໜືອ ທີ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 25 ກຸມພາ 2020 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊຍະບູລີ ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 10 ວັນ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ປະທານຄະນະຊີ້ນໍາຂັ້ນແຂວງການສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III; ມີບັນດາຄະນະຫ້ອງການສໍາຫຼວດຂັ້ນສູນກາງ, ຫົວໜ້າສູນສະຖິຕິປະຈໍາແຂວງ, ຫົວໜ້າຫ້ອງການສໍາຫຼວດຂັ້ນແຂວງ, ມີວິທະຍາກອນຈາກສູນກາງ ແລະ ສໍາມະນາກອນຈາກ 7 ແຂວງພາກເໜືອເຂົ້າຮ່ວມ 200 ກວ່າຄົນ.

ທ່ານ ວິໄລສຸກ ສີສຸລາດ ຮອງຫົວໜ້າກົມສະຖິຕິສັງຄົມໄດ້ຂຶ້ນລາຍງານຜົນການອົບຮົມ ເຊິ່ງທ່ານໄດ້ກ່າວວ່າ: ການຝຶກອົບຮົມນັກສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ແມ່ນໄດ້ດໍາເນີນໄປເປັນເວລາ 10 ວັນ ສໍາມະນາກອນໄດ້ຮຽນຮູ້ທິດສະດີ ແລະ ລົງພາກປະຕິບັດຕົວຈິງຢູ່ບັນດາບ້ານ, ຫົວໜ່ວຍທຸລະກິດ, ຜູ້ປະກອບການຕ່າງໆພາຍໃນເມືອງໄຊຍະບູລີ, ມີ 7 ບ້ານ 400 ຫົວໜ່ວຍ ໂດຍຮັບຜິດຊອບຄົນລະ 2 ຫົວໜ່ວຍ ແຕ່ລົງສໍາພາດຕົວຈິງສາມາດສໍາພາດໄດ້ 293 ຫົວໜ່ວຍ.

ການເຮັດທົດລອງແມ່ນດໍາເນີນຕາມຂັ້ນຕອນ, ການສໍາພາດ ແລະ ບັນທຶກຂໍ້ມູນດ້ວຍລະບົບ CAPI ການຈັບຈຸດທີ່ຕັ້ງຂອງບັນດາຫົວໜ່ວຍທຸລະກິດທີ່ຖືກສໍາພາດ, ການຕິດຕາມນັກເດີນສໍາຫຼວດດ້ວຍລະບົບ GPS ໂດຍສະເລ່ຍເວລາການສໍາພາດຫົວໜ່ວຍນ້ອຍ – ຫົວໜ່ວຍໃຫຍ່ຈະໃຊ້ເວລາທັງໝົດປະມານ   25 – 40 ນາທີຕໍ່ຫົວໜ່ວຍ.

ຈາກການປະເມີນຜົນຕົວຈິງເຫັນວ່າສໍາມະນາກອນມີຄວາມຮັບຮູ້ເຂົ້າໃຈຕໍ່ກັບຈຸດປະສົງ, ນິຍາມວິທີການຈົດກ່າຍ ແລະ ການນໍາໃຊ້ CAPI ໃນການບັນທຶກຂໍ້ມູນແມ່ນຢູ່ໃນລະດັບດີຫຼາຍ ເພາະນັກເດີນສໍາຫຼວດຈາກບັນດາແຂວງສ່ວນໃຫຍ່ແມ່ນຖືກຕ້ອງຕາມເງື່ອນໄຂ, ມີປະສົບປະການໃນການປະຕິບັດການສໍາຫຼວດ, ມີຄວາມຮູ້ ແລະ ປະສົບການໃນການນໍາໃຊ້ຄອມພິວເຕີ CAPI ສາມາດຮຽນຮູ້ໄດ້ໄວ ແລະ ນໍາໃຊ້ໄດ້.

ຈາກນັ້ນ, ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ ກໍໄດ້ເນັ້ນຕື່ມວ່າ: ເພື່ອຮັບປະກັນເຮັດໃຫ້ການເດີນສໍາຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III ໄດ້ຮັບຜົນສໍາເລັດຮຽກຮ້ອງບັນດາທ່ານຈົ່ງໄດ້ເອົາໃຈໃສ່ການເກັບກໍາຂໍ້ມູນ, ຕ້ອງຢຶດໝັ້ນໃນຫຼັກການ, ວິທີການ ແລະ ຂັ້ນຕອນ ຍາມໃດກໍຕ້ອງໃຫ້ເຂົ້າໃຈສະເໝີວ່າບັນດາທ່ານແມ່ນບຸກຄົນທີ່ສໍາຄັນຕໍ່ກັບຄວາມຖືກຕ້ອງ, ຄວາມຄົບຖ້ວນ ແລະ ຄຸນນະພາບຂອງຂໍ້ມູນ.

( ຂ່າວ: ບຸນທີ )