ກຸ່ມຄໍາໄພຊະນະ ຈະສຸມການລົງທຶນ ໃນແຂວງໄຊສົມບູນ

81

ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ ເປັນໜຶ່ງໃນຈໍານວນບໍລິສັດທີ່ໄດ້ຮັບລາງວັນທຸລະກິດຊັ້ນນໍາດີເດັ່ນ ປີ 2019. ພ້ອມນັ້ນ, ປະທານກຸ່ມຍັງໄດ້ຕາງໜ້າ ຈໍານວນ 50 ກວ່າບໍລິສັດ ຂຶ້ນມີຄໍາເຫັນໃນທີ່ປະຊຸມ ພ້ອມສະເໜີລັດຖະບານແກ້ໄຂຂໍ້ອັດຕັນທຸລະກິດ ເພື່ອພ້ອມກັນພັດທະນາປະເທດຊາດ.

ທ່ານ ຄໍາໄພ ສົມຊະນະ ປະທານ ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ ກ່າວໃນກອງປະຊຸມມອບລາງວັນທຸລະກິດຊັ້ນນໍາດີເດັ່ນວ່າ: ປັດຈຸບັນບໍລິສັດຄໍາໄພຊະນະກໍ່ສ້າງ ພວມສຸມສະຕິປັນຍາເພື່ອຜັນຂະຫຍາຍກອງປະຊຸມຂະບວນການແຂ່ງຂັນຮັກຊາດ – ພັດທະນາ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ທີ່ຈັດຂຶ້ນໃນວັນທີ 28 ມິຖຸນາ 2019 ພາຍໃຕ້ການເປັນປະທານຂອງ ທ່ານນາຍົກລັດຖະມົນຕີ.

ພ້ອມນັ້ນ, ເພື່ອສ້າງຂະບວນການດັ່ງກ່າວ ກຸ່ມບໍລິສັດ ຄໍາໄພຊະນະ ກໍໄດ້ພວມດໍາເນີນຈັດຕັ້ງປະຕິບັດ 2 ໂຄງການໃຫຍ່ ທີ່ແຂວງໄຊສົມບູນ ຄື: ໂຄງການປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແກ້ໄຂຄວາມທຸກຍາກດ້ວຍການປູກຝັງ – ລ້ຽງສັດ ແບບສະອາດຄົບວົງຈອນ ແລະ ໂຄງການພັດທະນາສະຫວັນທະເລໝອກ ແຫຼ່ງທ່ອງທ່ຽວພູເບ້ຍ ທີ່ເປັນພູສູງທີ່ສຸດຂອງປະເທດລາວ.

ທ່ານກ່າວວ່າ: ຄຽງຄູ່ກັບແຜນພັດທະນາ ແລະ ການຈັດຕັ້ງປະຕິບັດທັງສອງໂຄງການ ກຸ່ມບໍລິສັດ ຄໍາໄພຊະນະ ຍັງມີຂໍ້ສະເໜີໃຫ້ລັດຖະບານອະນຸມັດໂຄງການໃຫ້ວ່ອງໄວທີ່ສຸດ ກໍຄືສອງໂຄງການທີ່ໄດ້ປະຕິບັດຜ່ານມາ.

ພ້ອມນັ້ນ, ຂໍໃຫ້ລັດຖະບານຊ່ວຍອະນຸມັດແຫຼ່ງເງິນກູ້ດ້ວຍດອກເບ້ຍທີ່ເໝາະສົມ ພ້ອມທັງຊຳລະຄືນໄລຍະຍາວ ເພື່ອມາຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ສະເໜີລັດຖະບານສະໜັບສະໜູນນັກທຸລະກິດຜູ້ເຮັດແທ້ທໍາຈິງມີ ຄວາມຮັບຜິດຊອບ ເປັນນັກພັດທະນາຈັບມືຄຽງບ່າຄຽງໄຫຼ່ກັບພາກລັດ ເພື່ອສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ກໍຄືພັດທະນາໂຄງລ່າງພື້ນຖານຢູ່ແຂວງໄຊສົມບູນ ທີ່ລັດຖະບານຕັ້ງໃຈໃຫ້ແຂວງໄຊສົມບູນ ມີການພັດທະນາກ້າວຂຶ້ນເທົ່າທຽມບັນດາແຂວງອື້ນໆພາຍໃນປະເທດ.