ລາວ-ໄທ ຫາລື ການຈັດຕັ້ງສູນຮຽນຮູ້ເພື່ອການພັດທະນາການກະເສດເເບບຍືນຍົງ

116

ໂດຍປະຕິບັດຕາມການນະໂຍບາຍຂອງຂອງສອງກົມອະຊີວະສຶກສາ ກໍຄືການຕົກລົງກັນລະຫວ່າງສອງລັດຖະບານແຫ່ງຣາຊະອານາຈັກໄທ ແລະ ລັດຖະບານ ແຫ່ງ ສປປ ລາວ ກ່ຽວກັບ ການຈັດຕັ້ງສູນຮຽນຮູ້ເພື່ອການພັດທະນາການກະເສດເເບບຍືນຍົງຕາມແນວທາງຂອງເສດຖະກິດພໍພຽງໃຫ້ແກ່ໂຮງຮຽນເຕັກນິກວິຊາຊີບ ຢູ່ແຂວງ ອັດຕະປື.

ໃນວັນທີ 26 ກມພາ 2020 ຄະນະອຳນວຍການໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ ອັດຕະປື ຮ່ວມກັບຄະນະຜູ້ຊຽວຊານໂຄງການຈັດຕັ້ງສູນຮຽນຮູ້ ເພື່ອການພັດທະນາກະເສດແບບຢັ້ງຢືນຕາມແນວທາງເສດຖະກິດພໍພຽງແຫ່ງຣະຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລືກັນກ່ຽວກັບການສ້າງຖານການຮຽນຮູ້ດ້ານການກະເສດຢູ່ໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ ອັດຕະປື ເພື່ອການພັດທະນາການກະເສດແບບຍືນຍົງຕາມແນວທາງຂອງປັດຊະຍາເສດຖະກິດພໍພຽງໂດຍມີຄະນະນຳກ່ຽວຂ້ອງຂອງແຂວງ ແລະ ຄະນະຜູ້ຊຽວຊານດ້ານການກະເສດແຫ່ງຣາຊະອານາຈັກໄທເຂົ້າຮ່ວມ.

ໂຮງຮຽນເຕັກນິກວິຊາຊີບ ແຂວງ ອັດຕະປື ໄດ້ຖືກສ້າງຕັ້ງຂຶ້ນໃນ ປີ2005 ແລະ ໄດ້ຍ້າຍມາຢູ່ເຂດບ້ານ ໄຊສີ ເມືອງ ໄຊເຊດຖາ ໃນປີ 2015 ເປັນຕົ້ນມາ, ມີ 10 ສາຂາວິຊາຊີບ ແຕ່ຢູ່ໃນນີ້ ສາຂາວິຊາຊີບດ້ານກະສິກຳ ເຊັ່ນ: ວິຊາປູກຟັງ, ວິໄຈດິນ ແລະ ການລ້ຽງສັດ ເປັນວຽກງານທີ່ທັງແຂວງ ອັດຕະປື ໄດ້ເອົາໃຈໃສ່ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າ ກໍ່ຄື ນັກສຶກສາ ໄດ້ສຶກຮຽນຮູ້ໄປພັດທະນາຕົນເອງເຂົ້າໃນການດຳລົງຊີວິດປະຈຳວັນຢ່າງຖືກຕ້ອງ ເຊິ່ງທຸກຢ່າງດ້ານກະສິກຳການກະເສດໃນພາກການຈັດຕັ້ງປະຕິບັດຕົວຈິງນັ້ນ ຍັງເຫັນວ່າ ພື້ນຖານບໍ່ທັນໄດ້ຈັດເປັນລະບຽບ ແລະ ບໍ່ທັນຕອບສະໜອງໄດ້ດັ່ງຄວາມຮຽກຮ້ອງຕ້ອງການເທົ່າທີ່ຄວນ ດັ່ງນັ້ນ, ເພື່ອຕອບສະໜອງຕາມຄຳສະເໜີຈາກຄະນະອຳນວຍການທ້ອງຖິ່ນ ກົມອະຊິວະສຶກສາ ກະຊວງສຶກສາທິການ ແລະ ກິລາ ຈິ່ງໄດ້ຂໍທຶນດ້ານການກະເສດຍືນຍົງຕາມຫຼັກການປັດຊະຍາເສດຖະກິດພໍພຽງ ແຫ່ງລາຊະອານາຈັກໄທ ຕາມການຕົກລົງກັນລະຫວ່າງສອງລັດຖະບານແຫ່ງຣາຊະອານາຈັກໄທ ແລະ ລັດຖະບານ ແຫ່ງ ສປປ ລາວ ທີ່ຈະສ້າງໂຄງການເພື່ອພັດທະນາດ້ານການກະເສດແບບຍືນຍົງຕາມແນວທາງປັດຊະຍາເສດຖະກິດພໍພຽງທີ່ສູນວິຊາຊີບໃຫ້ເປັນຮູບປະທຳ ແລະ ເປັນບ່ອນສາທິດໃຫ້ແກ່ນັກສຶກສາໄດ້ຮຽນຮູ້ໃນຮູບແບບຕາມປັດຊະຍາເສດຖະກິດພໍພຽງນີ້ໄປພັດທະນາຊີວິດການເປັນຢູ່ຂອງຕົ້ນໃຫ້ດີຂຶ້ນ.

ໃນກອງປະຊຸມປືກສາຫາລື ຄັ້ງນີ້ ໄດ້ພ້ອມກັນລົງພື້ນທີເກັບກຳຂໍ້ມູນພື້ນຖານໂຄງລ່າງຫຼາຍຢ່າງ ຕາມຄວາມຕ້ອງການອັນແທ້ຈິງ ແລະ ພ້ອມກັນສ້າງແຜນດຳເນີນງານໂດຍໃຊ້ເວລາຢ່າງໜ້ອຍ 2 ວັນ ເພື່ອພິຈາລະນາຈັດຕັ້ງໂຄງການສູນຮຽນຮູ້ ເພື່ອການພັດທະນາການກະເສດແບບຍືນຍົງຕາມຫຼັກການເສດຖະກິດພໍພຽງນັ້ນ ຢ່າງແທ້ຈິງ ເຊິ່ງຜ່່ານການກວດກາເກັບກຳຂໍ້ມູນຕົວຈິງ ໂຮງຮຽນເຕັກນິກວິຊາຊີບ ມີເນື້ອທີ່ທັງໝົດ 41,667 ແຮັກຕາ ເຊິ່ງໃນນີ້ ແມ່ນມີຄວາມເປັນໄປໄດ້ສູງ ສາມາດຕອບໂຈດໄດ້ທີ່ຈະສ້າງໃຫ້ເປັນສູນຮຽນຮູ້ ເພື່ອພັດທະນາການສຶກສາດ້ານການກະເສດ ດີຂຶ້ນໃນອະນາຄົດ, ໂຄງການສ້າງຕັ້ງສູນຮຽນຮູ້ດ້ານການກະເສດຕາມແນວທາງຂອງປັດຊະຍາເສດຖະກິດພໍພຽງຢູ່ໃນ ສປປ ລາວ ແມ່ນໄດ້ສຳເລັດມາແລ້ວ 4 ແຂວງ ແລະ ຈະສືບຕໍ່ດຳເນີນໂຄງການໃນປີ 2020 ແມ່ນຢູ່ແຂວງ ອັດຕະປື ແລະ ແຂວງ ໄຊຍະບູລີ ອີກດ້ວຍ.

ໂດຍ: ມາລາທິບ