ແຂວງສາລະວັນ ສຳລັດກອງປະຊຸມປຶກສາຫາລືກ່ຽວກັບການສຳຫຼວດເສດຖະກິດ

46

ກອງປະຊຸມປຶກສາຫາລືກ່ຽວກັບການສຳຫຼວດເສດຖະກິດ ແລະ ຫົວໜ່ວຍວິສາຫະກິດໄດ້ເປີດຂຶ້ນ ແລະ ອັດລົງໃນວັນທີ 25 ກຸມພາ 2020 ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານເສດຖະກິດ, ທັງເປັນຫົວໜ້າຄະນະຊີ້ນຳການສຳຫຼວດເສດຖະກິດ, ໃຫ້ກຽດເຂົ້າຮ່ວມມີຄະນະຊີ້ນຳການເດີນສຳຫຼວດ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ.

ທ່ານ ຄຳກິງ ແກ້ວສຸພັນ ຫົວໜ້າສູນສະຖິຕິ ທັງເປັນຫົວໜ້າຫ້ອງການສຳຫຼວດເສດຖະກິດຂັ້ນແຂວງ ກ່າວວ່າ: ມາຮອດປັດຈຸບັນນີ້ແມ່ນໄດ້ສຳເລັດການແຕ່ງຕັ້ງຄະນະຊີ້ນຳການສຳຫຼວດເສດຖະກິດຂັ້ນແຂວງ ແລະ ຂັ້ນເມືອງ, ໄດ້ສຳເລັດການແບ່ງຄວາມຮັບຜິດຊອບໃນຄະນະຊີ້ນຳຂັ້ນ ແຂວງ ແລະ ໄດ້ສຳເລັດການແຕ່ງຕັ້ງຫ້ອງການສຳຫຼວດຂັ້ນແຂວງ ແລະ ຂັ້ນເມືອງ, ການແບ່ງຄວາມຮັບຜິດຊອບພາຍໃນຫ້ອງການສຳຫຼວດຂັ້ນແຂວງ

ພ້ອມທັງສຳເລັດການຈັດກອງປະຊຸມຄະນະຊີ້ນຳການສຳຫຼວດເສດຖະກິດຂັ້ນແຂວງ ຄັ້ງທີ 1 ແລະ ດ້ານວິຊາການແມ່ນໄດ້ສໍາເລັດການຂຶ້ນບັນຊີຄົວເຮືອນທົ່ວແຂວງ, ການເຂົ້າຮ່ວມຝຶກອົບຮົມຄູຝຶກ, ນັກກວດກາຂັ້ນແຂວງ, ພ້ອມທັງໄດ້ສຳເລັດແຕ່ງຕັ້ງຄູຝຶກ, ນັກກວດກາຂັ້ນແຂວງ ແລະ ນັກເດີນສຳຫຼວດ, ໄດ້ສຳເລັດການກວດກາບັນຊີຫົວໜ່ວຍວິສາຫະກິດຕົວແທນທີ່ເປັນເປົ້າໝາຍຂອງການສຳຫຼວດທົ່ວແຂວງ ເຊິ່ງມີທັງໝົດ 3.559 ຫົວໜ່ວຍ ພ້ອມທັງຂຶ້ນແຜນງົບປະມານຕ່າງໆ.

ທິດທາງຕໍ່ໜ້າສືບຕໍ່ປະຊຸມຄົບຄະນະຊີ້ນຳຂັ້ນແຂວງ ແລະ ຂັ້ນເມືອງ ຄັ້ງທີ 2 ໂດຍຕິດພັນກັບການເປີດການສຳຫຼວດທົ່ວແຂວງ ແລະ ໂຄ ສະນາເຜີຍແຜ່ເນື້ອໃນຕ່າງໆ ທີ່ກ່ຽວຂ້ອງກັບການສຳຫຼວດ ດ້ວຍຫຼາຍຮູບແບບ, ກະກຽມແຈ້ງການຫາຄະນະຊີ້ນຳຂັ້ນເມືອງ ເພື່ອແຈ້ງຕອບຫາອຳນາດການປົກຄອງບ້ານ ແລະ ຫົວໜ່ວຍທຸລະກິດຕ່າງໆ, ພ້ອມທັງສ້າງແຜນດຳເນີນງານແຜນການເຄື່ອນໄຫວນັກເດີນສຳຫຼວດແຕ່ລະເມືອງ ເພື່ອສະດວກໃນການຕິດຕາມກວດກາ ແລະ ຈັດແບ່ງອຸປະກອນການສຳຫຼວດ ເປັນຕົ້ນແມ່ນແທັບເລັດ CAPI, ປ້າຍຄ້ອງຄໍ, ກະເປົ໋າ, ເສື້ອ, ໝວກ, ແບບສອບຖາມ ແລະ ອື່ນໆທີ່ກ່ຽວຂ້ອງ ພ້ອມທັງລົງເດີນສຳຫຼວດພາກສະໜາມໃນລະຫວ່າງວັນທີ 1 – 28 ມີນາ 2020.

( ຂ່າວ: ສິດຕາ ເພັດວົງສາ )