“ຟໍແອນແຟນ” ເພງໃໝ່ ເປ້ The White Offf ຈາກມືກ້ອງສູ່ການເປັນນັກຮ້ອງ

134

ນັບວ່າໄລຍະນີ້ຫຼາຍໆສິນລະປິນທັງໃຫຍ່ ແລະ ນ້ອຍ, ເກົ່າ ແລະ ໃໝ່ ຕ່າງຜະລິດຜົນງານອອກມາໃຫ້ແຟນໆໄດ້ຮັບຊົມ ຮັບຟັງ ແລະ ມີແຕ່ເພງທີ່ມ່ວນ, ເນື້ອຫາດີທັງນັ້ນ.

ດັ່ງເພງນີ້ ຟໍ ແອນ ແຟນ ຂອງ ໜຸ່ມ ເປ້ The White Offf, ໜຸ່ມເປ້ບອກວ່າ: ເຈົ້າເຄີຍໄປທ່ຽວແລ້ວເຄີຍຕົກຂຸມຮັກໃຜໃນສະຖານທີ່ນັ້ນບໍ່ ແລ້ວເຄີຍຢາກໄດ້ຄົນໆນັ້ນມາເປັນແຟນບໍ່ ຢາກໃຫ້ທຸກຄົນມາຟັງເພງ ຟໍ ແອນ ແຟນ ຂອງ ໜຸ່ມ ເປ້ The White Offf.

ກ່ອນທີ່ໜຸ່ມເປ້ຈະມາຈັບໄມຮ້ອງເພງ ເພິ່ນໄດ້ຈັບກ້ອງມາກ່ອນ, ເຄີຍເປັນມືກ້ອງ ມາກ່ອນ ແລ້ວປັດຈຸບັນຜັນໂຕເປັນນັກຮ້ອງ ແລະ ແຕ່ງຜົນງານເພງນີ້ເອງ,

ໜຸ່ມເປ້ບອກວ່າ: ໄດ້ແຮງບັນດານໃຈຈາກສະຖານທີ່ທີ່ເຮັດວຽກ ນັ້ນກໍ່ຄືຮ້ານອາຫານທີ່ມາໃຊ້ບໍລິການທາງຮ້ານ ຄື ມັກເຫັນແຂກຈີບກັນເປັນຜູ້ສາວຈີບຜູ້ບ່າວຫຼື ຜູ້ບ່າວຈີບຜູ້ສາວ ຈຶ່ງເຮັດໃຫ້ຂ້ອຍເອງເກີດຄວາມຄິດຢາກຂຽນເພງນີ້ຂຶ້ນມາ,

ເປັນການເອົາສະຖານະການຈິງທີ່ເຫັນທຸກມື້, ຊ້ຳໆກັນ, ຈາກຄົນໃກ້ໂຕແນ່ ເລີຍຖ່າຍທອດມາເປັນບົດເພງ ແລະ ໃຊ້ທຳນອງເຂົ້າໄປ…

ສ່ວນໂຕແລ້ວໜຸ່ມເປ້ມັກຮັກໃນດ້ານນີ້ຢູ່ແລ້ວ ບວກກັບຄວາມສາມາດ, ພອນສະແຫວງໃນທາງທີ່ສ້າງສັນ ແລະ ຕັ້ງໃຈຫຼາຍໃນການສ້າງຜົນງານນີ້ຂຶ້ນມາ.

ປັດຈຸບັນໄດ້ເພງ, ເອັມວີເພງອອກໃຫ້ຟັງ ແລະ ຊົມກ່ອນແລ້ວ ສາມາດຟັງໄດ້ທີ່ນີ້:

ໜຸ່ມເປ້ ບອກອີກວ່າ: Mv ເພງນີ້ ແມ່ນອີງຕາມສະຖານະການຈິງທີ່ພົບເຫັນປະຈຳ, ນັກສະແດງ ແມ່ນໄດ້ນ້ອງໆ ແລະ ໝູ່ເພື່ອນທີ່ຮັກແພງກັນມາຊ່ວຍ ບໍ່ວ່າຈະເປັນພະເອກ ນາງເອກ, ໂຕປະກອບ, ຊ່າງແຕ່ງໜ້າ, ຜູ້ຊ່ວຍເບື້ອງຫຼັງ ແລະ ຝ່າຍການຖ່າຍທຳ ທຸກຄົນແມ່ນຮັກແພງກັນໝົດ ເອີ້ນໄດ້ວ່າ ຜົນງານນີ້ ແມ່ນຜົນງານຂອງຄອບຄົວເລີຍກາວ່າໄດ້.

ສຳລັບເພງນີ້ ຢາກໃຫ້ທຸກໄດ້ຮັບຊົມຫຼາຍ ເພາະວ່າ ເປ້ ແລະ ທິມງານຕັ້ງໃຈທີ່ສຸດ ໃຊ້ຄວາມມັກຮັກສ້າງສັນ ສຸດຄວາມສາມາດ, ເພງນີ້ເປັນເພງຟັງສະບາຍ ເອັມວີຕາຫລົກ ເປັນເພງ ທີ່ເນັ້ນຄວາມບັນເທິງ ເປັນແນວໃສໆຂອງໜຸ່ມສາວໃນຍຸກນີ້ທີ່ໃຊ້ຄວາມໃສຊື່ເຂົ້າຫາກັນ,

ສຸດທ້າຍນີ້ຂໍຝາກຜົນງານນີ້ ເພລງ ຟໍແອນແຟນ ໃຫ້ທຸກຄົນໄວ້ຮັບຊົມຕິດຕາມໃນ ໃຫ້ກຳລັງໃຈ ສະໜັບສະໜູນຜົນງານເພງລາວ ສີມືຄົນລາວທີ່ YouTube ແລະ Facebook FanPage The White offf

ຜົນງານກ່ນໜ້ານີ້ ຂອງ ເປ້ ເພງ ອີ່ຕົນຂ້ອຍແນ່