ສ້າງແຜນທຸລະກິດທີ່ໜ້າເຊື່ອຖື ຄືໃບເບີກທາງການເຂົ້າເຖິງແຫຼ່ງທຶນ

112

ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( SME ) ເນັ້ນວ່າ: ຫາກຢາກເຂົ້າເຖິງແຫຼ່ງທຶນພາກທຸລະກິດຕ້ອງປັບປຸງຕົນເອງ, ສ້າງທຸລະກິດຕົນເອງໃຫ້ເຂັ້ມແຂງ ພ້ອມມີແຜນທຸລະກິດທີ່ເຊື່ອຖືໄດ້.

ກອງປະຊຸມທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນງານສ້າງຄວາມເຂັ້ມແຂງ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ( SME ) ພາຍໃຕ້ໂຄງການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຈັດຂຶ້ນໃນວັນທີ 27 ກຸມພາ 2020 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ    ( ສຄອຊ ) ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີ ທ່ານ ດາວວອນ     ພະຈັນທະວົງ ຮອງປະທານ           ( ສຄອຊ ), ທ່ານ ນາງ ວິດາວວັນ ພູນວິໄຊ ຕົວແທນຈາກທະນາຄານໂລກ ພ້ອມດ້ວຍບັນດາຜູ້ປະກອບການ, ທະນາຄານທີ່ເຂົ້າຮ່ວມໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນເຖິງ ດວງສະຫວັນ ກ່າວວ່າ: ໃນດໍາລັດ 299/ລບ ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຖ້າຫາກພາກທຸລະກິດຢາກເຂົ້າເຖິງແຫຼ່ງທຶນຂອງລັດຖະບານ ເປັນຕົ້ນແມ່ນເງິນກູ້ດອກເບ້ຍຕໍ່າພາກທຸລະກິດຕ້ອງໄດ້ປັບປຸງຕົນເອງ ໂດຍສະເພາະແມ່ນຢາກເຂົ້າເຖິງແຫຼ່ງທຶນໂຕໃດຕ້ອງມີການຂຶ້ນບັນຊີ ພ້ອມມີແຜນທຸລະກິດທີ່ໜ້າເຊື່ອຖື ແລະ ດ້ານອື່ນໆອີກ ເຊິ່ງຕ້ອງມີການສຶກສາຄົ້ນຄວ້າຮ່ວມກັນ ເນື່ອງຈາກສັງເກດເຫັນວ່າປັດຈຸບັນນີ້ພາກທຸລະກິດເອງຍັງມີຂໍ້ຈໍາກັດ ເຊິ່ງສະແດງອອກຢ່າງຊັດເຈນເມື່ອທະນາຄານເປັນໜີ້ບໍ່ເກີດດອກອອກຜົນ ( NPL ) ຫຼາຍ ນັ້ນສະແດງວ່າພາກທຸລະກິດບໍ່ເຂັ້ມແຂງເທົ່າທີ່ຄວນ.

ທ່ານ ດາວວອນ ພະຈັນທະວົງ ກ່າວວ່າ: ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ເປັນຍຸດທະສາດໜຶ່ງຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເພື່ອຈັດຕັັ້ງປະຕິບັດນະໂຍບາຍຕ່າງໆໃນການເຂົ້າຫາແຫຼ່ງທຶນ, ໃຫ້ພວກເຂົາສາມາດເຂົ້າເຖິງແຫຼ່ງທຶນນໍາບັນດາສະຖາບັນການເງິນຕ່າງໆ ແລະ ທະນາຄານທຸລະກິດໃນ ສປປ ລາວ. ນອກຈາກນີ້, ກໍມີການຈັດຝຶກອົບຮົມ ເພື່ອປັບປຸງການນໍາໃຊ້ແຜນທຸລະກິດ, ແຜນການເງິນ ແລະ ການບໍລິຫານຈັດການໃຫ້ SME ໃນການປະກອບເອກະສານເຂົ້າເຖິງແຫຼ່ງທຶນ.

ນອກຈາກນີ້, ພາຍໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄໍາເຫັນຂອງບັນດາຜູ້ປະກອບການ, ສະຖາບັນການເງິນ ແລະ ທະນາຄານຕ່າງໆ ເພື່ອແລກປ່ຽນກັນຈາກທັງສອງຝ່າຍນໍາມາເປັນບົດຮຽນສະເໜີແກ່ພາກລັດ ເພື່ອຊ່ວຍແກ້ໄຂບັນຫາການເຂົ້າເຖິງແຫຼ່ງທຶນຕໍ່ໄປ.

[ ຂ່າວ: ເອຢິບ; ຮູບ: ສຸກສະຫວັນ ]