ສາມຫຼ່ຽມຄຳອອກແຈ້ງການຮອບສອງ ຫ້າມຄົນນອກເຂົ້າໃນໄລຍະ 14ວັນນີ້

190

ຫຼັງມີການລະບາດຂອງເຊື້ອພະຍາດໄວຣັສໂຄວິດ-19 ຢູ່ບັນດາປະເທດເພື່ອນບ້ານ, ລາວເຮົາ ໄດ້ມີການເອົາໃຈໃສ່ທຸກດ້ານເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວແຜ່ລາມເຂົ້າມາລາວ, ໂດຍຫຼ້າສຸດ ກະຊວງແຜນການ ແລະ ການລົງທຶນ, ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ໄດ້ອອກແຈ້ງການ ໂຈະຊົ່ວຄາວການເຂົ້າເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຄັ້ງທີ 2 ເປັນເວລາ 14ວັນ.

ອີງຕາມແຈ້ງການ ສະບັບເລກທີ 051/ຄຂສພ.ບກ ລົງວັນທີ 25 ກຸມພາ 2020 ເລື່ອງການໂຈະຊົ່ວຄາວການເຂົ້າເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຄັ້ງທີ 2 ໃຫ້ຮູ້ວ່າ: ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ (ຂສພຄ) ຈະສືບຕໍ່ຈັດຕັ້ງປະຕິບັດໂຈະຊົ່ວຄາວການເຂົ້າ ຂສພຄ ຕື່ມອີກ 14 ວັນ ເຊິ່ງເລີ່ມແຕ່ວັນທີ 26 ກຸມພາ ຫາ 10 ມີນາ 2020 ເພື່ອສະກັດກັ້ນເຊື້ອໂຄວິດ-19 ບໍ່ໃຫ້ເຂົ້າມາໃນ ຂສພຄ ໄດ້.

ສະນັ້ນ, ໃນຊ່ວງໃນຍະເວລາໂຈະຊົ່ວຄາວຄັ້ງນີ້ ແມ່ນບໍ່ອະນຸຍາດໃຫ້ຄົນຢູ່ນອກ ຂສພດ ເຂົ້າມາໃນເຂດນີ້ ສ່ວນຄົນໃນອະນຸຍາດໃຫ້ອອກໄດ້ ແຕ່ບໍ່ອະນຸຍາດໃຫ້ກັບເຂົ້າມາໃນຊ່ວງເວລາ 14ວັນນີ້.