ຫາດຊາຍຟອງ ເປີດງານວາງສະແດງສິນຄ້າ

237

ໃນງານວາງສະແດງສິນຄ້າໂອດ໊ອບ ເມືອງຫາດຊາຍຟອງ ມີພາກທຸລະກິດເຂົ້າຮ່ວມ 50 ຫົວໜ່ວຍ ແລະ ມີມູນຄ່າເກືອບ 400 ລ້ານກີບ. ຂະນະທີ່ພາກທຸລະກິດເຜີຍຢາກໃຫ້ພາກລັດສົ່ງເສີມສິນຄ້າພາຍໃນສິ່ງໃດທີ່ຜະລິດພາຍໃນໄດ້ແມ່ນບໍ່ຢາກໃຫ້ນຳເຂົ້າ.

ໃນວັນທີ 26 ກຸມພາ 2020 ໄດ້ມີພິທີເປີດງານວາງສະແດງສິນຄ້າໂອດ໊ອບ ຄັ້ງທີ VI ເມືອງຫາດຊາຍຟອງ ປະຈຳປີ 2020 ຂຶ້ນທີ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງ ທ່ານ ພູໂຂງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງຫາດຊາຍຟອງ, ມີຕາງໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງອ້ອມຂ້າງ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວັນທະນູສິນ ອິນທະສີນາ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງຫາດຊາຍຟອງ ກ່າວວ່າ: ການຈັດງານວາງສະແດງສິນຄ້າໃນຄັ້ງນີ້ ໄດ້ມີການຫ້າງຫາກະກຽມມາແຕ່ຕົ້ນເດືອນກຸມພາ 2020 ເປັນຕົ້ນມາ ໂດຍພາຍໃຕ້ການຊີ້ນໍາຈາກຄະນະພັກອົງການປົກຄອງເມືອງຫາດຊາຍຟອງ ກໍຄືພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໂດຍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງບໍ່ວ່າຈະເປັນອົງການປົກຄອງບ້ານດົງຄໍາຊ້າງ ໂດຍມີຈຸດປະສົງເພື່ອເປັນການກະຕຸກຊຸກຍູ້ການຜະລິດເປັນສິນຄ້າຂອງພໍ່ແມ່ປະຊາຊົນ.

ທ່ານ ນາງ ໂພມະນີ ແກ້ວປະເສີດ ເຈົ້າຂອງກາເຟລາວຍົກລໍ້ທູໂກ ກ່າວວ່າ: ລັດຖະບານໄດ້ເອົາໃຈໃສ່ສົ່ງເສີມຜູ້ປະກອບການຫົວໜ່ວຍທຸລະກິດ ໂດຍມີການຈັດສຳມະນາໃຫ້ຄວາມຮູ້, ຈັດງານວາງສະແດງສິນຄ້າຕ່າງໆໃຫ້ແກ່ຜູ້ປະກອບການ ເພື່ອເຮັດໃຫ້ໄດ້ມີຊ່ອງທາງໃນການຈຳໜ່າຍສິນຄ້າ ແຕ່ວ່າການຈັດງານວາງສະແດງກໍຍັງຂາດການປຸກລະດົມມວນຊົນເພື່ອໃຫ້ມາທ່ຽວຊົມ, ມາຊື້ສິນຄ້າ.

ໃນຂະນະເຈົ້າຂອງຮ້ານປຸງແຕ່ງຢາພື້ນເມືອງລາວສ່ວນບຸກຄົນຈາກແຂວງວຽງຈັນ ກ່າວວ່າ: ສະເໜີໃຫ້ພາກລັດສະກັດກັ້ນການນຳເຂົ້າ ສິ່ງໃດທີ່ພາຍໃນເຮົາຜະລິດໄດ້ແມ່ນບໍ່ຢາກໃຫ້ນຳເຂົ້າ ເພື່ອເປັນການສົ່ງເສີມພາກທຸລະກິດລາວ. ແຕ່ປັດຈຸບັນຍັງເຫັນວ່າມີສິນຄ້າຈຳນວນຫຼາຍທີ່ພາຍໃນເຮົາຜະລິດໄດ້ ແຕ່ກໍຍັງມີການນຳເຂົ້າຈາກຕ່າງປະເທດຢູ່ ແລະ ເຮັດໃຫ້ພາກທຸລະກິດແຂ່ງຂັນໄດ້ຍາກ.

ການຈັດງານຕະຫຼາດໃນຄັ້ງນີ້ ມີບັນຫົວໜ່ວຍທຸລະກິດ, ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ເຂົ້າຮ່ວມ 10 ຫົວໜ່ວຍ, ສິນຄ້າຄອບຄົວຕົວແບບ 12 ຫົວໜ່ວຍ ແລະ ໂຮງງານອຸດສາຫະກໍາ 3 ຫົວໜ່ວຍ, ຫັດຖະກຳຕ່ຳແຜ່ນ 3 ຫົວໜ່ວຍ, ຫັດຖະກຳຈັກສານ 2 ຫົວໜ່ວຍ, ຫັດຖະກຳແກະສະຫຼັກໄມ້ ແລະ ເຄື່ອງເງິນ 2 ຫົວໜ່ວຍ, ຜະລິດຕະພັນຫັດຖະກຳ 3 ຫົວໜ່ວຍ, ອາຫານ ແລະ ເຄື່ອງດື່ມ 4 ຫົວໜ່ວຍ ແລະ ຕະຫຼາດນັດ 25 ຫົວໜ່ວຍ ຄິດເປັນມູນຄ່າ 399.500.000 ກີບ ເຊິ່ງການຈັດງານວາງສະແດງຄັ້ງນີ້ຈະມີເຖິງວັນທີ 1 ມີນາ 2020.

[ ຂ່າວ: ສັນຕິ; ຮູບ: ສຸກສະຫວັນ ]