ຮູບເງົາ “ Mulan ” ທີ່ຫຼາຍຄົນລໍຖ້າກຽມເຂົ້າສາຍໃນເດືອນມີນານີ້

266

ຜູ້ກໍາກັບທີ່ມີສີມື Niki Caro ໄດ້ເນລະມິດຮູບເງົາເລື່ອງເລົ່າຂອງນັກຮົບຜູ້ເປັນຕໍານານຂອງຈີນ ໃຫ້ມີຊີວິດຂຶ້ນມາໃນຮູບເງົາ “ Mulan ” ເຊິ່ງເປັນເລື່ອງລາວຂອງຍິງສາວຜູ້ກ້າຫານ, ຜູ້ຍອມສ່ຽງທຸກຢ່າງດ້ວຍຄວາມຮັກທີ່ມີຕໍ່ວົງຕະກູນ ແລະ ປະເທດຊາດ ເພື່ອເປັນໜຶ່ງໃນນັກຮົບຜູ້ຍິ່ງໃຫຍ່ທີ່ປະເທດຈີນເຄີຍຮູ້ຈັກ.

ຫຼັງຈາກໄດ້ເປີດເຜີຍຕົວຢ່າງທໍາອິດຂອງຮູບເງົາ “ Mulan ” ໃນທ້າຍປີ 2019 ຫຼາຍຄົນກໍລໍຖ້າທີ່ຈະເບິ່ງໃນຮູບແບບໃຊ້ຄົນສະແດງ ແລະ ໄດ້ສ້າງຈາກບົດກະວີເລື່ອງເລົ່າ “ The Ballad of Mulan ” ເຊິ່ງມີເລື່ອງລາວເວົ້າເຖິງຈັກກະພັດແຫ່ງປະເທດຈີນ ອອກຄໍາສັ່ງວ່າຜູ້ຊາຍໜຶ່ງຄົນຕໍ່ໜຶ່ງຄອບຄົວຈະຕ້ອງເຂົ້າຮ່ວມກອງທັບ ເພື່ອປ້ອງກັນປະເທດຈາກການຮຸກຮານຂອງຜູ້ບຸກລຸກທາງພາກເໜືອ ໂດຍ ມູ່ຫຼານ ລູກສາວກົກຂອງນັກຮົບຜູ້ມີກຽດຕ້ອງກ້າວມາຮັບໜ້າທີ່ແທນພໍ່ຜູ້ເຈັບປ່ວຍດ້ວຍການປອມຕົວເປັນຊາຍໜຸ່ມ ແລະ ໄດ້ຖືກທົດສອບທຸກຢ່າງ ລວມທັງການສ້າງຄວາມເຂັ້ມແຂງໃຫ້ກັບຕົນເອງ ເພື່ອໃຫ້ກາຍເປັນທີ່ຍອມຮັບຂອງຄົນໃນຊາດ ແລະ ຄວາມພາກພູມໃຈຈາກພໍ່.

ນັກສະແດງນໍາໃນຮູບເງົາ “ Mulan ” ປະກອບມີ Yifei Liu ຮັບບົດ Mulan, Donnie Yen ຮັບບົດ Commander Tung, Li Gong ຮັບບົດ Xian Lang, Jet Li ຮັບບົດ The Emperor ແລະ Jason Scott Lee ຮັບບົດ Bori Khan.

ຫຼັງຈາກໄດ້ເບິ່ງຕົວຢ່າງທີ່ເຂັ້ມຂຸ້ນກໍເຮັດໃຫ້ຜູ້ຕິດຕາມຫຼາຍຄົນລໍຖ້າເບິ່ງໃນແບບຮູບເງົາເລື່ອງຈິງທີ່ບໍ່ແມ່ນໃນຮູບແບບກາຕູນ ແລະ ມີກຳນົດເຂົ້າສາຍໃນເດືອນມີນາ 2020 ທຸກໂຮງຮູບເງົາທົ່ວປະເທດ.

( ຂໍ້ມູນຈາກ: Major Platinum Cineplex )

[ ຮຽບຮຽງ: ນຸ້ມນິ້ມ ]