ທະນາຄານການຄ້າຮ່ວມກັບບໍລິສັດສະຕາຟິນເທັກ ໃຫ້ການບໍລິການ E-Commerce

160

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ ໄດ້ເຊັນສັນຍາຮ່ວມມື ໃນການໃຫ້ບໍລິການຄ້າອອນລາຍຫຼື E-Commerce ຮ່ວມກັນ ເພື່ອອໍານວຍຄວາມສະດວກໃຫ້ລູກຄ້າໃນເວລາຊໍາລະສິນຄ້າ ຜ່ານທາງອອນລາຍ.

ພິທີລົງນາມມີຂຶ້ນໃນ ວັນທີ 27 ກຸມພາ 2020 ທີ່ ສໍານັກງານໃຫຍ່ ບໍລິສັດ ສະຕາຣໂທລະຄົມ ຕ່າງໜ້າລົງນາມໃນຄັ້ງນີ້ໂດຍ ທ່ານ ນັນທະລາດ ແກ້ວປະເສີດ ຮອງອໍານວຍການໃຫຍ່ ທຄຕລ ແລະ ທ່ານ ລິວ ມີງ ຮ່າ ຜູ້ອໍານວຍການບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີຄັ້ງນີ້ໂດຍ ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານແຫ່ງ ສປປ ລາວ


ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ແມ່ນເພື່ອສະໜອງການບໍລິການດ້ານ “BCEL E-Commerce” ກໍ່ຄືການຊໍາລະສະ ສາງລາຄາສິນຄ້າ ແລະ ບໍລິການທີ່ສັ່ງຊື້ຜ່ານເວັບໄຊທ໌ ຂອງບໍລິສັດ ສະຕາຟິນເທັກ ຈໍາກັດຜູ້ດຽວ, ເປັນການໝູນໃຊ້ເທັກໂນໂລຊີທີ ທັນສະໄໝ ເຂົ້າໃນການອໍານວຍຄວາມສະດວກໃຫ້ແກ່ລູກຄ້າຂອງບໍລິສັດ ສະຕາຟິນເທັກ ແລະ ທຄຕລ ໃນການຊໍາລະສະສາງ ບໍ່ວ່າ ຈະຢູ່ແຫ່ງຫົນໃດຂອງໂລກທັງພາຍໃນ ແລະ ຕ່າງປະເທດກໍ່ສາມາດສັ່ງຊື້ສິນຄ້າ ແລະ ບໍລິການແບບອອນລາຍ ຂອງບໍລິສັດ ສະຕາຟິນເທັກ ໄດ້ຕະຫຼອດ 24 ຊົ່ວໂມງ ໂດຍສາມາດຊໍາລະຜ່ານບັດ VISA, MasterCard, JCB, UnionPay, AliPay, WeChatPay ແລະ UPI QR.

ການບໍລິການດ້ານ “E-Commerce” ບໍ່ພຽງແຕ່ອໍານວຍຄວາມສະດວກໃຫ້ແກ່ລູກຄ້າໃນການ ຊໍາລະຄ່າສິນຄ້າ ແລະ ບໍລິການທີ່ສາມາດກະຕຸ້ນການຕັດສິນໃຈຊື້ຂອງລູກຄ້າໄດ້ງ່າຍຂຶ້ນ ແລະ ສາມາດສ້າງຍອດຂາຍໄດ້ສູງໃນ ເວລາອັນສັ້ນໄດ້ເທົ່ານັ້ນ, ແຕ່ຍັງປະກອບສ່ວນໃຫ້ການຊື້-ຂາຍສິນຄ້າ ແລະ ບໍລິການຕ່າງໆເພີ່ມຂຶ້ນ, ມີສ່ວນຊ່ວຍໃຫ້ເສດຖະກິດມີ ການຂະຫຍາຍຕົວຂຶ້ນເລື້ອຍໆ ຄຽງຄູ່ກັບການພັດທະນາທີ່ຫັນປ່ຽນສູ່ຍຸກດີຈິຕໍ່ຕາມທິດທາງແຜນການຂອງລັດຖະບານທີ່ວາງ ອອກ.