ກຽມປ່ອຍເງິນ 200 ຕື້ ໃຫ້ທະນາຄານສົ່ງເສີມ ເອັສເອັມອີ

343

ກອງປະຊຸມສະພາບໍລິຫານກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ສະໄໝສາມັນ ຄັ້ງທີ II ໄດ້ຮັບຮອງ 4 ທະນາຄານ ເພື່ອຮັບເງິນ 200 ຕື້ກີບ ທີ່ລັດຖະບານຈະສົ່ງເສີມໃຫ້ SME ຂອງລາວ ມີຄວາມເຂັ້ມແຂງໂດຍກໍານົດດອກເບ້ຍບໍ່ເກີນ 3%.

ໃນວັນທີ 26 ກຸມພາ 2020 ຜ່ານມາ ໄດ້ມີການຈັດກອງປະຊຸມສະພາ ທສວ ໂດຍການເປັນປະທານຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ປະທານສະພາບໍລິຫານ ທສວ; ມີສະມາຊິກສະພາບໍລິຫານ ທສວ ເຂົ້າຮ່ວມຢ່າງພ້ອມພຽງ.

ພາບປະກອບຂ່າວເທົ່ານັ້ນ

ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຜັນຂະຫຍາຍທິດຊີ້ນໍາ ແລະ ການຕົກລົງຂອງກອງປະຊຸມສະໄໝສາມັນ ຄັ້ງທີ I ແລະ ໄດ້ພິຈາລະນາຮັບຮອງບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງ ທສວ ປະຈໍາປີ 2019 ແລະ ທິດທາງແຜນການປະຈໍາປີ 2020, ຮັບຮອງລະບຽບການບໍລິຫານຄຸ້ມຄອງ ທສວ ( ສະບັບປັບປຸງ ), ຮັບຮອງເງື່ອນໄຂການສະໜອງທຶນໃຫ້ທະນາຄານທຸລະກິດ ແລະ ເງື່ອນໄຂການປ່ອຍກູ້ໃຫ້ ວິສາຫະກິດຂະໜາດນ້ອຍ ແລະ ກາງ ( SME ) ບ້ວງເງິນ 200 ຕື້ກີບ, ຮັບຮອງທະນາຄານທີ່ເຂົ້າຮ່ວມໂຄງການປ່ອຍສິນເຊື່ອບ້ວງເງິນ 200 ຕື້ກີບ ພ້ອມທັງການຈັດສັນເງິນທຶນໃຫ້ທະນາຄານທີ່ເຂົ້າຮ່ວມໂຄງການ ແລະ ຮັບຮອງບົດລາຍງານການກວດສອບການເງິນຂອງ ທສວ ແຕ່ວັນທີ 1 ຕຸລາ 2015 ຫາ 31 ທັນວາ 2018.

ພາບປະກອບຂ່າວເທົ່ານັ້ນ

ກອງປະຊຸມໄດ້ຮັບຮອງເອົາທະນາຄານພັດທະນາລາວ, ທະນາຄານໄຊງ່ອນເທືອງຕິ່ນລາວ ( ຊາຄອມແບັງ ລາວ ), ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ແລະ ທະນາຄານມາຣູຮານ ເຈແປນລາວ ເຂົ້າຮ່ວມໂຄງການປ່ອຍສິນເຊື່ອບ້ວງເງິນ 200 ຕື້ກີບ ໂດຍມີເງື່ອນໄຂການປ່ອຍກູ້ໃຫ້ SME ດັ່ງນີ້: ວົງເງິນການປ່ອຍກູ້ສໍາລັບຈຸນລະວິສາຫະກິດ ບໍ່ເກີນ 1,5 ຕື້ກີບ, ວິສາຫະກິດຂະໜາດນ້ອຍບໍ່ເກີນ 3 ຕື້ກີບ ແລະ ວິສາຫະກິດຂະໜາດກາງ ບໍ່ເກີນ 4 ຕື້ກີບ, ອັດຕາດອກເບ້ຍ 3% ຕໍ່ປີ.

ພາບປະກອບຂ່າວເທົ່ານັ້ນ

ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ຈະໄດ້ຮັບສິນເຊື່ອຕ້ອງເປັນ SME ຕາມກຳນົດໃນດຳລັດ ສະບັບເລກທີ 25/ລບ ລົງວັນທີ 16 ມັງກອນ 2017 ວ່າດ້ວຍການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຕ້ອງມີແຜນການດຳເນີນທຸລະກິດທີ່ຈະແຈ້ງ ແລະ ຊັດເຈນ, ໄດ້ຮັບການຝຶກອົບຮົມສ້າງຄວາມເຂັ້ມແຂງຈາກຂະແໜງອຸດສາຫະກໍາ ແລະ ການຄ້າ ຫຼື ພາກສ່ວນອື່ນທີ່ໄດ້ຮັບການຢັ້ງຢືນຢ່າງເປັນທາງການຈາກຂະແໜງອຸດສາຫະກໍາ ແລະ ການຄ້າ

ເປັນວິສາຫະກິດທີ່ຖືບັນຊີຕາມກົດໝາຍວ່າດ້ວຍການບັນຊີ ແລະ ບໍ່ເປັນໜີ້ບໍ່ເກີດດອກອອກຜົນຢູ່ນໍາທະນາຄານທຸລະກິດ ຫຼື ສະຖາບັນການເງິນອື່ນ, ເປັນຂະແໜງການ ຫຼື ຂົງເຂດບຸລິມະສິດທີ່ລັດຖະບານກຳນົດໃນແຕ່ລະໄລຍະ ແລະ ເປັນຂະແໜງການທີ່ມີຜົນຕອບແທນດ້ານທຸລະກິດ ເພື່ອຮັບປະກັນໃຫ້ ທສວ ມີ ຄວາມຍືນຍົງ.

ໂຄງການທີ່ຈະໄດ້ຮັບບຸລິມະສິດໃນການພິຈາລະນາ ຕ້ອງເປັນໂຄງການທີ່ບໍ່ໄດ້ຮັບນະໂຍບາຍສົ່ງເສີມດ້ານສິນເຊື່ອອື່ນຂອງລັດຖະບານໃນໄລຍະເວລາດຽວກັນ. ສ່ວນຂະແໜງບຸລິມະສິດ ແລະ ຂົງເຂດບຸລິມະສິດມີຂະແໜງອຸດສາຫະກໍາປຸງແຕ່ງຜະລິດຕະພັນກະສິກໍາ, ຂະແໜງຫັດຖະກຳ, ຂະແໜງກະສິກຳປູກຝັງ ແລະ ລ້ຽງສັດ, ຂະແໜງທ່ອງທ່ຽວ.

ພາບປະກອບຂ່າວເທົ່ານັ້ນ

ຂົງເຂດບຸລິມະສິດຂອງລັດຖະບານ ປະກອບມີ: ເຂດຫ່າງໄກສອກຫຼີກ ແລະ ເຂດທຸກຍາກຕາມການກຳນົດຂອງລັດຖະບານໃນແຕ່ລະໄລຍະ. ພ້ອມກັນນັ້ນ, SME ທີ່ກູ້ຢືມຕ້ອງມີຈຸດປະສົງເພື່ອ: 1 ປ່ຽນຖ່າຍເຄື່ອງຈັກ ຫຼື ປັບປຸງເຕັກໂນໂລຊີ, ການນຳໃຊ້ເຕັກໂນໂລຊີ ເພື່ອເພີ່ມຜະລິດຕະພາບການຜະລິດ ແລະ ການບໍລິການ ເຊັ່ນ: ການນຳໃຊ້ ICT ຊ່ວຍການບໍລິຫານຈັດການ ຫຼື ບັນຊາຂະບວນການຜະລິດ, ການຂະຫຍາຍການຜະລິດ ແລະ ການເພີ່ມການຈ້າງງານ, ການສ້າງນະວັດຕະກໍາໃນການຜະລິດ, ການອອກແບບ ແລະ ການຄຸ້ມຄອງທຸລະກິດ ແລະ 2 ການຜະລິດເປັນສິນຄ້າເພື່ອສົ່ງອອກ.

ສໍາລັບຂັ້ນຕອນຕໍ່ໄປແມ່ນກອງທຶນຈະໄດ້ເຈລະຈາສັນຍາກັບ 4 ທະນາຄານທຸລະກິດທີ່ກ່າວມາຂ້າງເທິງນັ້ນ ແລະ ເຊັນສັນຍາ ພ້ອມທັງສະເໜີກະຊວງການເງິນ ເພື່ອໂອນເງິນໃຫ້ທະນາຄານປ່ອຍກູ້ໃຫ້ SME.