ເຕັກນິກການປູກຜັກບົ່ວໃນແຕະໄຂ່

154

ຫອມບົ່ວແດງເປັນພືດຊະນິດໜຶ່ງທີ່ນິຍົມບໍລິໂພກແຜ່ຫຼາຍໃນລາວເຮົາ. ຂະນະດຽວກັນກໍນິຍົມປູກໄວ້ເປັນພືດສວນຄົວ ເພື່ອນໍາມາເປັນສ່ວນປະກອບປຸງແຕ່ງອາຫານໃຫ້ມີກິ່ນຫອມໜ້າຮັບປະທານໄດ້ຫຼາກຫຼາຍຊະນິດ ເຊິ່ງວິທີການປູກກໍມີຫຼາຍແບບທັງການປູກຢູ່ໜ້າດິນທົ່ວໄປ, ປູກໃສ່ກະຕຸກນໍ້າລ້ວນແລ້ວແຕ່ເຮັດໄດ້ທັງໝົດ ແຕ່ມື້ນີ້ຜູ້ຂຽນຂໍນໍາສະເໜີວິທີໃໝ່ນັ້ນຄືການປູກໃສ່ແຕະໄຂ່ປູກງ່າຍ, ປອດໄພໄຮ້ສານເຄມີ ແລະ ທຸກຄົນສາມາດເຮັດຕາມໄດ້ແບບງ່າຍໆ.

ອຸປະກອນທີ່ຕ້ອງກະກຽມ:

1 ແຕະໄຂ່ທີ່ເປັນແຕະເຈ້ຍ.

2 ຫົວຜັກບົ່ວຈໍານວນ 30 ຫົວຕໍ່ 1 ແຕະ.

ວິທີການປູກ:

1 ນໍາແຕະໄຂ່ທີ່ກຽມໄວ້ມາຊ້ອນກັນ 5 ແຕະ ແລ້ວຫົດນໍ້າໃຫ້ທົ່ວຈົນຊຸ່ມ ( ສາເຫດທີ່ຕ້ອງຊ້ອນກັນ 5 ຊັ້ນ ເພາະວ່າແຕະໄຂ່ຊັ້ນທໍາອິດຈະຊ່ວຍເກັບກັກນໍ້າທີ່ຫົດໄວ້ໄດ້ ຊ່ວຍຮັກສາຄວາມຊຸ່ມຊື່ນ ເຊິ່ງຈໍາເປັນຕໍ່ການຈະເລີນເຕີບໂຕຂອງຜັກບົ່ວ.

2 ຄັດເລືອກເອົາຫົວຜັກບົ່ວຄຸນນະພາບດີ ບໍ່ເນົ່າ, ບໍ່ມີເຊື້ອຣານໍາໄປວາງໃສ່ແຕະໄຂ່ທີ່ກຽມໄວ້ ໂດຍວາງສ່ວນກົ້ນຂອງຫົວຜັກບົ່ວລົງ.

3 ຫົດນໍ້າທຸກມື້ເຊົ້າ – ແລງ.

ສໍາລັບເຄັດລັບການປູກຜັກບົ່ວໃນແຕະໄຂ່ໃຫ້ໄດ້ຜົນດີຕ້ອງຫົດນໍ້າທຸກມື້ ແລະ ຢ່າປ່ອຍໃຫ້ແຕະໄຂ່ແຫ້ງເດັດຂາດ, ຕ້ອງເຮັດໃຫ້ມີຄວາມຊຸ່ມຢູ່ສະເໝີ, ຖ້າເປັນໄປໄດ້ໃຫ້ຊ້ອນແຕະໄຂ່ຫຼາຍໆຊັ້ນຈະຊ່ວຍຮັກສາຄວາມຊຸ່ມຊື່ນໄດ້ດີຂຶ້ນ. ນອກຈາກນີ້, ຜັກບົ່ວຍັງຕ້ອງການແສງແດດຕະຫຼອດວັນ ເພື່ອການຈະເລີນເຕີບໂຕ. ດັ່ງນັ້ນ, ຈຶ່ງຄວນວາງແຕະໄຂ່ທີ່ປູກຜັກແລ້ວໄວ້ໃນບ່ອນທີ່ມີແສງແດດເຂົ້າຮອດບໍ່ຄວນວາງໃນເຂດອັບບໍ່ມີອາກາດຖ່າຍເທ.