ສໍານັກງານ ກະຊວງ ຮສສ ຫຼັງໃໝ່ ສໍາເລັດແລ້ວ 95%

181

ທ່ານ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ລົງຕິດຕາມ-ກວດກາໂຄງການກໍ່ສ້າງ ສຳນັກງານຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫຼັງໃໝ່ ຢູ່ເຂດດົງໝາກຄາຍ, ເມືອງໄຊທານີ, ເຊິ່ງມາຮອດປັດຈຸບັນ ການກໍ່ສ້າງສໍາເລັດແລ້ວ 95%.

ໃນວັນທີ 24 ກຸມພາ 2020 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມຄະນະ ໄດ້ລົງຕິດຕາມ ແລະ ກວດກາໂຄງການກໍ່ສ້າງ ສຳນັກງານຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມຫຼັງໃໝ່.

ໃນໂອກາດດັ່ງກ່າວ ທ່ານ ພອນປະເສີດ ອິນທະສອນ ປະທານບໍລິສັດ 3s ພັດທະນາ ຈຳກັດຜູ້ດຽວ, ຜູ້ຮັບເໝົາໂຄງການແບບຊັບຄອນແທັກຈາກບໍລິສັດ ເອເຊຍພັດທະນາການລົງທຶນ ແລະ ກໍ່ສ້າງ ຈຳກັດ ໄດ້ໃຫ້ກຽດຕ້ອນຮັບ ແລະ ກ່າວລາຍງງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາໜ້າວຽກທີ່ສຳຄັນ ຕັ້ງແຕ່ມື້ລົງມືກໍ່ສ້າງ ມາຮອດປັດຈຸບັນ, ໂຄງການກໍ່ສ້າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫຼັງໃໝ່ ໂດຍລວມແມ່ນສຳເລັດແລ້ວ 95%

ໃນນັ້ນ ວຽກອາຄານ ແມ່ນສຳເລັດ 100% ແລະ ວຽກຕິດຕັ້ງໄຟຟ້າ ສຳເລັດ 95% ແລະ ຄາດວ່າໃນເດືອນມີນາ ທີ່ຈະມາເຖິງນີ້ແມ່ນໃຫ້ສຳເລັດ 100%, ໂຄງການດັ່ງກ່າວ ເປັນອາຄານ 5 ຊັ້ນ, ຮູບຊົງຂອງຄານເປັນອາຄານທັນສະໄໝ, ທີ່ຕັ້ງໃນເນື້ອທີ່ 1.632 ຕາແມັດ, ໂຄງການກໍ່ສ້າງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທີ່ຕັ້ງຢູ່ບ້ານດົງໝາກຄາຍ, ເມືອງໄຊານີ, ນະຄອນຫຼວງວຽງຈັນ, ແມ່ນເລີ່ມມີການວາງສີລາລຶກໃນວັນທີ 28 ມັງກອນ 2017.

ຂໍ້ມູນຈາກ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ