ຟູຈິຟີມ ເປີດໂຕກ້ອງຖ່າຍຮູບ X-T200

117

ຫຼັງຈາກປະສົບຄວາມສຳເລັດຈາກກ້ອງລະດັບ Entry Level ຢ່າງ X-A7 ທີ່ຫາກໍເປີດຕົວໄປເມື່ອທ້າຍປີທີ່ຜ່ານມາ. ຫຼ້າສຸດ, ຟູຈິຟີມ ໄດ້ເປີດໂຕກ້ອງດິຈິຕອລ FUJIFILM X-T200 ທີ່ມາພ້ອມຄວາມຄິດໃໝ່ “ Smart Mirrorless V ” ຈັບຕະຫຼາດກຸ່ມຄົນຮຸ່ນໃໝ່ທີ່ນິຍົມ Vlogger ແລະ Youtuber ໂດຍກະແສການຖ່າຍຄລິບວິດີໂອເລີ່ມໄດ້ຮັບ ຄວາມນິຍົມຫຼາຍ.

ສຳລັບ FUJIFILM X-T200 ໄດ້ພັດທະນາເຕັກໂນໂລຊີໃຫ້ສອດຄ່ອງກັບການໃຊ້ງານວິດີໂອຫຼາຍຂຶ້ນ, ຕອບໂຈດດ້ວຍຟັງຊັນ “ Smart Vlogger ” ໂດຍສາມາດຖ່າຍວິດີໂອ Full HD high speed Movie ແລະ HDR Movie ແລະ ໂດດເດັ່ນດ້ວຍຟັງຊັນ Digital Gimbal ມາໃສ່ໃນຕົວກ້ອງເພື່ອຊ່ວຍຫຼຸດການສັ່ນໄຫວໃນເວລາບັນທຶກວິດີໂອ ເຮັດໃຫ້ໄດ້ພາບທີ່ນິ້ງ ແລະ ນຸ່ມນວນ ພ້ອມຈໍພາບຂະໜາດໃຫຍ່ເຖິງ 3,5 ນິ້ວ ເຊິ່ງເໝາະສຳລັບ Vlogger ແລະ Youtuber ພ້ອມເຊັນເຊີ APS-C ທີ່ມີຂະໜາດໃຫຍ່ກວ່າໃຫ້ໄຟລ໌ພາບ ແລະ ໄຟລ໌ວິດີໂອທີ່ມີຄຸນນະພາບຄວາມລະອຽດສູງ.

ເພື່ອໃຫ້ຕອບໂຈດຄວາມຕ້ອງການຫຼາຍທີ່ສຸດ X-T200 ໃນຄວາມຄິດ “ Smart Mirrorless V ” ຈະເປັນອີກໜຶ່ງປາກົດການໃນການປຸກກະແສຄວາມຕ້ອງການຂອງກຸ່ມ Content Creator ສົ່ງຜົນຕໍ່ການຂະຫຍາຍຕົວຂອງຕະຫຼາດກ້ອງຖ່າຍພາບໂດຍລວມ ພ້ອມກຽມແຜນການດຳເນີນການຕະຫຼາດເຊີງບຸກ ເຮັດໃຫ້ ຟູຈິຟີມ ຍັງຄົງເປັນຜູ້ນຳຕະຫຼາດ.

ຟູຈິຟີມ ໄດ້ຄິດຄົ້ນນະວັດຕະກຳ ແລະ ພັດທະນາເຕັກໂນໂລຊີລະບົບ AI Technology ຢ່າງຕໍ່ເນື່ອງ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ແລະ ເພື່ອໃຫ້ຄຸນນະພາບທີ່ດີທີ່ສຸດຕາມປັດຊະຍາຂອງຟູຈິຟີມ “ ຄຸນນະພາບໄຟລ໌ພາບເປັນອັນດັບ 1 ” ( The No.1 Image Quality ) ຫຼ້າສຸດ, ຟູຈິຟີມ ເປີດຕົວກ້ອງດິຈິຕອລລຸ້ນໃໝ່ X-T200 ທີ່ມາພ້ອມຄອນເຊັບໃໝ່ “ Smart Mirrorless V ” ທີ່ໄດ້ພັດທະນາເຕັກໂນໂລຊີໃໝ່ໃຫ້ສອດຄ່ອງກັບການໃຊ້ງານຢ່າງມີປະສິດທິພາບໂດຍ “ Smart Mirrorless V ” ມາຈາກ 3 V ທີ່ເປັນເອກະລັກພິເສດຂອງກ້ອງໂຕນີ້.

Smart Mirrorless V-Video ຟັງຊັນ Video ທີ່ມີຄຸນນະພາບໄຟລ໌ທີ່ດີ ແລະ ໃຊ້ງານງ່າຍໂດຍໄດ້ນຳຟັງຊັນ Digital Gimbal ມາໃສ່ໃນຕົວກ້ອງພ້ອມຟີເຈີຂອງວິດີໂອທີ່ໃຊ້ງານງ່າຍ ແລະ ຊ່ວຍຫຼຸດການສັ່ນໄຫວຂະນະບັນທຶກວິດີໂອ ເໝາະສຳລັບ Vlogger ແລະ Youtuber; Smart Mirrorless V-Viewfinder ມີຊ່ອງເບິ່ງພາບແບບ Viewfinder ທີ່ມີຄວາມລະອຽດສູງ ເຊິ່ງເປັນເອກະລັກຂອງກ້ອງໃນຕະກຸນ X-T series ເປັນທີ່ນິຍົມໃນບັນດາຊ່າງພາບ.

Smart Mirrorless V – Victory ຄື: ໄຊຊະນະທີ່ລວມເອົາຄວາມໂດດເດັ່ນທັງໝົດໃນກ້ອງ X-T200 ມາໄວ້ດ້ວຍກັນ ແລະ ໄດ້ຄຸນນະພາບໄຟລ໌ທີ່ລະອຽດ, ສວຍງາມສົມຈິງ, ການຖ່າຍພາບຊັດເລິກຊັດຕື້ນ ( DOF ) ມີມິຕິ, ບໍ່ເໝືອນການຖ່າຍຈາກສະມາດໂຟນ. ນອກຈາກນີ້, ກ້ອງ X-T200 ໂດດເດັ່ນດ້ວຍ Smart Video ຟັງຊັນວິດີໂອທີ່ສາມາດບັນທຶກຄວາມລະອຽດສູງແບບ 4K30P ແບບເຕັມເຊັນເຊີ Full HD high speed ແລະ HDR Movie ແລະ ມີຟັງຊັນ Digital Gimbal ເພື່ອຊ່ວຍຫຼຸດການສັ່ນໄຫວຂະນະບັນທຶກວິດີໂອ, ຊ່ວຍໃຫ້ການຖ່າຍວິດີໂອເຮັດໄດ້ດີຂຶ້ນແບບນິ້ງ ແລະ ນຸ່ມນວນ ແລະ ຍັງມີຮູບແບບການຖ່າຍວິດີໂອແບບສັດສ່ວນ 1:1 ພ້ອມຕັ້ງເວລາການຖ່າຍວິດີໂອໄດ້ອີກດ້ວຍ.

ນອກຈາກນີ້ ຟີເຈີ Smart Video ຟັງຊັນ ວິດີໂອທີ່ສາມາດບັນທຶກຄວາມລະອຽດສູງແບບ 4K30P ແບບເຕັມເຊັນເຊີ Full HD high speed ແລະ HDR Movie ແລະ ມີຟັງຊັນ Digital Gimbal ເພື່ອຊ່ວຍຫຼຸດການສັ່ນໄຫວຂະນະບັນທຶກວິດີໂອ, ຊ່ວຍໃຫ້ການຖ່າຍວິດີໂອເຮັດໄດ້ດີຂຶ້ນນິ້ງ ແລະ ນຸ່ມນວນ ແລະ ຍັງມີຮູບແບບການຖ່າຍວິດີໂອແບບສັດສ່ວນ 1:1 ພ້ອມຕັ້ງເວລາການຖ່າຍວິດີໂອໄດ້ອີກ, ນອກນັ້ນຍັງຮອງຮັບການຕໍ່ໄມໂຄຣໂຟນພັອດ 3,5 mm ໜ້າຈໍ LCD ຂະໜາດໃຫຍ່ເຖິງ 3,5 ນິ້ວ ລະບົບສຳຜັດໜ້າຈໍ, ໝູນຈໍໄດ້ ແລະ ສາມາດຖ່າຍ Selfie ຂະນະຖ່າຍວິດີໂອ ແລະ upload ໄຟລ໌ຜ່ານທາງ Camera Remote ໄປຍັງສື່ອອນລາຍໄດ້ງ່າຍ.