ໂຄງການກໍ່ສ້າງເສັ້ນທາງທີ 2 ສາຍຢູ່ເມືອງອາດສະພອນ ມີຄວາມຄືບໜ້າ

60

ໃນອາທິດຜ່ານມາ ທ່ານ ຄຳແພງ ເພັດທຸມພອນ ເຈົ້າເມືອງອາດສະພອນ ພ້ອມດ້ວຍ ທ່ານ ອຸວົງ ວໍລະວົງ ຮອງຫົວໜ້າພະແນກ ຍທຂ ແຂວງສະຫວັນນະເຂດ, ທ່ານ ເຄນຄຳ ສີລາຊາ ປະທານ ບໍລິສັດ ຄູນໄຊກໍ່ສ້າງ ພ້ອມດ້ວຍຫ້ອງການກ່ຽວຂ້ອງ ໄດ້ລົງກວດກາຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງປູຢາງ ເສັ້ນທາງເລກທີ 10 ເຂດເມືອງອາດສະພອນ ແລະ ເສັ້ນທາງແຕ່ທາງເລກທີ 09.

ພາບປະກອບຂ່າວເທົ່ານັ້ນ

ໃນການລົງກວດກາຄັ້ງນີ້ກໍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດຈາກຫົວໜ້າໂຄງການທີ່ຮັບຜິດຊອບ ໂຄງການກໍ່ສ້າງເສັ້ນທາງທັງ 2 ເສັ້ນ; ການກໍ່ສ້າງເສັ້ນທາງເລກທີ 10 ຮອດປັດຈຸບັນແມ່ນສຳເລັດ 38,2%, ລົງຢາງໜຽວຊັ້ນ 1 ແຕ່ກິໂລແມັດທີ 0+25, ຢາງໜຽວຊັ້ນ 2 ແຕ່ກິໂລແມັດທີ 1+150 ແລະ ແຕ່ກິໂລແມັດທີ 10+500, ກໍ່ສ້າງຂົວ 6 ແຫ່ງ ສຳເລັດ 100% ແລະ ກຳລັງຈັດຕັ້ງປະຕິບັດ 3 ແຫ່ງ.

ສຳລັບເສັ້ນທາງຈາກທາງເລກທີ 9 ຫາເມືອງອາດສະພອນ ໄລຍະທາງແມ່ນສຳເລັດ15,73% ເຊິ່ງຢູ່ໃນຂັ້ນຕອນການຍົກລະດັບ ແລະ ປັບໜ້າທາງ, ກໍ່ສ້າງຂົວ 2 ແຫ່ງ ແລະ ວາງທໍ່ບາງຈຸດ. ທັງນີ້, ກໍເພື່ອເລັ່ງໃສ່ການກະກຽມຮັບໃຊ້ກອງປະຊຸມໃຫຍ່ຂອງເມືອງໃຫ້ມີ ຄວາມສະດວກສະບາຍໃນການສັນຈອນໄປ – ມາ.