ສົງຄາມການຄ້າເຮັດໃຫ້ສ.ເກົາຫຼີລົງທຶນໃນຫວຽດນາມຫຼາຍຂຶ້ນ

27 Feb 2020

ຄລິກແຊຣ໌ 0 Facebook WhatsApp

ການລົງທຶນຂອງບໍລິສັດສ.ເກົາຫຼີໃນຫວຽດນາມຂະຫຍາຍຕົວຕໍ່ເນື່ອງຈາກສົງຄາມການຄ້າລະຫວ່າງອາເມຣິກາກັບຈີນ,ຫຼ້າສຸດຊໍາຊຸງກຽມສ້າງສູນວິໄຈ ແລະ ພັດທະນາໃນຫວຽດນາມ,ສ່ວນເອສເຄກຽມເຂົ້າຊື້ຮຸ້ນໃນບໍລິສັດວິນກຣຸບຂອງຫວຽດນາມ.

ຊໍາຊຸງຈະໃຊ້ຈ່າຍເງິນ220ລ້ານໂດລາເພື່ອສ້າງສູນ ອາແອນດີໃນເມືອງຫຼວງຂອງຫວຽດນາມທີ່ມີກໍານົດເປີດນໍາໃຊ້ພາຍໃນປີ2022,ສ່ວນເອສເຄ ກຣຸບ ປະກາດລົງທຶນໃນວິນກຣຸບກຸ່ມບໍລິສັດຂະໜາດໃຫຍ່ສຸດຂອງຫວຽດນາມເພື່ອຂະຫຍາຍຕົວທຸລະກິດລົດ ແລະ ທຸລະກິດອື່ນໆໃນຫວຽດນາມ.

ປັດຈຸບັນການລົງທຶນໂດຍກົງຂອງບໍລິສັດສ.ເກົາຫຼີໃນຫວຽດນາມຂະຫຍາຍຕົວປະມານ10%ເມື່ອພິຈາລະນາຈາກການອະນຸມັດໂຄງການຕ່າງໆຂອງລັດຖະບານຫວຽດນາມໃນປີ2019ທີ່ຜ່ານມາເມື່ອປຽບທຽບກັບປີກ່ອນທີ່ມີມູນຄ່າ7,9ຕື້ໂດລາຄິດເປັນອັດຕາສ່ວນປະມານ20%ຂອງເງິນລົງທຶນໃນຫວຽດນາມ ແລ ະຖືວ່າສ.ເກົາຫຼີຄືກຸ່ມລົງທຶນຫຼາຍທີ່ສຸດອັນດັບ1ໃນຫວຽດນາມໃນຮອບ3ປີ.

ບໍລິສັດສ.ເກົາຫຼີພະຍາຍາມຫາໂອກາດຂະຫຍາຍການລົງທຶນໃນຫວຽດນາມ,ສ່ວນໜຶ່ງເປັນເພາະເສດຖະກິດໃນປະເທດງຽບເຫງົາໂດຍຫວຽດນາມເປັນຕະຫຼາດສົ່ງອອກໃຫຍ່ທີ່ອັນດັບ3ຂອງສ.ເກົາຫຼີຮອງຈາກຈີນ ແລະ ອາເມຣິກາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ