ມາເບີ່ງ! ວິທີການກຽມຕົວຂອງບັນດານັກແຂ່ງຂັນກ່ອນເຂົ້າສອບເສັງນັກຮຽນເກັ່ງ

100

ອີກບໍ່ພໍເທົ່າໃດມື້ກໍຈະຮອດບັ້ນແຂ່ງຂັນນັກຮຽນເກັ່ງລະດັບຊາດແລ້ວ, ພວກເຮົາຈຶ່ງໄດ້ນຳເອົາບົດສຳພາດນ້ອງໆທີ່ກຳລັງເສັງຄັດເລືອກເປັນຕົວແທນຂອງນະຄອນຫຼວງວຽງຈັນ ແລະ ຜູ້ທີ່ເປັນຕົວແທນຂອງແຂວງສະຫວັນນະເຂດ ກ່ຽວກັບການກະກຽມຄວາມພ້ອມກ່ອນເຂົ້າແຂ່ງຂັນນັກຮຽນເກັ່ງ.

ທ້າວ ຫວາ ຊົ່ງຈົ່ງດົວ ນັກຮຽນຊັ້ນ ມ 7 ຕົວແທນນັກຮຽນເກັ່ງວິຊາຟີຊິກສາດ ໂຮງຮຽນພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ມຊ ໃຫ້ສຳພາດວ່າ: ນ້ອງເອງຖືກຄັດເລືອກເປັນຕົວແທນຂອງຂັ້ນໂຮງຮຽນພອນສະຫວັນ ເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງວິຊາຟີຊິກສາດ ຂັ້ນເມືອງໄຊທານີ ແລະ ຜົນການແຂ່ງຂັນນ້ອງສາມາດຍາດໄດ້ອັນດັບ 1 ຂອງເມືອງ ແລະ ເປັນຕົວແທນຂອງເມືອງເຂົ້າຮ່ວມແຂ່ງຂັນຂັ້ນນະຄອນຫຼວງວຽງຈັນ ນ້ອງຫວັງວ່ານ້ອງຈະຕິດອັນດັບທີ 1 ແລະ ໄດ້ເຂົ້າແຂ່ງໃນລະດັບປະເທດອີກ.

ກ່ອນທີ່ນ້ອງຈະໄປແຂ່ງຂັ້ນໃນຂັ້ນຕ່າງໆນ້ອງໄດ້ຄົ້ນຄວ້າບົດຮຽນນຳອາຈານ ແລະ ຄົ້ນຄວ້າບົດຮຽນດ້ວຍຕົນເອງ, ເວລາກັບເຮືອນກໍໄດ້ແບ່ງເວລາຮຽນ ຄື: ກິນເຂົ້າແລງແລ້ວຈະເລີ່ມຮຽນວິຊາທີ່ຈະໄປແຂ່ງຂັນປະມານ 2 ຊົ່ວໂມງ ແລ້ວຈຶ່ງໄປຮຽນວິຊາອື່ນ, ຕອນເຊົ້າຈະຕື່ນຂຶ້ນມາຮຽນວິຊາທີ່ຈະໄປແຂ່ງຂັນ ປະມານ 1 ຊົ່ວໂມງທຸກເຊົ້າ ເພາະວ່າການເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງວິຊາຟີຊິກສາດ ເຮົາຕ້ອງໄດ້ຝຶກຊ້ອມຫຼາຍໆ, ຄົ້ນຄວ້າໃຫ້ເລິກເຊິ່ງຈຶ່ງຈະສາມາດເຂົ້າໃຈໄດ້ເພາະເປັນວິຊາທີ່ມີສູດຫຼາຍ.

ນາງ ພອນລະວີ ໄຊປະເສີດ ນັກຮຽນຊັ້ນ ມ 4 ກຽມ ເປັນຕົວແທນນັກຮຽນເກັ່ງວິຊາຟີຊິກສາດ ເຂົ້າຮ່ວມແຂ່ງຂັນຂັ້ນນະຄອນຫຼວງວຽງຈັນ ເວົ້າວ່າ: ນ້ອງຮູ້ສຶກຕື່ນເຕັ້ນຫຼາຍທີ່ຖືກຄັດເລືອກເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງ ຖືວ່າເປັນຄັ້ງທຳອິດທີ່ນ້ອງໄດ້ເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງ ແລະ ສາມາດເສັງຜ່ານຂັ້ນເມືອງໄດ້ອັນດັບທີ 1 ແລະ ໄດ້ເປັນຕົວແທນຂອງເມືອງ ເຂົ້າຮ່ວມແຂ່ງຂັນນັກຮຽນເກັ່ງຂັ້ນນະຄອນຫຼວງວຽງຈັນ.

ເຄັດລັບຂອງນ້ອງແມ່ນຕັ້ງໃຈຮຽນ, ໝັ່ນຝຶກແກ້ໂຈດທີ່ອາຈານເອົາໃຫ້, ຖ້າບໍ່ເຂົ້າໃຈກໍຈະຖາມອາຈານ ຫຼື ຖາມໝູ່. ພ້ອມນັ້ນ, ໄດ້ຮຽນເພີ່ມພິເສດຕາມທີ່ທາງໂຮງຮຽນສອນ, ນອກຈາກຮຽນນຳຄູ – ອາຈານແລ້ວນ້ອງໄດ້ໄປປຶກສາ ແລະ ຂໍຄຳແນະນຳຈາກຮຸ່ນເອື້ອຍ – ອ້າຍທີ່ເຄີຍເຂົ້າຮ່ວມແຂ່ງຂັນໃນປີຜ່ານມາ, ເມື່ອກັບເຮືອນນ້ອງຈະເຮັດວຽກເຮືອນທຸກຢ່າງຊ່ວຍພໍ່ແມ່ໃຫ້ແລ້ວກ່ອນ 8:00 ໂມງ ແລ້ວນ້ອງຈະນໍາເອົາບົດສອບເສັງທີ່ອອກແຕ່ລະປີມາຝຶກແກ້ໃຫ້ໄດ້ຢ່າງໜ້ອຍ 2 ຫົວຂໍ້ຕໍ່ມື້ ຈົນຮອດ 10:30 ໂມງ ນ້ອງຈະເຂົ້ານອນ, ຖ້າໂຕໃດບໍ່ເຂົ້າໃຈຈະກັບໄປຖາມອາຈານຄືນ.

ທ້າວ ໂຈລີນ້າ ສີລິຈັນໂທ ຮຽນຊັ້ນ ມ 7 ໂຮງຮຽນ ມ.ປາຍ ໂພນສະຫວັນ ນັກຮຽນເກັ່ງວິຊາຟີຊິກສາດ ກ່າວວ່າ: ນ້ອງຮູ້ສຶກຕື່ນເຕັ້ນ ແລະ ພາກພູມໃຈຫຼາຍທີ່ໄດ້ເປັນຕົວແທນຂອງແຂວງສະຫວັນນະເຂດ ເພື່ອໄປໄປແຂ່ງຂັນນັກຮຽນເກັ່ງລະດັບຊາດ.

ປີນີ້ນ້ອງຖືກຄັດເລືອກເຂົ້າແຂ່ງຂັນວິຊາຟີຊິກສາດ ແຂ່ງຂັນຜ່ານຂັ້ນເມືອງ ແລະ ຂັ້ນແຂວງ ໄດ້ອັນດັບທີ 1 ແລະ ຕອນນີ້ນ້ອງກະກຽມເຂົ້າແຂ່ງຂັນລະດັບຊາດທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ.

ກ່ອນຈະໄປແຂ່ງຂັນນີ້ນ້ອງກໍໄດ້ຕັ້ງໃຈຮຽນໃນຫ້ອງຮຽນ, ແກ້ບົດຝຶກຫັດໃນປຶ້ມທຸກຂໍ້, ຮຽນເພີ່ມພິເສດນຳອາຈານທີ່ສອນບຳລຸງ, ຄົ້ນຄວ້າໃນອິນເຕີເນັດ ແລະ ນ້ອງຍັງໄດ້ສຶກສາໃນຢູທູບກ່ຽວກັບບົດເລກຟີຊິກທັງຂອງຄູຄົນລາວ ແລະ ຄູຄົນໄທນຳອີກ, ເວລາຢູ່ເຮືອນນ້ອງໄດ້ທົບທວນບົດຮຽນທີ່ຮຽນຢູ່ໃນໂຮງຮຽນຄືນ ແລະ ສິ່ງທີ່ສຳຄັນທີ່ສຸດກໍຄືທົບທວນບົດຮຽນໃຫ້ຕໍ່ເນື່ອງທຸກມື້ ເພື່ອກຽມພ້ອມເຂົ້າແຂ່ງຂັນໃນເວທີລະດັບຊາດ.