ສາວງາມໜ້າຫວານ MVT 11 ມະລິ ວາດສະໜາ ສົດສະຫວັນ

104

MVT 11 ວາດສະໜາ ສົດສະຫວັນ ຫຼື ມະລິ ສາວໄວ 20 ປີ, ປັດຈຸບັນຢູ່ບ້ານ ຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ກໍາລັງສຶກສາຢູ່ທີ່ ສະຖາບັນເສດຖະກິດການເງິນ,

ເຊິ່ງ ນ້ອງ ມະລິ ບອກວ່າ ຈະເຮັດໃຫ້ທຸກຄົນຍອມຮັບໃນຕົວນ້ອງເອງໃຫ້ໃດ້ຫລາຍທີ່ສຸດ ເເລະ ເປັນເເບບຢ່າງທີ່ດີຂອງເເມ່ຍິງລາວ ພ້ອມທີ່ຈະເຜີຍເເຜ່ວັດທະນະທຳ ຮີດຄອງປະເພນີຂອງລາວ ເອກອ້າງໃຫ້ຄົນທັງພາຍໃນ ເເລະ ຕ່າງປະເທດ ໄດ້ຮັບຮູ້ ເຖິງຄວາມເປັນລາວ.

ມະລິບອກວ່າ: ເຫດຜົນທີ່ເລືອກມາປະກວດໃນເວທີນີ້ ເພາະວ່າມັນເປັນຄວາມໄຝ່ຝັນຂອງນ້ອງມາຕັ້ງເເຕ່ຍັງນ້ອຍ, ນ້ອງເລີຍຢາກເຮັດໃຫ້ຄວາມຝັນຂອງນ້ອງເປັນຈີງ, ທີ່ຜ່ານມານ້ອງເຄີຍປະກວດ Laosuper model. Miss sofy ແລະ ຜົນງານດ້ານບັນເທີງທີຜ່ານມາ ມີຖ່າຍເເບບ, ເດີນເເບບ ເລະ ສະເເດງ Mv ເພງ…

ນ້ອງມະລິບອກວ່າການເຂົ້າມາເວທີນີ້ຄວາມຝັນຂອງທຸກຄົນຄືໃຫ້ໄດ້ເປັນ Miss Vientiane 2020 ເເລະ ຈະເຮັດໃຫ້ໄດ້ດີທີສຸດຢາກເປັນເເບບຢ່າງທີດີໃຫ້ກັບເເມ່ຍິງລາວທຸກໆຄົນ, ຄວາມສາມາດພິເສດຂອງນ້ອງຄືການຫລີ້ນເເຊນໂລ ເເລະ ຟ້ອນຖ້າເປັນຟ້ອນກະຄືການສະເເດງເຖິງວັດທະນະທໍາຮີດຄອງປະເພນີລາວທີ່ດີງາມທີ່ສຸດ,

ສໍາລັບເຄັດລັບໃນການຮັກສາສຸຂະພາບຂອງນ້ອງຄືການກິນອາຫານທີ່ມີປະໂຫຍດ,ພັກຜ່ອນໃຫ້ພຽງພໍ ເເລະ ອອກກໍາລັງກາຍເປັນປະຈໍາ; ເວລາວ່າງນ້ອງມັກຈະຫາເຮັດວຽກເຮືອນຊ່ວຍພໍ່ເເມ່ ເເລະ ຊອກອ່ານບົດຮຽນຫາຄວາມຮູ້,

ສ່ວນຜູ້ຊາຍໃນສະເປັກຂອງນ້ອງຄື ຄົນທີ່ເປັນຜູ້ນໍາເຮົາໄດ້ດູເເລເຮົາໄດ້, ຈິງໃຈຊື່ສັດ ເເລະສະເຫມີຕົ້ນສະເຫມີປາຍ ແລະ ມະລິ ເປັນລູກສາວຄົນດຽວຂອງຄົວຄອບເລີຍ ທັງງາມ ແລະ ໜ້າຮັກແບບນີ້ ພໍ່ແມ່ຄືຈະຫວງແນ່ນອນ!!!!